spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຕຳແລ້ວໜີຍັງມີຢ່າງຕໍ່ເນື່ອງ ລັດຄວນຫາມາຕະການແກ້ໄຂຮີບດ່ວນ

ຕຳແລ້ວໜີຍັງມີຢ່າງຕໍ່ເນື່ອງ ລັດຄວນຫາມາຕະການແກ້ໄຂຮີບດ່ວນ

Published on

ໃນວັນທີ 25.07.2016 ເວລາ 02:20ໂມງ ໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີລົດໃຫຍ່ຕຳລົດຈັກແລ້ວໜີ ຈຸດເກີດເຫດແມ່ນ ໜ້າໂຮງຮຽນປະຖົມ ບ້ານ ໜອງໄຮ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນພໍໜ່ວຍກູ້ໄພມູນນິທິ ອອກກວດສອບພົບເຫັນ ຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ອາຍຸ 33ປີ ອາການເບື້ອງຕົ້ນແມ່ນ ກະທົບຫົວຮຸນແຮງ,ເລືອດອອກດັງ,ເລືອດອອກປາກ,ມີບາດເປີດໃຫຍ່ຢູ່ໜ້າຜາກ,ມີບາດເປີດກວ້າງຢູ່ຫົວເຂົ່າເບື້ອງຂວາ ແລະ ມີບາດແຜຕາມຕົນໂຕ(ບໍ່ມີສະຕິ)
ຫນ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍເສດຖາໂດຍດ່ວນ ແຕ່ເນື່ອງຈາກໄດ້ຮັບບາດເຈັບໜັກ ເມື່ອໄປຮອດໂຮງໝໍ ທາງກູ້ໄພ ແລະ ທ່ານໝໍໄດ້ພະຍາຍາມກູ້ຊີວິດຂອງຄົນເຈັບໄວ້ແຕ່ບໍ່ສຳເລັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍເສດຖາທິຣາດ

ຕໍ່ເຫດການຄືດັ່ງກ່າວນີ້ ລັດຖະບານພວມຂຸ້ນຂ້ຽວ ຫາວິທີແກ້ໄຂ ໂດຍຫລ້າສຸດໄດ້ຂ່າວວ່າຈະມີການຕິດກ້ອງວົງຈອນປິດ ໄວ້ທົ່ວນະຄອນຫຼວງຕື່ມອີກ 800 ຈຸດ ເພື່ອຈະໄດ້ຕິດຕາມເບິ່ງສະພາບການຈະລາຈອນ ແລະແກ້ໄຂສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນ ບໍ່ວ່າຈະເປັນການປຸ້ນຈີ້, ຊິງຊັບ, ລົດຕຳຄົນແລ້ວໜີບໍ່ຮັບຜິດຊອບ ແລະບັນຫາອື່ນໆ

ແຕ່ນອກຈາກນັ້ນ, ສິ່ງໜຶ່ງທີ່ສຳຄັນຄວນຈະມີການ ປູກຝັງຈິດສຳນຶກຄວາມຮັບຜິດຊອບ ຕໍ່ການກະທຳຂອງຄົນລາວໃຫ້ຫຼາຍຂຶ້ນ ຖ້າບໍ່ດັ່ງນັ້ນ, ການແກ້ໄຂກໍຄົງໄດ້ແຕ່ປາຍເຫດເທົ່ານັ້ນ ເພາະຕົ້ນເຫດມັນຢູ່ທີ່ຈິດສຳນຶກຂອງຄົນໃນສັງຄົມ.

ຂອບໃຈຂ່າວແລະຮູບຈາກ: ໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...