spot_img
Homeຂ່າວການພັດທະນາລາວຈະປັບປຸງນະໂຍບາຍຊຸກຍູ້ພາກທຸລະກິດໃຫ້ເຂັ້ມແຂງ

ລາວຈະປັບປຸງນະໂຍບາຍຊຸກຍູ້ພາກທຸລະກິດໃຫ້ເຂັ້ມແຂງ

Published on

ໃນໂອກາດພົບປະໂອ້ລົມຕໍ່ພາກທຸລະກິດໃນທົ່ວປະເທດຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນຕອນບ່າຍວັນທີ 27 ກໍລະກົດນີ້ຢູ່ໂຮງແຮມດອນຈັນພາເລດ, ນະຄອນລວງວຽງຈັນ ໄດ້ຢືນຢັນຢ່າງໜັກແໜ້ນວ່າ: ລັດຖະບານຈະເລັ່ງປັບປຸງນະໂຍບາຍຕ່າງໆ ເພື່ອສ້າງບັນຍາກາດທີ່ອໍານວຍ ແລະ ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດມີຄວາມເຕີບໃຫຍ່ເຂັ້ມແຂງ,ພາຍຫລັງເຫັນວ່າພາກທຸລະກິດ,ຜູ້ປະກອບການເອກະຊົນຕ່າງໆ ລ້ວນແລ້ວແຕ່ແມ່ນໝໍ່ແໜງສໍາຄັນໃນການສ້າງພື້ນຖານເສດຖະກິດຂອງຊາດໃຫ້ໜັກແໜ້ນເຂັ້ມແຂງ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ໃນຕໍ່ໜ້ານີ້, ເພື່ອຮັບປະກັນໃຫ້ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ບັນລຸຜົນເປັນຈິງນັ້ນ, ກ່ອນອື່ນໝົດພວກເຮົາຕ້ອງຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງໜັກ

ແໜ້ນ, ພັດທະນາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020 ໂດຍມີການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສູ້ຊົນຮັບປະກັນໃຫ້ເສດຖະກິດແຫ່ງຊາດຂະຫຍາຍຕົວຕໍ່ເນື່ອງ ແລະ ມີຄຸນນະພາບຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ,ສ້າງກໍາລັງແຮງງານໃຫ້ມີສີມື, ມີລະບຽບວິໄນ ແລະ ດຸໝັ່ນ ເພື່ອສາມາດຕອບສະໜອງໃຫ້ແກ່ບັນດາຫົວໜ່ວຍເສດຖະກິດໄດ້ພຽງພໍ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ ແຕ່ຢາກເຮັດໄດ້ແນວນີ້ກ່ອນອື່ນໝົດລັດຖະບານຈະພະຍາຍາມເອົາໃຈໃສ່ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ກົດໜ່ວງທ່ວງດຶງການຂະຫຍາຍຕົວຂອງເສດຖະກິດເວົ້າລວມ, ເວົ້າສະເພາະກໍຄືພາກທຸລະກິດໃຫ້ໝົດໄປໂດຍໄວ, ຊຶ່ງໃນສະເພາະໜ້ານີ້ຈະເລັ່ງປັບປຸງນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຂົງເຂດເສດຖະກິດ ເປັນຕົ້ນ: ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ສອດຄ່ອງດີຂື້ນ, ປັບປຸງຂັ້ນຕອນການອະນຸຍາດລົງທຶນ,ການນໍາເຂົ້າ-ສົ່ງອອກສີນຄ້າໃຫ້ສັ້ນລົງ ເພື່ອປະຢັດທັງຕົ້ນທຶນ ແລະ ເວລາ, ສົ່ງເສີມ ແລະ ດຶງດູດການລົງທຶນເຂົ້າໃນເຂດເສດຖະກິດພິເສດ ແລະ ສະເພາະໃຫ້ຫລາຍຂຶ້ນດ້ວຍການກໍານົດນະໂຍບາຍດ້ານອັດຕາພາສີ-ອາກອນໃຫ້ເໝາະສົມ ແລະ ອັນຮີບດ່ວນແມ່ນນາຍົກລັດຖະມົນຕີຈະແຕ່ງຕັ້ງລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີສະເພາະເພື່ອຮັບພິຊອບຮັບຄໍາສະເໜີ, ຄໍາຄິດຄໍາເຫັນຂອງພາກທຸລະກິດແລ້ວລາຍງານໂດຍກົງຕໍ່ນາຍົກລັດຖະມົນຕີເພື່ອປະສານງານໄປຫາພາກສ່ວນກ່ຽວ ຂ້ອງມີວິທີການແກ້ໄຂຢ່າງທັນການ, ເພື່ອຮັບປະກັນໃຫ້ຫົວໜ່ວຍທຸລະກິດສາມາດເຄື່ອນໄຫວໄດ້ຢ່າງຖືກຕ້ອງ, ສະດວກ, ຍຸຕິທໍາ, ໂປ່ງໃສ ບົນພື້ນຖານລະບຽບກົດໝາຍ ແລະ ປະກອບສ່ວນພັນທະຕ່າງໆໃຫ້ລັດໄດ້ເປັນຢ່າງດີ. ຄຽງຄູ່ກັນນັ້ນ, ລັດຖະບານກໍຈະພະຍາຍາມສະກັດກັ້ນບັນຫາຫຍໍ້ທໍ້ອັນບໍ່ດີຕ່າງໆໃນຂົງເຂດເສດຖະກິດ ເຊັ່ນ: ແກ້ໄຂບັນຫາການເຄື່ອນໄຫວທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການສວຍໃຊ້ໜ້າທີ່ຕໍາແໜ່ງຂອງລັດເພື່ອສ້າງຜົນປະໂຫຍດໃຫ້ຕົນເອງ ແລະ ພັກພວກ, ພ້ອມຕ້ານການສໍ້ລາດບັງຫລວງ ແລະ ອື່ນໆໃຫ້ມີປະສິດທິຜົນດີຂຶ້ນ, ຊຶ່ງບັນຫາການສໍ້ລາດບັງຫລວງນີ້, ປັດຈຸບັນເຖິງວ່າໄດ້ມີມາດຕະການ ແລະ ກົນໄກ ເພື່ອກວດກາ ແລະ ແກ້ໄຂຈໍານວນໜຶ່ງແລ້ວ, ແຕ່ລັດຖະບານຍັງຈະສືບຕໍ່ຄົ້ນຄວ້າວິທີ ແລະ ມາດຕະການເດັດຂາດ, ເພື່ອເຮັດແນວໃດໃຫ້ທຸກຄົນໃນສັງຄົມມີແນວຄິດບໍ່ຢາກ, ບໍ່ກ້າ ແລະ ບໍ່ສາມາດສໍ້ລາດບັງຫລວງ.

 

ທີ່ມາຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...