spot_img
Homeຂ່າວຕ່າງປະເທດຜູ້ນຳກຸ່ມຕິດອາວຸດ ຊົນເຜົ່າສ່ວນນ້ອຍຢູ່ມຽນມາ ລວມຕົວຫາລື ກຽມປະຊຸມສັນຕິພາບ ຮ່ວມກັບລັດຖະບານ

ຜູ້ນຳກຸ່ມຕິດອາວຸດ ຊົນເຜົ່າສ່ວນນ້ອຍຢູ່ມຽນມາ ລວມຕົວຫາລື ກຽມປະຊຸມສັນຕິພາບ ຮ່ວມກັບລັດຖະບານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 27 ກໍລະກົດນີ້ວ່າ ໃນວັນອັງຄານທີ 26 ກໍລະກົດ 2016 ຜ່ານມານີ້ ກຸ່ມຕິດອາວຸດຊົນເຜົ່າຕ່າງໆຢູ່ມຽນມາ 17 ກຸ່ມ ໄດ້ເປີດກອງປະຊຸມປຶກສາຫາລືກັນ ຢູ່ເມືອງມາຍຈາຢາງ ລັດກະສິ່ນ ທາງພາກເໜືອຂອງມຽນມາ ເພື່ອກະກຽມໃຫ້ແກ່ ກອງປະຊຸມສັນຕິພາບຄັ້ງໃຫຍ່ ຮ່ວມກັບລັດຖະບານມຽນມາ ທີ່ຈະໄຂຂຶ້ນໃນເດືອນສິງຫານີ້ ສຳລັບຄວາມພະຍາຍາມ ທີ່ຈະຢຸຕິຄວາມບໍ່ສະຫງົບພາຍໃນປະເທດ ທີ່ມີມາຢ່າງຍາວນານ.

ທັງນີ້ ກຸ່ມຕິດອາວຸດຊົນເຜົ່າສ່ວນນ້ອຍບາງກຸ່ມ ແມ່ນໄດ້ບັນລຸຂໍ້ຕົກລົງ ເພື່ອຢຸດຍິງກັບລັດຖະບານມຽນມາແລ້ວ ແຕ່ກໍຍັງມີອີກຫລາຍກຸ່ມ ທີ່ຍັງສືບຕໍ່ປະທະກັບກອງທັບມຽນມາ ຊຶ່ງພາຍໃນກອງປະຊຸມຄັ້ງນີ້ ກໍຍັງມີອີກ 4 ກຸ່ມ ຖອນຕົວອອກຈາກກອງປະຊຸມ ໃນນາທີສຸດທ້າຍອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...