spot_img
HomeມູມໄອທີລາວMeizu MX6 ມີຄົນລົງທະບຽນເຖິງ 3.2 ລ້ານຄົນພາຍໃນ 24 ຊົ່ວໂມງ!!

Meizu MX6 ມີຄົນລົງທະບຽນເຖິງ 3.2 ລ້ານຄົນພາຍໃນ 24 ຊົ່ວໂມງ!!

Published on

ບໍລິສັດ Meizu ອອກມາເປີດເຜີຍຍອດຜູ້ລົງທະບຽນລ່ວງໜ້າຂອງໂທລະສັບເຮືອທຸງລຸ້ນໃໝ່ຄື MX6 ວ່າມີຜູ້ໃຫ້ຄວາມສົນໃຈເຖິງ 3.2 ລ້ານຄົນ ພາຍໃນໄລຍະເວລາ 24 ຊົ່ວໂມງເທົ່ານັ້ນ!!. ໂດຍເຮົາເອງກໍໄດ້ລາຍງານກ່ຽວກັບການເປີດໂຕຂອງໂທລະສັບລຸ້ນນີ້ໄປແລ້ວ ແລະກໍມີອີກ 400 ກວ່າເວັບໄຊທີ່ລາຍງານຂ່າວດັ່ງກ່າວນີ້ນຳ.

ແຕ່ເຖິງຢ່າງໃດກໍຕາມຍອດລົງທະບຽນນີ້ກໍບໍ່ໄດ້ໝາຍຄວາມວ່າ Meizu ໄດ້ຂາຍໂທລະສັບລຸ້ນນີ້ໄປ 3.2 ລ້ານເຄື່ອງ ເພາະວ່າມື້ເປີດຂາຍຢ່າງເປັນທາງການແມ່ນວັນທີ 30 ກໍລະກົດ ຫຼືທ້າຍເດືອນນີ້. 

ສຳລັບສະເປັກໂດຍລວມຂອງ Meizu MX6 ແມ່ນມາພ້ອມກັບຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD, ໃຊ້ງານຊິບເຊັດເດກ້າຄໍ Helio X20 ພ້ອມກັບ Mali-T880 GPU, RAM 4GB, ROM 32GB, ແບັດເຕີຣີ 3060mAh ພ້ອມຮອງຮັບລະບົບສາກໄວ, ກ້ອງຫຼັງ 12 ລ້ານພິກເຊວ ແລະກ້ອງໜ້າ 5 ລ້ານພິກເຊວ. 

ໂດຍຈຸດເດັ່ນໆທີ່ຄົນໃຫ້ຄວາມສົນໃຈຫຼາຍສຳລັບ Meizu MX6 ກໍອາດຈະເປັນການໃຊ້ເຊັນເຊີ້ Sony IMX386 CMOS ເປັນລຸ້ນທຳອິດຂອງໂລກ ແລະຊິບປະມວນຜົນແບບ 10 ຄໍ. ທາງດ້ານລາຄາເອງກໍເປັນມິດກັບຜູ້ໃຊ້ຫຼາຍໂດຍຢູ່ທີ່ 1999 ຢວນ (2.415.000 ກີບ).

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...