spot_img
Homeຂ່າວທ້ອງຖິ່ນ10 ເດືອນຜ່ານມາ ເມືອງເງິນ ແຂວງໄຊຍະບູລີ ຈັດເກັບງົບປະມານໄດ້ 200 ລ້ານກວ່າກີບ!

10 ເດືອນຜ່ານມາ ເມືອງເງິນ ແຂວງໄຊຍະບູລີ ຈັດເກັບງົບປະມານໄດ້ 200 ລ້ານກວ່າກີບ!

Published on

ຂປລ. ​ຕາມ​ຂໍ້​ມູນ​ຈາກ​ຫ້ອງການ-ການ​ເງິນ ​ເມືອງ​ເງິນ ​ແຂວງ​ໄຊ​ຍະ​ບູລີ ​ໃຫ້​ຮູ້​ວ່າ: ໃນ​ໄລຍະ 10 ເດືອນຜ່ານມາ ​ເມືອງ​ເງິນ ສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ 200 ລ້ານ​ກວ່າກີບ ທຽບໃສ່ແຜນການປະຕິບັດໄດ້ 95,22% ​ໃນ​ນັ້ນມີ 8 ຂະແໜງການ ທີ່ຈັດຕັ້ງປະຕິບັດ ບໍລິການຜ່ານປະຕູດຽວ. ສ່ວນ​ອີກ 2 ເດືອນຕໍ່ໜ້າ ​ແມ່ນ​ຈະ​ສືບ​ຕໍ່ເພີ່ມທະວີ ແລະ ຊຸກຍູ້ຂະບວນການ ຈັດເກັບລາຍຮັບເຂົ້າງົບປະມານ ຢ່າງລວມສູນໃຫ້ໄດ້ 71 ລ້ານກີບ.

ທ່ານ ອຸດົມໄຊ ສົມສີ ຮອງຫົວໜ້າຫ້ອງການ-ການເງິນ ຜູ້ຮັບຜິດຊອບວຽກງານປະຕູດຽວ ​ໄດ້​ລາຍ​ງານ​ ໃນກອງປະຊຸມ ສະຫລຸບວຽກງານບໍລິການຜ່ານປະຕູດຽວ ປະຈຳ 10 ເດືອນ ສົກປີ 2015-2016 ໃນວັນ​ທີ 3 ສິງຫາ ນີ້ວ່າ: ສາ​ເຫດ​ທີ່​ຈັດ​ເກັບ​ລາຍ​ຮັບ​ ບັນລຸ 200 ລ້ານ​ກວ່າ​ກີບ​ນັ້ນ ​ເນື່ອງ​ຈາກ​ໄລຍະຜ່ານມາ ໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານພາຍໃນໜ່ວຍງານບໍລິການຜ່ານປະຕູດຽວ ເພື່ອເຮັດໃຫ້ເຂົາເຈົ້າ ມີແນວຄິດອຸ່ນອ່ຽນທຸນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານ.
ແຫລ່ງຂ່າວ:
ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...