spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳມັງ 1 ຄືບໜ້າ 99% ຄາດເດີນເຄື່ອງຜະລິດ ເດືອນຕຸລານີ້!

ເຂື່ອນໄຟຟ້ານ້ຳມັງ 1 ຄືບໜ້າ 99% ຄາດເດີນເຄື່ອງຜະລິດ ເດືອນຕຸລານີ້!

Published on

ຂປລ. ໂຄງ​ການກໍ່ສ້າງເຂື່ອນໄຟຟ້ານ້ຳມັງ 1 ຕັ້ງຢູ່ສາຍນ້ຳມັງ ເຂດບ້ານໂພນສະຫວັນ ເມືອງທ່າພະບາດ ແຂວງບໍ​ລິ​ຄຳ​ໄຊ ​ໂດຍ​ກວມ​​ເນື້ອ​ທີ່ ເມືອງ​ທ່າພະບາດ ແຂວງບໍລິຄຳໄຊ ແລະ ເມືອງຮົ່ມ ແຂວງໄຊສົມບູນ. ປັດຈຸ​ບັນການກໍ່ສ້າງສຳເລັດ​ 99% ຂອງໜ້າວຽກທັງໝົດ ພາຍຫລັງລົງມື​ການກໍ່ສ້າງມາແຕ່ຕົ້ນປີ 2013 ​ແລະ ຄາດວ່າຈະ​ເປີດ​ການຜະລິດ​​ໄຟຟ້າ​ ໃນເດືອນຕຸລາ 2016 ນີ້.

ທ່ານ ຄຳສິງ ສາຍພູວົງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິ​ຄຳ​ໄຊ ​​ໄດ້ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 2 ສິງຫາ ​ນີ້ວ່າ: ໂຄງ​ການດັ່ງກ່າວ ​​ພາຍ​​ໃຕ້​ການ​ຄວບ​ຄຸມ​ການກໍ່​ສ້າງ ແລະ​ ດຳ​ເນີນ​ງານ​ຂອງ ບໍ​ລິສັດນ້ຳມັງ 1, ປະກອບມີ 4 ຂາຮຸ້ນໃຫຍ່ ຄື: ບໍລິສັດ ດົງຟ່າງ ສຈີນຖືຮຸ້ນ 75%, ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 10%, ບໍລິສັດເອຊີ (AC Industrial Ltd) ຖືຮຸ້ນ 10,75% ແລະ ບໍລິສັດ ສາຍທາ ກໍ່ສ້າງຈຳກັດຜູ້ດຽວ ຖືຮຸ້ນ 4,25%. ລວມູນຄ່າໃນການກໍ່ສ້າງທັງໝົດ 94,99 ລ້ານໂດລາສະຫະລັດ.

​​ເຂື່ອນດັ່ງກ່າວ ​ສ້າງດ້ວຍ​ບົບຄອນກຣີດ, ​ຄວາມສູງຂອງເຂື່ອນ 70 ​ແມັດ, ລະດັບສັນເຂື່ອນ EL 265 ​ແມັດ, ຄວາມຍາວຂອງສັນເຂື່ອນ 273 ​ແມັດ, ກວ້າງ 8 ​ແມັດ, ​ເນື້ອທີ່ອ່າງໂຕ່ງ 620.5 km2, ​ເນື້ອ​ທີ່ອ່າງເກັບນ້ຳ 0.32 km2, ມີກຳລັງຕິດຕັ້ງ 64 MW, ຈະສາມາດຜະລິດພະລັງງານ ໄດ້ 224.8 GWh/ປີ ແລະລະບົບສາຍສົ່ງ 115 kV ມີຄວາມຍາວ 6.64 km ເຊື່ອມຕໍ່ເຂົ້າສະຖານີ​​ໄຟຟ້າທ່າບົກ.​

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...