ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາຮ່ວມກັບນັກຮຽນ ຈາກມະຫາວິທະຍາໄລໂຕໂຢ ປະເທດ ຍີ່ປຸ່ນ

– ຖ້າທ່ານ ເປັນນັກຮຽນ ມະຫາວິທະຍາໄລ ຫຼື ວິທະຍາໄລ ແຕ່ປີທີ່ 1 ຫາ ປີ ທີ່ 3 ໃນທົ່ວປະເທດ
– ຖ້າທ່ານ ມີຄວາມສົນໃຈ ໃນການແລກປ່ຽນວັດທະນາທໍາ ແລະ ສ້າງມິດຕະພາບໃໜ່ ກັບນັກຮຽນຢິ່ປຸ່ນ
– ຖ້າທ່ານມີຄວາມສົນໃຈ ທາງດ້ານວັດທະນາທໍາ, ການທ່ອງທ່ຽວ ແລະ ການພັດທະນາ ແບບຢືນຢົງ
– ຖ້າທ່ານ ມີິຄວາມສາມາດສື່ສານ ພາສາອັງກິດ ຫຼື ພາສາຢີ່ປຸ່ນ ໄດ້ໃນລະດັບປານກາງ/ດີ
ໂອກາດນີ້ ທ່ານ ຄວນບໍ່ພາດ ທີ່ຈະສະຫມັກ !
ຜູ້ສະຫມັກ 12 ນ້ອງ ທີ່ຜ່ານການຄັດເລືອກ ຈະໄດ້ຮ່ວມເຮັດກິດຈະກໍາ ກັບນັກຮຽນຢີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແລະ ຈະໄດ້ຮັບໃບປະກາດຢັ້ງຢືນ ການເຂົ້າຮ່ວມນໍາອີກດ້ວຍ.
ພາສາທີ່ໃຊ້ ແມ່ນ ພາສາອັງກິດ ໃນຊ່ວງການເຮັດກິດຈະກໍາ
ປິດຮັບສະຫມັກ ວັນພະຫັດ ທີ່: 04/08/2016 ເວລາ 9:00 ເຊົ້າ.
ສະຫມັກອອນລາຍ ໄດ້ທີ່ ເວັບໄຊທ໌ ຕໍ່ໄປນີ້: http://bit.ly/dv-vientiane05
11 12
ແຫລ່ງຂ່າວ: ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz