spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດໃຊ້ລົດຈົກຢຽບຈັກຕັດໄມ້ຖິ້ມ

ສະຫວັນນະເຂດໃຊ້ລົດຈົກຢຽບຈັກຕັດໄມ້ຖິ້ມ

Published on

ສຳນັກຂ່າວສານປະເທດລາວລາຍງານວ່າ ມື້ວານນີ້ ວັນທີ 15 ກໍລະກົດ 2016 ພະແນກອຸດສາຫະກຳແລະການຄ້າແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍ ຈັກສະຕິນ, ໝໍ້ຊັອດປາ, ເລົາປືນ, ລູກປືນ ໂດຍການໃຊ້ລົດຈົກຢຽບ ທີ່ເດິ່ນບານຫຼັກ 4 ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍໃຫ້ເຫດຜົນວ່ານີ້ເປັນສ່ວນໜຶ່ງໃນຄວາມພະຍາຍາມ ເພື່ອປາບປາມການຄ້າໄມ້ເຖື່ອນ ແລະການທຳມາຫາກິນທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ (ຂປລ ກ່າວ).

ໃນຫຼາຍປີທີ່ຜ່ານມາ ແຂວງສະຫວັນນະເຂດໄດ້ປະເຊີນກັບຂະບວນການຄ້າ-ຂາຍ ໄມ້ເຖື່ອນທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ທຳມະຊາດ ໂດຍສະເພາະແມ່ນປ່າໄມ້ຖືກບຸກເບີກຖາກຖາງ, ສັດນ້ຳ-ສັດບົກ ມີປະຊາກອນໜ້ອຍລົງ ຍ້ອນຖືກລ່າແບບບໍ່ຖືກຕ້ອງ ເຊັ່ນການໃຊ້ໄຟຟ້າຊັອດປາ, ໃຊ້ປືນຍິງສັດ… ເປັນຕົ້ນ. ດັ່ງນັ້ນ, ທາງເຈົ້າໜ້າທີ່ພະແນກກະສິກຳປ່າໄມ້ ຮ່ວມກັບພະແນກອຸດສາຫະກຳແລະການຄ້າແຂວງນະເຂດ ຈຶ່ງໄດ້ຫາທຸກວິທີທາງເພື່ອແກ້ໄຂເລືອງນີ້. ແລະໃນທີ່ສຸດກໍມີການຈັດພິທີທຳລາຍເຄື່ອງມືທຳລາຍປ່າ ແລະລ່າສັດ ດັ່ງກ່າວ ເພື່ອເປັນສັນຍະລັກແກ່ການຕໍ່ຮ້ານການຕັດໄມ້ທຳລາຍປ່າແລະລ່າສັດຢ່າງຜິດກົໝາຍ.

ຈັກສະຕິນ ໝໍ້ຊັອດປາ

ຂອບໃຈຮູບແລະຂໍ້ມູນຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...