spot_img
Homeຄົມຄິດຄົມຄົນອາຫານຂອງຄວາມປະສົບຜົນສຳເລັດ ບົດຄວາມດີໆທີ່ໜ້າອ່ານ

ອາຫານຂອງຄວາມປະສົບຜົນສຳເລັດ ບົດຄວາມດີໆທີ່ໜ້າອ່ານ

Published on

ມີຫລາຍຄົນຄິດວ່າຂ້ອຍເປັນຄົນໂຊກດີ ເພາະວ່າເຮັດທຸລະກິດແມ່ນຫຍັງກໍ່ປະສົບຜົນສຳເລັດ ທີ່ຈິງແລ້ວຄວາມໂຊກດີຂອງຂ້ອຍມັນມາຈາກເຫື່ອແຮງທີ່ຂ້ອຍທຸ້ມເທແລະ ການສະຫລະບາງສີ່ງຢ່າງໂດຍສະເພາະແມ່ນເວລາເພື່ອທຸ້ມເທໃຫ້ມັນຢ່າງເຕັມທີ່ ແລະສີ່ງດຽວທີ່ຂ້ອຍຄິດວ່າຂ້ອຍໂຊກດີຍ້ອນການມີຄອບຄົວທີ່ເຂົ້າໃຈໃນສີ່ງທີ່ຂ້ອຍເຮັດ ແລະບາງເທື່ອເຖີງເຂົາຈະບໍ່ເຂົ້າໃຈດີປານໃດເຂົາກໍ່ຍັງຍອມໃຫ້ເຮັດແລະຄົນທີ່ເສຍສະຫລະຫລາຍທີ່ສຸດນັ້ນກໍ່ຄືເມຍ ເພາະບໍ່ຄ່ອຍມີເວລາໃຫ້ລາວຫລາຍປານໃດ (ຂໍຂອບໃຈເມຍມາຍັງຈຸດໆນີ້555) ກັບມາເວົ້າເລື່ອງທຸລະກິດກັນຕໍ່ ຂ້ອຍບໍ່ໄດ້ບອກວ່າທຸກທຸລະກິດທີ່ເຮົາລົງມືເຮັດຈະປະສົບຜົນສຳເລັດໂດຍສະເພາະກັບຄົນທີ່ຫາກໍ່ເລີ່ມຕົ້ນທີ່ຍັງອ່ອນປະສົບການ ກົງກັນຂ້າມກັບຄົນທີ່ເຮັດທຸລະກິດມາດົນແລ້ວເຮັດຫຍັງກໍ່ເບີ່ງງ່າຍໄປຫມົດ ພໍແຕ່ລົງມືເຮັດກໍ່ເບີ່ງຄືຈະເປັນເງີນເລີຍ

ຂ້ອຍຂໍປຽບທຽບຄວາມປະສົບຜົນສຳເລັດໃຫ້ເປັນຄືກັບຕົ້ນໄມ້ກິນຫມາກທີ່ຕ້ອງໃຊ້ເວລາໃນການປູກແລະກິນອາຫານຫລາຍ ຄົນສ່ວນຫລາຍປູກຄວາມສຳເລັດບໍ່ໃຫຍ່ຈັກເທື່ອຍ້ອນເຈົ້າບໍ່ບົວລະບັດມັນດີພໍຄວນແລະບໍ່ໃຫ້ອາຫານມັນເປັນຢ່າງດີແລະຕໍ່ເນື່ອງ
ອາຫານຂອງຄວາມສຳເລັດມີຫຍັງແນ່

1. “ເຫື່ອແຮງ” ອັນນີ້ເປັນອາຫານພື້ນຖານທີ່ຕົ້ນໄມ້ ປຽບແບບການໃຫ້ນຳ້ກັບຕົ້ນໄມ້ ຄົນທີ່ເລີ່ມຕົ້ນມັກຈະຄິດວ່າການລົງມືເຮັດຫນ້ອຍໆແຕ່ຢາກປະສົບຜົນສຳເລັດຫລາຍໆເຮັດໃຫ້ຕິດກັບແຫ່ງຄວາມຄິດ ຮັບປະກັນວ່າບໍ່ປະສົບຜົນສຳເລັດແນ່ນອນ ເຈົ້າລອງຄິດພາບເບ້ຍໄມ້ຕ້ອງການນຳ້ຫລາຍປານໃດ ຄວາມປະສົບຜົນສຳເລັດກໍ່ຕ້ອງການການການເອົາໃຈໃສ່ແລະເຫື່ອແຮງຫລາຍແບບນັ້ນ

