spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ເຜີຍ ສາເຫດໄຟໄໝ້ສາງເກັບເຄື່ອງ ຢູ່ບ້ານດົງນາໂຊກເໜືອ ເກີດຈາກໄຟຟ້າຊ໋ອດ!

ເຈົ້າໜ້າທີ່ເຜີຍ ສາເຫດໄຟໄໝ້ສາງເກັບເຄື່ອງ ຢູ່ບ້ານດົງນາໂຊກເໜືອ ເກີດຈາກໄຟຟ້າຊ໋ອດ!

Published on

ວັນທີ 4 ສິງຫານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເປີດເຜີຍ ເຖິງສາເຫດຂອງການເກີດໄຟໄໝ້ ສາງເກັບມ້ຽນເຄື່ອງຂອງ ບໍລິສັດ ຂົນສົ່ງດາວໃຈ ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ໃນວັນທີ 2 ສິງຫາທີ່ຜ່ານມາວ່າ: ພາຍຫຼັງສືບສວນຈາກຄຳໃຫ້ການ ຂອງພະນັກງານເຝົ້າສາງ, ບວກກັບການລົງກວດກາ ສະຖານທີ່ເກີດເຫດຕົວຈິງ ຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງຮູ້ວ່າ: ສາເຫດຂອງການເກີດໄຟໄໝ້ຄັ້ງນີ້ ແມ່ນເກີດຈາກໄຟຟ້າຊ໋ອດ (ໄຟຟ້າລັດວົງຈອນ), ຊຶ່ງພົບຫຼັກຖານໄຟຟ້າຊ໋ອດ ຢູ່ຫ້ອງບັນຊີການເງິນຂອງສາງດັ່ງກ່າວ, ກ່ອນຈະເກີດໄຟລຸກໄໝ້, ສ່ວນຄວາມເສຍຫາຍທັງໝົດ ຍັງຢູ່ໃນຂັ້ນຕອນການປະເມີນ, ຄາດວ່າມີມູນຄ່າຫຼາຍສົມຄວນ.

ຈາກເຫດການດັ່ງກ່າວ ເຈົ້າໜ້າທີຈຶ່ງເຕືອນໄປເຖິງບັນດາສຳນັກງານ, ອົງການ, ຕະຫຼອດຮອດປະຊາຊົນ ຈົ່ງເອົາໃຈໃສ່ຕິດຕາມກວດກາ ລະບົບໄຟຟ້າໃນສຳນັກງານ, ຫ້ອງການ ແລະ ເຮືອນຊານບ້ານຊ່ອງຂອງຕົນໃຫ້ດີ, ຖ້າຫາກເຫັນວ່າມີສະພາບເກົ່າແກ່ ກໍໃຫ້ປ່ຽນຖ່າຍ, ເພື່ອຫຼີກລ່ຽງຈາກການເກີດໄຟຊ໋ອດ ຫຼື ໄຟຟ້າລັດວົງຈອນໄດ້ງ່າຍ, ພ້ອມນັ້ນໃຫ້ມີສະຕິ ມອດຟືນ-ມອດໄຟໃຫ້ດີ ຫຼັງຈາກໃຊ້ງານເຊັ່ນ: ປັກສຽບ, ພັດລົມ, ແອ, ເຕົາອົບ, ເຕົາແກ໋ດ ແລະ ເຄື່ອງໃຊ້ໄຟຟ້າອື່ນໆເພື່ອຄວາມປອດໄພ, ສິ່ງສຳຄັນອີກອັນໜຶ່ງ ເມື່ອກໍ່ສ້າງອາຄານຕ່າງໆ ແມ່ນໃຫ້ປະຕິບັດຕາມຫຼັກການ ກໍຄືລະບຽບກົດໝາຍຂອງ ໜ່ວຍງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງເຂັ້ມງວດ, ໂດຍສະເພາະການຕິດຕັ້ງ ລະບົບດັບເພີງຄົບຊຸດຢູ່ຈະເປັນການດີທີ່ສຸດ, ເພື່ອສາມາດມອດໄຟ ໄດ້ທັນເວລາໃນເມື່ອມີໄຟໄຟ້າຊ໋ອດ ຫຼື ອັກຄີໄພເກີດຂຶ້ນ.

 

 

ແຫລ່ງຂ່າວ:

ລພນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...