spot_img
Homeຂ່າວການພັດທະນາລະເບີດບໍ່ທັນແຕກ ບັນຫາຫຼັກທີ່ຕ້ອງເລື່ອນ ການສ້າງທາງລົດໄຟ ຄວາມໄວສູງ ສະຫວັນ-ລາວບາວ

ລະເບີດບໍ່ທັນແຕກ ບັນຫາຫຼັກທີ່ຕ້ອງເລື່ອນ ການສ້າງທາງລົດໄຟ ຄວາມໄວສູງ ສະຫວັນ-ລາວບາວ

Published on

Picture 2086

ໂຄງການກໍ່ສ້າງເສັ້ນທາງ ລົດໄຟຄວາມໄວສູງ 220 ກິໂລ ແມັດຕໍ່ຊົ່ວໂມງ, ແຕ່ ເມືອງອຸທຸມ ພອນແຂວງສະຫວັນນະເຂດຫາ ດ່ານຊາຍແດນລາວບາວ ສສ ຫວຽດ ນາມ, ມີຄວາມຍາວ 200 ກວ່າກິໂລແມັດ, ໃນມູນຄ່າ ຫລາຍກວ່າ 5 ຕື້ໂດລາສະ ຫະລັດ, ໂດຍແມ່ນບໍລິສັດ ໄຈແອນ ຄອນໂຊລີດາເຕັດ ລີມີເຕັດ (Giant Con solidated Limited) ປະເທດມາເລເຊຍ ເປັນ ຜູ້ລົງທຶນ ແລະ ຮັບເໝົາກໍ່ສ້າງ, ໄດ້ເລື່ອນການກໍ່ສ້າງອອກໄປຢ່າງບໍ່ມີກຳນົດ, ເນື່ອງຈາກບໍລິສັດຮັບເໝົາຈະ ໄດ້ສຳ ຫລວດຄືນໃໝ່ບັນດາສິ່ງກີດຂວາງຕ່າງໆໂດຍສະ ເພາະແມ່ນລະເບີດບໍ່ທັນແຕກໃນຂອບເຂດທີ່ຈະຈັດຕັ້ງປະຕິບັດ ໂຄງການ.

ທ່ານເອກອັກຄະລາຊາທູດ ມາເລເຊຍປະຈຳລາວ ດາໂຕະ ທັນໄທຮິງ, ທ່ານ ອາຈົງ ລາວ ເມົາ ຫົວໜ້າກົມສົ່ງເສີມການ ລົງ ທຶນກະຊວງແຜນການ ແລະ ການລົງທຶນລາວພ້ອມດ້ວຍຜູ້ ຕາງໜ້າບໍລິສັດ (GiantConso lidatedLimited) ໄດ້ເປີດຖະ

ແຫລງຂ່າວຕໍ່ສື່ມວນຊົນ, ພາຍຫລັງສຳເລັດກອງປະຊຸມຮັບຟັງການລາຍງານ ແລະ ຮັບຮອງເອົາແຜນຜັງລວມຂອງໂຄງ ການກໍ່ ສ້າງ ແລະ ພັດທະນາທາງລົດ ໄຟດັ່ງກ່າວ ລະຫວ່າງບໍລິສັດຜູ້ ຮັບເໝົາກັບພາກສ່ວນກ່ຽວຂ້ອງຂອງລາວໃນວັນທີ 27 ມິຖຸນາ 2014 ນີ້ຢູ່ນະຄອນຫລວງວຽງ ຈັນວ່າ: ພາຍຫລັງໄດ້ມີການລົງ ນາມໂຄງການກໍ່ສ້າງທາງລົດໄຟຄວາມໄວສູງສາຍນີ້ແຕ່ປີ 2012 ເປັນຕົ້ນມາ, ບໍລິສັດຜູ້ຮັບເໝົາ ໄດ້ທຳການອອກແບບແຜນຜັງ ໂຄງການ ແລະ ຄາດວ່າຈະໃຫ້ ໄດ້ລົງມືກໍ່ສ້າງໂດຍ ໄວໃນປີ 2015 ແລະ ຈະໃຫ້ສຳເລັດໃນ 3-4 ປີຂ້າງໜ້າ ແລະ ໃນກອງ ປະຊຸມຄັ້ງນີ້, ແມ່ນໄດ້ມີການນຳ ສະເໜີແບບຂອງໂຄງ ການຕໍ່ ພາກລັດກ່ຽວຂ້ອງເຊັ່ນ: ຮູບແບບເສັ້ນທາງລົດໄຟ, ບັນດາສະຖານີ ໃຫຍ່, ສະຖານີຍ່ອຍ ແລະ ສິ່ງອຳ ນວຍຄວາມສະ ດວກ ດ້ານອື່ນໆທີ່ຕິດພັນກັບໂຄງການເພື່ອໃຫ້ພາກລັດນຳໄປພິຈາລະນາ ແລະ ຮັບ ຮອງ, ສ່ວນຄວາມເປັນໄປໄດ້ ໃນການ ກໍ່ສ້າງທີ່ ຫລາຍພາກສ່ວນມີຄວາມເປັນຫວ່ງຢ້ານວ່າບໍ່ເກີດນັ້ນຢືນຢັນຈະມີການກໍ່ ສ້າງຢ່າງແນ່ນອນ, ແຕ່ບໍ່ສາ ມາດກຳນົດໄດ້ ເທື່ອວ່າ ຈະເລີ່ມກໍ່ສ້າງໃນໄລຍະໃດ, ເນື່ອງຈາກບໍລິສັດຜູ້ຮັບເໝົາຈະໄດ້ສຳຫຼວດຄືນໃໝ່ບັນດາສິ່ງກີດຂວາງເປັນຕົ້ນເນື້ອທີ່ດິນ, ສິ່ງປຸກສ້າງຂອງປະຊາຊົນລວມເຖິງຜົນກະທົບດ້ານຕ່າງໆທີ່ນອນໃນຂອບເຂດໂຄງການໂດຍສະເພາະແມ່ນບັນຫາລູກລະເບີດຕົກຄ້າງແຕ່ປາງ ສົງຄາມທີ່ເປັນອຸປະສັກຕົ້ນຕໍ ແລະ ຕ້ອງໄດ້ໃຊ້ເວລາຍາວ ນານໃນການສຳຫວດ ແລະ ເກັບກູ້.

ທ່ານທູດມາເລເຊຍ ກ່າວວ່າ: ໂຄງການດັ່ງກ່າວແມ່ນການລົງທຶນມະຫາສານ ແລະ ມີຄວາມສຳຄັນຕໍ່ການພັດທະນາລະ ບົບໂຄງລ່າງພື້ນຖານດ້ານຄົມມານາຄົມຂອງສ ປປ ລາວ ໃຫ້ທັນສະ ໄໝ ແລະ ວ່ອງໄວກວ່າເກົ່າ, ຊ່ວຍໃຫ້ປະເທດລາວ ໄດ້ ຫັນຈາກປະເທດບໍ່ມີທາງອອກສູ່ທະເລ ໃຫ້ສາມາດເຊື່ອມຈອດກັບບັນ ດາປະເທດມີທະເລອ້ອມຂ້າງ ແລະ ພາກພື້ນໄດ້ສະ ດວກຍິ່ງຂຶ້ນ.

 

 

ຂອບໃຈຂ່າວຈາກ ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...