spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 12 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 12 ກໍລະກົດ

Published on

ວັນທີ 12 ກໍລະກົດປີ 2007 ຫຼືມື້ນີ້ເມື່ອ 9 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Rockman ZX Advent ເທິງເຄື່ອງ Nintendo DS ທີ່ປະເທດຍີ່ປຸ່ນ ໂດຍພາກນີ້ເປັນພາກຕໍ່ຂອງ Rockman ZX ອີກທັງຍັງເປັນພາກທີ່ວາງຈຳໜ່າຍໃນປີທີ່ສະຫຼອງຊີຣີຣ໋ອກແມນ 20 ປີນຳ (ຣ໋ອກແມນພາກທຳອິດວາງຈຳໜ່າຍໃນປີ 1987)

ສຳລັບເນື້ອເລື່ອງຂອງ Rockman ZX Advent ຈະເປັນເລື່ອງລາວທີ່ເກີດຫຼັງຈາກເຫດການ Biometal Model W ທີ່ເກີດຂຶ້ນໃນ Rockman ZX ພາກທຳອິດເມື່ອພວກຫຸ່ນຮັນເຕີ້ໄດ້ອອກສຳຫຼວດຊາກຫັກພັງເພື່ອຊອກຫາເທັກໂນໂລຢີແລະວິທະຍາການທີ່ສູນຫາຍໄປ ເຊິ່ງສະຖານທີ່ດັ່ງກ່າວກໍເປັນບ່ອນທີ່ບັນດາຫຸ່ນມາເວີຣິກອາໄສຢູ່ນຳ ທັງນີ້ກໍມີລັດທະບານທີ່ຄວບຄຸມເບິ່ງແຍງໂດຍ 3 ນັດປາດ ໄດ້ແກ່: ມາສເຕີ້ໂທມັສ, ມາສເຕີ້ອັລເບິຣ໌ດ ແລະມາສເຕີ້ມິຮາອິວ ຄອຍຕິດຕາມຄວາມເຄື່ອນໄຫວການສູ້ຮົບລະຫວ່າງຮັນເຕີ້ແລະມາເວີຣິກຢູ່ຫ່າງໆ.

ສຳລັບເກມນີ້ຈະມີ 2 ເນື້ອເລື່ອງ 2 ໂຕລະຄອນໃຫ້ເຮົາເລືອກຫຼິ້ນຕັ້ງແຕ່ເລີ່ມເກມຄື: ຄົນທຳອິດແມ່ນເກ ເດັກໜຸ່ມທີ່ຖືກພົບໃນແລັບຮ້າງໂດຍຫຸ່ນຮັນເຕີ້ ລາວໄດ້ຕື່ນຂຶ້ນມາຈາກການຫຼັບໂດຍບໍ່ສາມາດຈື່ຫຍັງໄດ້ເລີຍ ແລະຕ້ອງໜີເອົາຊີວິດລອດຈາກກອງກຳລັງທີ່ບໍ່ຮູ້ຝ່າຍ ທີ່ນຳສືບອະດີດຂອງຕົນເອງໃຫ້ໄດ້. ສ່ວນອີກຄົນໜຶ່ງແມ່ນແອດ ເດັກສາວທີ່ຢູ່ລະຫວ່າງປະຕິບັດພາລະກິດຊອກຫາໄບໂອເມທັລ ທີ່ລັດຖະບານຕັ້ງເປົ້າໄວ້ຢູ່ ເຊິ່ງໄບໂອເມທັລນີ້ຈະຖືກກຸ່ມຮັນເຕີ້ນອກຮີດຄວບຄຸມຢູ່ ແລະແອດກໍຕ້ອງຍາດເອົາໄບໂອເມທັລກັບມາເພື່ອເປົ້າໝາຍໃນພາລະກິດຂອງນາງນັ້ນເອງ.

Fact ເລັກນ້ອຍກ່ຽວກັບເກມ Rockman ZX Advent

  • ເກມນີ້ໄດ້ຮັບຄຳວິຈານຈາກສຳນັກຣີວິວຫຼາຍແຫ່ງໄປໃນທາງບວກ ແຕ່ວ່າຍອດຂາຍພັດໄປບໍ່ໄດ້ເຖິງຄາດ ເມື່ອໃນອາທິດຂອງການວາງຈຳໜ່າຍຢູ່ຍີ່ປຸ່ນສາມາດເຮັດຍອດຂາຍໄປໄດ້ພຽງ 2 ໝື່ນກວ່າຊຸດເທົ່ານັ້ນ ແລະໃນທ້າຍປີດຽວກັນ ຍອດຂາຍກໍໄປຢູ່ປະມານ 64,000 ຊຸດ

  • ຖ້າຜູ້ຫຼິ້ນເຄລຍເກມໃນລະດັບຄວາມຍາກ Hard ຫຼືສູງກວ່າໄດ້ສຳເລັດ ກໍຈະໄດ້ເຫັນສາກຈົບລັບຫຼັງຂຶ້ນ Credit ຂອງເກມ.

  • ຖ້າຜູ້ຫຼິ້ນສາມາດເກັບ Medal ຈາກການຂ້າບອສໄດ້ຄົບ 24 ອັນ ໃຫ້ລອງເລືອກ New Game ອີກຄັ້ງແລ້ວຫຼິ້ນໄປຕາມເນື້ອເລື່ອງໄປຈົນຕອນທີ່ໄດ້ Model A ເຮົາຈະໄດ້ໄອເທັມລັບທີ່ຊື່ວ່າ “a” ມາອີກອັນໜຶ່ງ ບ່ອນນີ້ສາມາດກົດໃຊ້ເມນູໄອເທັມໄດ້ເລີຍ

  • ຊື່ຂອງ 3 ນັກປາດທີ່ປະກົດໂຕໃນພາກນີ້ ໄດ້ແກ່ ມາສເຕີ້ໂທມັສ, ມາສເຕີ້ອັລເບິຣ໌ດ ແລະມາສເຕີ້ມິຮາອິວ ລ້ວນແຕ່ເປັນການນຳເອົາຊື່ມາຈາກ ດຣ.ໂທມັສ ໄລ, ດຣ.ອັລເບິຣ໌ດ ໄວລີ້ ແລະ ດຣ.ມິຮາອິວ ຄອສແຊັກ ຈາກຣ໋ອກແມນເວີຊັ່ນປົກກະຕິນັ້ນເອງ

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...