Homeຂ່າວພາຍ​ໃນສາທາລະນະສຸກເຕືອນ! '' ລະວັງເບື່ອເຫັດ '' ເຫດເກີດທີ່ບ້ານທ່ານາແລ້ງ ໂຊກດີບໍ່ມີຜູ້ເສຍຊີວິດ

ສາທາລະນະສຸກເຕືອນ! ” ລະວັງເບື່ອເຫັດ ” ເຫດເກີດທີ່ບ້ານທ່ານາແລ້ງ ໂຊກດີບໍ່ມີຜູ້ເສຍຊີວິດ

Published on

 

index

ວັນທີ 3 ກໍລະກົດນີ້ ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກນະຄອນຫຼວງວຽງ​ຈັນ,

ໄດ້ຖະແຫຼ່ງຕໍ່ນັກຂ່າວຂອງພວກເຮົາວ່າ: ເມື່ອມໍ້ໆມານີ້ ໄດ້ມີກໍ​ລະນີເບື່ອເຫັດເກີດຂຶ້ນຢູ່ບ້ານທ່ານາແລ້ງ,

ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນມີ 7 ຄົນ, ຈາກ 3 ຄອບຄົວ, ໂຊກດີບໍ່ມີຜູ້ເສຍຊີວິດ, ສາເຫດ

ຂອງການເບື່ອເຫັດແມ່ນປະຊາຊົນຈຳນວນດັ່ງກ່າວ ໄດ້ນຳເອົາເຫັດທີ່ເກີດຈາກຕົ້ນບ້າວຄື: ເຫັດຄັນຮົ່ມ,

ຕີນແຮດ ແລະ ເຫັດຕົ່ງຝົນຢູ່ແຫຼ່ງດຽວກັນມາບໍລິໂພກ, ແລ້ວເກີດມີອາການວິນຫົວ, ປວດຮາກ ແລະ

ເຈັບທ້ອງ, ຈຶ່ງຖືກນຳສົ່ງໂຮງໝໍ, ຜ່ານການກວດພົບວ່າອາການ ດັ່ງກ່າວເກີດຈາກການເບື່ອເຫັດ ທາງ

​ແພດ​ໝໍ​ຈຶ່ງ​ໄດ້​ສຸມ​ໃສ່ລ້າງທ້ອງ​ປິນປົວ​​ໄດ້​ປອດ​ໄພ, ​ໃນແຕ່ລະປີ ເຖິງວ່າສາທາລະນະສຸກຈະ​ເອົາໃຈໃສ່

ແຈ້ງເຕືອນໃຫ້ປະຊາຊົນເພີ່ມຄວາມລະມັດລະວັງ ໃນການບໍລິ​ໂພ​ກເຫັດ ​ແຕ່ກໍ​ຍັງ​ປະ ​ກົດ​ມີຂຶ້ນ, ດັ່ງນັ້ນ

ອີກ​ເທື່ອໜຶ່ງ ຈຶ່ງຂໍເຕື່ອນມາຍັງປະຊາຊົນ ໃຫ້ມີສະຕິລະວັງຕົວຕື່ມ​ອີກ ໃນການບໍລິໂພກເຫັດຊະນິດຕ່າງໆ

ທີ່ອາດຈະນຳຜົນກະທົບມາສູ່ສຸຂະພາບ, ຖ້າຫາກບໍ່ແນ່ໃຈວ່າຊະນິດເຫັດທີ່ກິນບໍ່ໄດ້ ແມ່ນຫ້າມກິນເດັດ

ຂາດ, ຫ້າມກິນເຫັດຫຼາຍຊະນິດປົນກັນ ແລະ ຖ້າຫາກກິນເຫັດ ແລ້ວມີອາການຜິດປົກກະຕິ ເຊັ່ນ: ວິນຫົວ,

ປວດຮາກ, ເຈັບທ້ອງ ໃຫ້ໄປໂຮງໝໍດ່ວນ, ເນື່ອງຈາກໃນປັດຈຸບັນເຫັດບາງຊະນິດທີ່ເຄີຍກິນ ແຕ່ເກີດເບີ່ອ

ນັ້ນ​ ກໍ​ເນື່ອງ​ມາຈາກສານເຄມີຕົກຄ້າງທີ່ໃຊ້ປຸຍເຄມີໃນການກະເສດ ແລະ ເກີດຈາກການກິນເຫັດທີ່ເປັນ

ພິດຍ້ອນສັດປ່າທີ່ມີພິດຍ່ຽວໃສ່.

 

ທ່ານຫ​​ົວໜ້າ​ຂະ​ແໜງ​ລະບາດ​ວິທະຍາ​ໃຫ້​ຮູ້​ອີກ​ວ່າ: ແຕ່ລະປີຜ່ານມາມີການເບື່ອເຫັດ ເກີດຂຶ້ນເປັນຈຳນວນ

ບໍ່ໜ້ອຍ ແລະ ມີຜູ້ເສຍຊີວິດ​ແລ້ວຈຳນວນໜຶ່ງ,ໂດຍສະເພາະແມ່ນ ຢູ່ບັນດາ​ແຂວງພາກເໜືອ ແລະ ເຂດ

ຫ່າງໄກສີກຫຼີກ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_3012.html

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...