Homeປ່ອງຢ້ຽມດວງດາວລາວແຊັດ ເລັ່ງໃຫ້ບໍລິການ ຄາດວ່າອະນາຄົດ ຈະມີຕະຫຼາດກວ້າງຂຶ້ນ

ລາວແຊັດ ເລັ່ງໃຫ້ບໍລິການ ຄາດວ່າອະນາຄົດ ຈະມີຕະຫຼາດກວ້າງຂຶ້ນ

Published on

ບໍລິສັດ ດາວທຽມລາວເອເຊຍ-ປາຊີຟິກຈຳກັດ ຫຼື LAOSAT ກຳລັງເລັ່ງຫາຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຫຼ້າສຸດໄດ້ເຊັນສັນຍາເຊົ່າ 1 ຊ່ອງກັບປະເທດອິນໂດເນເຊຍ ແຕ່ຍັງຢູ່ໃນໄລຍະລໍຖ້າໄດ້ຮັບການອະນຸຍາດຈາກລັດຖະບານອິນໂດເນເຊຍ, ສ່ວນການບໍລິການຊ່ອງ ແລະ ສະຖານີ (VSAT) ໄດ້ມີການຕິດຕັ້ງເພື່ອທົດລອງຢູ່ຫຼາຍກະຊວງ; ຂະນະທີ່ທ່ານລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ແນະນຳໃຫ້ບໍລິສັດກຳນົດຄາດຫມາຍສ້າງລາຍຮັບແຕ່ລະໄລຍະ ເນື່ອງຈາກວ່າ ດາວທຽມມີອາຍຸການນຳໃຊ້ຈຳກັດເພື່ອໃຫ້ລັດຖະບານສົ່ງເງິນກູ້ຢືມຄືນໃຫ້ພຽງພໍ.

394

ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2016 ຂອງບໍລິສັດດາວທຽມລາວເອເຊຍ-ປາຊີຟິກຫຼື LAOSAT ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດຜ່ານມານີ້ ທີ່ສູນບັນຊາດາວທຽມພາກພື້ນດິນ (ຫຼັກ14) ຖະຫນົນທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ທັນສະໄຫມ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມ ແລະ ການສື່ສານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຕາມບົດສະຫຼຸບຂອງບໍລິສັດ LAOSAT ໃຫ້ຮູ້ວ່າ: ບໍລິສັດໄດ້ຮັບການສຳປະທານຈາກລັດຖະບານ ເພື່ອດຳເນີນທຸລະກິດກຳນົດ 15 ປີ ຕາມອາຍຸການນຳໃຊ້ຂອງດາວທຽມ ເຊິ່ງປະກອບດ້ວຍ 3 ຂະແຫນງການຄື້: (1) ໃຫ້ເຊົ່າ ແລະ ບໍລິການຊ່ອງດາວທຽມ (Transponder) ໃຫ້ທັງພາຍໃນ ແລະ ຕ່າງປະເທດຄື້ນ KU-Band, ໂທລະພາບ 8 ຊ່ອງລວມ 432 ເມກາເຮີດ, ໃນນັ້ນໄວ້ໃຫ້ຕ່າງປະເທດເຊົ່າ 5 ຊ່ອງ ແລະ 3 ຊ່ອງໄວ້ຮັບໃຊ້ພາຍໃນ ແລະ ຄື້ນ C-Band 14 ຊ່ອງ 504 ເມກາເຮີດ ໄວ້ໃຫ້ຕ່າງປະເທດເຊົ່າ 10 ຊ່ອງ ແລະ 4 ຊ່ອງໄວ້ໃຊ້ພາຍໃນປະເທດ; (2) ບໍລິການດ້ານໂທລະພາບ Direct to home ຫຼື DTH ແມ່ນການບໍລິການຊ່ອງໂທລະພາບເຖິງເຮືອນໃນຂອບເຂດທົ່ວປະເທດ (3) ບໍລິການດ້ານອິນເຕີເນັດແບບບໍ່ມີສາຍດ້ວຍລະບົບ 4G-LTE.

ພາບ-ຂ່າວຈາກ: ເສດຖະກິດ-ການຄ້າ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...