spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ

ສານນະຄອນຫລວງຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ

Published on

ນາງ ໄມຈົວລີ ອາຍຸ 26 ປີຢູ່ບ້ານເຕົາຖ່ານ, ເມືອງໂພນໂຮງ, ແຂວງວຽງຈັນ, ທ້າວ ຕູ້ວື້ ອາຍຸ 35 ປີຢູ່ບ້ານຊຽງດາ, ເມືອງໄຊເສດຖາ ແລະ ທ້າວ ເຢີວື່ ອາຍຸ 21 ປີຢູ່ບ້ານທົ່ງກາງ,ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນປະຫານຊີວິດເມື່ອທ້າຍອາທິດຜ່ານມານີ້, ໃນຂໍ້ຫາຄ້າຂາຍຢາເສບຕິດ.

ຊຶ່ງຄະດີມີຢູ່ວ່າ: ໃນເດືອນຕຸລາ 2014 ທ້າວ ຕູ້ວື້ ໄດ້ຊື້ຢາບ້າຈໍານວນ 66 ມັດເທົ່າກັບ 132 ພັນເມັດຈາກເຄື່ອຂ່າຍຄ້າຢາເສບຕິດປະເທດໃກ້ຄຽງ, ໂດຍໃຫ້ເອົາມາສົ່ງຢູ່ເສັ້ນທາງ ເຂດບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫລວງວຽງຈັນໂດຍໄດ້ເອົາຢາບ້າດັ່ງກ່າວ ມາຊຸກເຊື່ອງໄວ້ຢູ່ເຮືອນຂອງຕົນທີ່

ບ້ານຊຽງດາ, ເມືອງໄຊເສດຖາ. ມາຮອດວັນທີ 15 ພະຈິກ 2014 ນາງ ໄມຈົວລີ ຢູ່ບ້ານຫລັກ 52 ເມືອງໂພນໂຮງ, ໄດ້ໂທສັ່ງຊື້ຢາບ້ານໍາທ້າວ ຕູ້ວື້ ຈໍານວນ 50 ມັດ ແລະ ອີກສອງວັນຕໍ່ມາ ນາງ ໄມຈົວລີ ໄດ້ໂທລະສັບຫາທ້າວ ຕູ້ວື້ ໃຫ້ມາຮັບຢູ່ເຂດດົງໂດກ, ແຕ່ທ້າວຕູ້ວື້ ໄດ້ໃຫ້ທ້າວ ເຢີວື່ ຊຶ່ງເປັນນ້ອງຊາຍມາຮັບແທນແລ້ວໂທຫາທ້າວ ຕູ້ວື້ ໃຫ້ເອົາຢາບ້າຈໍານວນທີ່ສັ່ງຊື້ໄປສົ່ງໃຫ້ທີ່ໂຮງແຮມແຫ່ງໜຶ່ງ, ແຕ່ພໍທ້າວ ຕູ້ວື້ ຂີ່ລົດມາຮອດບ່ອນນັດໝາຍກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວພ້ອມຂອງກາງຢາບ້າ 53 ມັດ, ຫລັງຈາກນັ້ນ ກໍໄດ້ນໍາຕົວໄປສືບສວນ-ສອບສວນ ແລະ ໄປກວດຄົ້ນເຮືອນຂອງຜູ້ກ່ຽວກໍພົບຢາບ້າຕື່ມອີກ 13 ມັດ ລວມເປັນ 66 ມັດ, ຈຶ່ງເປັນຫລັກຖານໃຫ້ແກ່ເຈົ້າໜ້າທີ່ໃນການສັ່ງຟ້ອງໄອຍະການ ແລະ ສົ່ງໃຫ້ສານຕັດສິນລົງໂທດຕາມລະບຽບກົດໝາຍ.

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...