Homeນານາສາລະຄຸນປະໂຫຍດຂອງກ້ວຍໄຂ່ ທີ່ຫຼາຍຄົນຄວນຮູ້

ຄຸນປະໂຫຍດຂອງກ້ວຍໄຂ່ ທີ່ຫຼາຍຄົນຄວນຮູ້

Published on

ຫຼາຍຄົນອາດຍັງບໍ່ຮູ້ວ່າ ກ້ວຍໄຂ່ນອກຈາກຈະ​ເປັນ​ກ້ວຍ​ທີ່​ມີລົດ​ຊາດ​ຫວານ​ຫອມ​ ແລະ ແຊບ ​ທີ່ສຸດ​ ​ປະໂຫຍດ​ຂອງ​ກ້ວຍ​ໄຂ່​ ຍັງມີ ​ອີກ​ຫລາຍ​ເຊັ່ນ​: ປ້ອງ​ກັນ​ພະຍາດ​ເລືອດ​ຈາງ​, ປ້ອງ​ກັນ​ພະຍາດ​ທ້ອງ​ຜູກ​, ປ້ອງ​ກັນ​ລຳ​ໄສ້​ເປັນບາດ​,​ ປ້ອງ​ກັນ​ຄວາມ​ຄຽດ ​ແລະ ​ເສັ້ນ​ເລືອດ​ຝອຍ​ແຕກ​, ພະຍາດ​ຄວາມ​ດັນ​ເລືອດ​ສູງ​, ບຳ​ລຸງ​ລະບົບ​ປະສາດ​, ຄວບ​ຄຸມ​ອຸນຫະພູມ​ຂອງ​ຮ່າງກາຍ​ ເປັນ​ຕົ້ນ.​

ປະໂຫຍດ​ຈາກ ​ກ້ວຍ​ໄຂ່​ມີ​ຢ່າງຫລວງ​ຫລາຍ​​ ຈາກ​ການ​ວິໄ​ຈ​ກ້ວຍ​ທັງ​ 3 ຊະນິດ​ ຄື​ ກ້ວຍ​ນ້ຳ​,​ ກ້ວຍ​ໄຂ່​ ແລະ ​ກ້ວຍງ້າວ ພົບ​ວ່າ​ ຖ້າ​ຮັບປະທານ​ໃນ​ປະລິມານ​ທີ່​ເທົ່າ​ກັນ​ ຄື:​ 100 ກລາມ​ ກ້ວຍ​ໄຂ່​ຈະ​ມີ​ເບ​ຕ້າ​ແຄ​ໂຣ​ທີນ​ຫລາຍ​ທີ່ສຸດ​ເຖິງ​ 492 ໄມ​ໂຄຮກ​ລາມ​ ຂະນະ​ທີ່ກ້ວຍ​ນ້ຳ​ ​ແລະ​ ກ້ວຍງ້າວ​ມີ​ພຽງ​ 9 ໄມ​ໂຄຮກ​ລາມ​ ເທົ່າ​ນັ້ນ​.

ນອກ​ຈາກ​ນີ້,​ ກ້ວຍ​ໄຂ່​ຍັງມີ​ສານ​ຕ້ານ​ອະ​ນຸ​ມູນ​ອິດສະຫລະ​ຢູ່​ຫລາຍ​ ຊຶ່ງ​ສານ​ນີ້​ສາມາດ​ປ້ອງ​ກັນ​ການ​ເກີດ​ເຊລ​​ມະ​ເຮັງ ​ແລະ ​ຢຸດຢັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ເຊລ​ເນື້ອຮ້າຍ​ໄດ້​ ແລະ​ ມີ​ຄຸນປະໂຫຍດ​ຢ່າງ​ຍິ່ງ​ສຳລັບ​ແມ່ນຍິງ​ຄື:​ ຫລຸດ​ຮອຍຫ່ຽວ​ກ່ອນ​ໄວອັນຄວນໄດ້.​

 

ທີ່ມາ: http://www.thailovehealth.com/

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...