2. “ຄວາມລົ້ມແຫລວ” ອັນນີ້ປຽບເປັນປຸຍ ເຖິງຈະບໍ່ມີມັນຕົ້ນໄມ້ກໍ່ສາມາດໃຫຍ່ໄດ້ແຕ່ຕົ້ນໄມ້ທີ່ໃຫຍ່ແລະງົດງາມນັ້ນກໍ່ຈຳເປັນຕ້ອງມີປຸຍໃສ່ໃນປະລີມານທີ່ພໍດີມັນຈະຊ່ວຍຫລຸດຜ່ອນເວລາຂອງຕົ້ນໄມ້ໃນການເຕີບໃຫຍ່ແລະອອກດອກອອກຜົນທິ່ຫນ້າພໍໃຈ ຄວາມລົ້ມແຫລວໃນການເລີ່ມຕົ້ນກໍ່ເປັນຂະບວນການຫນື່ງໃນການປະສົບຜົນສຳເລັດ ເຖີງຫລາຍຄົນຈະບໍ່ຢາກລົ້ມແຫລວ ແຕ່ຢ່າລືມວ່າຖ້າເຈົ້າຕ້ອງການປະສົບຜົນສຳເລັດໄວເຈົ້າຕ້ອງຮຽນລົ້ມແຕ່ແທນທີ່ຈະຢ້ານການລົ້ມ ແຕ່ກຽມການລົ້ມທີ່ເຮັດໃຫ້ເຮົາເຈັບຫນ້ອຍທີ່ສຸດ “ຄົນທີ່ບໍ່ລົ້ມຫມາຍເຖີງຄົນທີ່ບໍ່ໄກ້ເຮັດຫຍັງເລີຍ”

3. “ຄວາມຮູ້ແລະຄວາມອົດທົນ” ປຽບກັບການຕົ້ນໄມ້ຄືດີນ ເພາະມັນເປັນອົງປະກອບທີ່ສຳຄັນທິ່ສຳຄັນທີ່ສຸດຂອງການປູກຕົ້ນໄມ້ ປາດສະຈາກຄວາມຮູ້ເຮົາເອງກໍ່ບໍ່ສາມາດປະສົບຜົນສຳເລັດໄດ້ຄືກັນ

3. “ຄວາມເຊື່ອແລະຄວາມຝັນ“ ການທິ່ເຈົ້າຈະປະສົບຜົນສຳເລັດໄດ້ເຈົ້າຕ້ອງເປັນຄົນຄິດໃຫຍ່ແລະການທີ່ເຈົ້າຄິດໃຫຍ່ແມ່ນການທີ່ເຈົ້າຄິດຕ່າງຈາກຄົນອື່ນນັ້ນກໍ່ບໍ່ແມ່ນເລື່ອງແປກທີ່ຫລາຍຄົນຈະບໍ່ເຫັນດີກັບຄວາມຄິດເຮົາ ຫລາຍຄົນຈະຄິດວ່າເຮົາບ້າເພາະເຮົາຕ່າງ ແລະຖ້າເຮົາເລີ່ມເຮັດບາງຄົນຈະດູຖູກຄວາມຄິດ ແລະບາງຄົນທີ່ຢູ່ໃກ້ໂຕກໍ່ຈະກົດດັນໃຫ້ເຮົາຄິດໃຫ້ນ້ອຍລົງ ແຕ່ການຄິດໃຫຍ່ນີ້ເອງປຽບໃສ່ກັບການປູກຕົ້ນໄມ້ ມັນແມ່ນກ້າຂອງຕົ້ນໄມ້ຫລືເວົ້າອີກໃນຫນື່ງແມ່ນຈຸດເລີ່ມຕົ້ນຂອງຄວາມປະສົບຜົນສຳເລັດ ເຈົ້າລອງຄິດເບີ່ງຄົນທີ່ບໍ່ເຄີຍປະສົບຜົນສຳເລັດປຽບແບບຄົນບໍ່ເຄີຍເຫັນຕົ້ນຫມາກມ່ວງ ເຖີງເຈົ້າຈະເລົ່າໃຫ້ລາວຟັງວ່າຈາກກ້ານ້ອຍໆທີ່ຢູ່ໃນມືເຈົ້າອິກ 5ປີມັນຈະກາຍເປັນຕົ່ນມ່ວງທີ່ສູງໃຫຍ່ ເຂົາກໍ່ຍັງບໍ່ຮູ້ວ່າມັນຈະເກີດຂື້ນໄດ້ແນວໃດ ແລະການທີ່ເຈົ້າຈະປະສົບຜົນສຳເລັດກໍ່ບໍ່ຈຳເປັນຕ້ອງຟັງຄົນທີ່ບໍ່ເຄີຍປະສົບຜົນສຳເລັດເພາະແນວຄວາມຄິດເຂົາທຸກຢ່າງມັນກໍ່ເປັນໄປບໍ່ໄດ້ຢູ່ແລ້ວ

ສີ່ຢ່າງນີ້ແຫລະທີ່ເຮົາຈະເອົາມາບຳລຸງຮັກສາຕົ້ນໄມ້ກິນຫມາກຂອງເຮົາທີ່ມີຊື່ວ່າຄວາມປະສົບຜົນສຳເລັດ ຈະຕົ້ນປະສົບຜົນສຳເລັດນີ້ແຮງໃຫ້ນຳ້ ພວນດິນແລະປຸຍມັນແຮງຈະໃຫຍ່ ແລະ ແຂງແຮງ

ຂອບໃຈບົດຄວາມຈາກ: ນັກທຸລະກິດມືໃຫມ່ entrepreneur

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...