spot_img
Homeຂ່າວພາຍ​ໃນແມ່ແຝດ 5 ຜູ້ທຳອິດຂອງລາວເກີດແລ້ວ

ແມ່ແຝດ 5 ຜູ້ທຳອິດຂອງລາວເກີດແລ້ວ

Published on

   

ໂຮງໝໍກຸງເທບອຸດອນ(ປະເທດໄທ) ເປີດເຜີຍການຜ່າຕັດເກີດລູກແຝດ 5 ຄົນ ເປັນຊາຍ 2 ຍິງ 3 ສຳເລັດເປັນແມ່ຜູ້ທຳອິດທີ່ແຝດ 5 ຄົນ ຂອງລາວ ແມ່ແລະເດັກສຸຂະພາບສົມບູນ ແຂງແຮງດີ.

243132

ຕອນບ່າຍຂອງວັນທີ 25 ມິຖຸນາ ທີ່ຜ່ານມາ ຢູ່ຫ້ອງປະຊຸມ ໂຮງໝໍກຸງເທບອຸດອນ ພົນໂທ ດຣ ທະວັດໄຊ ສະສິປະພາ ຜູ້ອຳນວຍການໂຮງໝໍ, ພັນເອກ ດຣ ອະພິນັນ ຊັບທອງຄຳ ຮອງຜູ້ອຳນວຍການ ແລະທ່ານໝໍ ພິໄຊໂຊຕິນ ພະຣັດຕະນະພັດ ແພດປະດຸງຄັນ ຜູ້ຊ່ຽວຊານເລື່ອງມີລູກຍາກ ຖະແຫຼງຂ່າວ ກໍລະນີໂຮງໝໍກຸງເທບອຸດອນ ຜ່າຕັດເກີດແຝດ 5 ຜູ້ທຳອິດຂອງລາວສຳເລັດເປັນລາຍທຳອິດ ໂດຍແມ່ແລະລູກນ້ອຍທຸກຄົນ ສຸຂະພາບສົມບູນ ແຂງແຮງ ແລະປອດໄພດີ ເຊິ່ງນັບເປັນກຽດຂອງໂຮງໝໍ.

243131

ໂດຍ ພົນໂທ ດຣ ທະວັດໄຊ ກ່າວວ່າການຖືພາແຝດທາງການແພດຖືວ່າເປັນການຖືພາທີ່ມີຄວາມສ່ຽງສູງ ເພາະມົດລູກມະນຸດເຮົາຖືກອອກແບບມາເພື່ອຮອງຮັບການຖືພາພຽງຄັ້ງລະ 1 ຄົນເທົ່ານັ້ນ ແຕ່ເນື່ອງຈາກປັດຈຸບັນວິທະຍາການທາງການແພດມີຄວາມກ້າວໜ້າຫຼາຍຂຶ້ນ ໂດຍສະເພາະເທັກໂນໂລຢີທີ່ຊ່ວຍດ້ານການຈະເລີນພັນ ການມີລູກຍາກ ເຊັ່ນ ການໃຊ້ຢາກະຕຸ້ນໄຂ່ເຮັດໃຫ້ໄດ້ໄຂ່ທີ່ສຸກພ້ອມກັນຄັ້ງລະຫຼາຍໆໜ່ວຍ ເຮັດໃຫ້ອັດຕາການຖືພາແຝດສູງຂຶ້ນ ໂດຍສະຖິຕິທົ່ວໄປໃນການຖືພາແຝດ 5 ຕາມທຳມະຊາດມີອັດຕາການພົບຢູ່ທີ່ 1 : 48,000,000 ແລະມີອັດຕາການເກີດກ່ອນກຳໜົດສູງຂຶ້ນຫຼາຍກວ່າ 91 ເປີເຊັນ.

10390127_231780797032066_961886561318777591_n

ຂ່າວໃຫ້ຮູ້ຕື່ມວ່າ ແມ່ແຝດ 5 ຜູ້ນີ້ ມີຊື່ຫຼິ້ນວ່າ ນາງ ເບະ ເປັນປະຊາຊົນລາວ, ເຊື້ອຊາດ ແລະສັນຊາດລາວ, ບ້ານວຽງຈະເລີນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ອາຍຸ 33 ປີ. ຜ່ານມານາງມີລູກສາວແລ້ວຜູ້ໜຶ່ງ ແຕ່ຢາກໄດ້ເພິ່ມແຕ່ຍ້ອນເປັນຄົນມີລູກຍາກຈຶ່ງໄດ້ປຶກສາໝໍ ແລະໄດ້ເຮັດກຣິບ ຫຼືປະສົມທຽມເອົາ ແລະແລ້ວກໍໄດ້ຜົນເກີນຄາດ ມີເຖິງ 5 ຄົນ ໃນຄັ້ງດຽວ.

ການຜ່າຕັດເກີດຜ່ານພົ້ນໄດ້ວຍດີໂດຍມີຄວາມປອດໄພທັງມານດາ ແລະແຝດທັງ 5 ຄື: 1. ເພດຊາຍນ້ຳໜັກ 1,810 ກະລາມ, 2. ເພດຍິງ ນ້ຳໜັກ 1,820 ກະລາມ, 3. ເພດຊາຍ ນ້ຳໜັກ 1,620 ກະລາມ, 4. ເພດຍິງ ນ້ຳໜັກ 1,650 ກະລາມ, ແລະ 5. ເພດຍິງ ຜູ້ສຸດທ້າຍນ້ຳໜັກ 1,140. ເຊິ່ງເວລາເກີດແມ່ນເລິ່ມແຕ່ 14:37 ຫາ 14:41 ຂອງວັນທີ 25 ມິຖຸນາ 2014 ທີ່ຜ່ານມາ.

10367806_231780833698729_5069156905697681817_n

ທັງນີ້ ທ່ານໝໍຜູ້ດຳເນີນການປິ່ນປົວ ທີ່ຊ່ວຍໃຫ້ມີການຖືພາແລະເບິ່ງແຍງແມ່ແຝດຜູ້ນີ້ຄື ທ່ານໝໍ ພິໄຊ ໂຊຕິນພະຣັດຕະນະພັດ ແລະຄວາມຮ່ວມມືຈາກທີມແພດພະຍາບານ ໂຮງໝໍກຸງເທບອຸດອນໂຮງໝໍຄ້າຍປະຈັກ ສິລະປາຄົມ ໂຮງໝໍກຸງເທບ ແລະສູນຊູພິເຣຍ ເອອາ ທີ ອຸດອນທານີ.
ຂ່າວຈາກເດລິນິວ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...