Homeຂ່າວເຫດການສະພາອຸດສາຫະກຳ ແລະ ການຄ້າ ຈັດເຜີຍແຜ່ມະຕິ X ໃຫ້ພາກທຸລະກິດ

ສະພາອຸດສາຫະກຳ ແລະ ການຄ້າ ຈັດເຜີຍແຜ່ມະຕິ X ໃຫ້ພາກທຸລະກິດ

Published on

ໃນເຊົ້າວັນທີ 27 ກໍລະກົດນີ້, ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ທ່ານຮອງປະທານປະເທດ ພັນຄໍາ ວິພາວັນ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ຜູ້ປະກອບການທຸລະກິດ ໃນຂອບເຂດທົ່ວປະເທດ ເພື່ອແນໃສເຮັດໃຫ້ພາກທຸລະກິດ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ແລະ ພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍ ໃຫ້ມີໝາກຜົນຕົວຈິງ ແລະ ກ້າວໄປສູ່ການສ້າງພື້ນຖານເສດຖະກິດແຫ່ງຊາດ ທີ່ໜັກແໜ້ນເຂັ້ມແຂງໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານຮອງປະທານປະເທດ ໄດ້ຍົກໃຫ້ເຫັນບົດບາດການນໍາພາ ໃນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ພ້ອມທັງຊີ້ໃຫ້ເຫັນເນື້ອໃນຈິດໃຈ ແລະ ທິດທາງຂອງພັກ ເພື່ອສ້າງບາດລ້ຽວ ໃນການພັດທະນາປະເທດໃນຕໍ່ໜ້າ, ໂດຍສະເພາະສູ້ຊົນນໍາເອົາປະເທດຊາດ ຫລຸດພົ້ນອອກຈາກ ສະພາວະດ້ອຍພັດທະນາໃນປີ 2020 ແລະ ສ້າງພື້ນຖານອັນໜັນແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງ ສູ່ຈຸດໝາຍສັງຄົມນິຍົມ ແລະ ຢາກບັນລຸໄດ້ແນວນັ້ນ, ທຸກພາກສ່ວນນັບທັງພາກລັດ ແລະ ເອກະຊົນ ຕ້ອງໄດ້ມີຄວາມຕັດສີນໃຈສູງ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຢ່າງເດັດຂາດ ດ້ວຍການແກ້ໄຂຂໍ້ຄົງຄ້າງຕ່າງໆໃນຜ່ານມາ ທັງໃນຖັນແຖວພາກລັດ ແລະ ພາກທຸລະກິດ ເພື່ອຮັບປະກັນການບຸກທະລຸ ດ້ານແນວຄິດຈີນຕະນາການ ແລະ ກ້າວສູ່ການຫັນປ່ຽນຢ່າງຈະແຈ້ງ, ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ປະກົດຜົນເປັນຈິງ.

ພິທີດັ່ງກ່າວຈັດຂຶ້ນໂດຍ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ, ເຊິ່ງມີຜູ້ປະກອບການ, ຫົວໜ່ວຍທຸລະກິດໃນທົ່ວປະເທດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...