spot_img
Homeຂ່າວຕ່າງປະເທດທ່ານນາງ Clinton ແລະ ທ່ານ Kaine ໃຫ້ຄຳສັນຍາ ທີ່ມີວິໄສທັດແຕກຕ່າງໄປຈາກທ່ານ Trump ຫຼາຍ

ທ່ານນາງ Clinton ແລະ ທ່ານ Kaine ໃຫ້ຄຳສັນຍາ ທີ່ມີວິໄສທັດແຕກຕ່າງໄປຈາກທ່ານ Trump ຫຼາຍ

Published on

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton ພ້ອມກັບສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kaine, ທີ່ການຊຸມນຸມຂອງພັກທີ່ສະໜາມກິລາ Panther ຂອງມະຫາວິທະຍາໄລ ນານາຊາດລັດ ຟລໍຣິດາ ນະຄອນ ມາຍອາມີ, ລັດ ຟລໍຣິດາ. 23 ກໍລະກົດ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານນາງ Hillary Clinton ພ້ອມກັບສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kaine, ທີ່ການຊຸມນຸມຂອງພັກທີ່ສະໜາມກິລາ Panther ຂອງມະຫາວິທະຍາໄລ ນານາຊາດລັດ ຟລໍຣິດາ ນະຄອນ ມາຍອາມີ, ລັດ ຟລໍຣິດາ. 23 ກໍລະກົດ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ສະມາຊິກສະພາສູງລັດ ເວີຈິເນຍ ທ່ານ Tim Kane ໄດ້ໂຄສະນາຫາສຽງ ຮ່ວມກັນເປັນຄັ້ງທຳອິດໃນວັນເສົາວານນີ້, ເປັນການປະກາດຂໍ້ຄວາມທີ່ມີແງ່ດີ ກ່ຽວກັບ ຄວາມຫວັງໃນອະນາຄົດ, ເຊິ່ງກົງກັນຂ້າມກັບກອງປະຊຸມຫຼວງຂອງພັກຣີພັບບລີກັນ ໃນ ສັບປະດາທີ່ຜ່ານມາ, ເຊິ່ງຜູ້ບັນຍາຍຫຼາຍຄົນໄດ້ເຕືອນວ່າ ສະຫະລັດ ກຳລັງຈະຊຸດໂຊມລົງ.

ທ່ານນາງ Clinton ໄດ້ແນະນຳທ່ານ Kane ໃຫ້ພວກຜູ້ສະໜັບສະໜູນທີ່ຮ້ອງເຊຍຈຳ ນວນຫຼາຍໃນລັດ ຟລໍຣິດາ, ໂດຍກ່າວວ່າ ທ່ານນາງ ແລະ ທາງເລືອກຂອງເພິ່ນສຳລັບ ຮອງ ປະທານາທິບໍດີ ຈະ “ສະເໜີວິໄສທັດທີ່ແຕກຕ່າງຢ່າງໃຫຽ່” ສຳລັບ ອາເມຣິກາ, ຊຶ່ງເປັນອັນໜຶ່ງທີ່ຮຽກຮ້ອງໃຫ້ເກີດຂຶ້ນກໍຄື “ການສ້າງຂົວ, ບໍ່ແມ່ນສ້າງກຳແພງ” ເປັນ ການເວົ້າແຍ່ໃສ່ການຮຽກຮ້ອງຂອງທ່ານ Donald Trump ຈາກພັກຣີພັບບລີກັນ ສຳລັບ ການສ້າງກຳແພງ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ເພື່ອກີດກັ້ນຜູ້ຍົກຍ້າຍຖິ່ນຖານຜິດ ກົດໝາຍ.

ທ່ານນາງ Clinton ໄດ້ປະກາດວ່າ “ສະມາຊິກສະພາສູງທ່ານ Tim Kane ແມ່ນເປັນ ທຸກສິ່ງຢ່າງທີ່ກົງກັນຂ້າມເລີຍກັບ ທ່ານ Donald Trump ແລະ ທ່ານ Mike Pence ຄູ່ລົງ ແຂ່ງຂັນຮ່ວມຈາກພັກກົງກັນຂ້າມ. ທ່ານ Kane ແມ່ນພ້ອມແລ້ວທີ່ຈະເຂົ້າເຮັດ ວຽກ ແລະ ນຳພາວຽກງານໃນມື້ທຳອິດ. ແລະ ເພິ່ນແມ່ນນັກປະຕິຮູບຜູ້ທີ່ມັກຈະເຮັດ ທຸກຢ່າງໃຫ້ສຳເລັດ.”

ທ່ານ Trump ບໍ່ໄດ້ມີການໂຄສະນາຫາສຽງໃນວັນເສົາວານນີ້ ແຕ່ໄດ້ກ່າວອອກມາ ໃນ ການຂຽນຂໍ້ຄວາມທາງສື່ສັງຄົມຫຼາຍຄັ້ງທີ່ເບິ່ງຄືວ່າ ຈະແນເປົ້າໃສ່ການແບ່ງແຍກພວກຜູ້ ລົງຄະແນນສຽງໃຫ້ພັກເດໂມແຄຣັດ, ໂດຍສະເພາະ ກ່ຽວກັບ ບັນຫາເສດຖະກິດ. ຜູ້ລົງ ແຂ່ງຂັນຈາກພັກຣີພັບບລີກັນ ໄດ້ໃຫ້ຄຳນິຍາມແກ່ທ່ານ Kane ວ່າ “ເປັນນັກທຳລາຍ ວຽກງານ” ສຳລັບການສະໜັບສະໜູນຂອງທ່ານ ກ່ຽວກັບ ຂໍ້ຕົກລົງການຄ້າ ພາຄີຂ້າມ ມະຫາສະໝຸດປາຊີຟິກ ຫຼື TPP. ຂໍ້ຕົກລົງ TPP ໄດ້ຖືກຂັດຂວາງຢ່າງແຮງໂດຍຂູ່ແຂ່ງ ຂອງທ່ານນາງ Clinton ໃນລະຫວ່າງການເລືອກຕັ້ງຂັ້ນຕົ້ນ ແລະ ກອງປະຊຸມເລືອກຕັ້ງ ທ່ານ Bernie Sanders.

ຂໍ້ມູນຈາກ :

fwfwref

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...