spot_img
Homeວົງການສື່ມວນຊົນເປີດກອງປະຊຸມວິຊາການ ວຽກງານຖະແຫລງຂ່າວ-ສື່ມວນຊົນ ທົ່ວປະເທດ

ເປີດກອງປະຊຸມວິຊາການ ວຽກງານຖະແຫລງຂ່າວ-ສື່ມວນຊົນ ທົ່ວປະເທດ

Published on

ກອງປະຊຸມວິຊາການ ວຽກງານຖະແຫລງຂ່າວ-ສື່ມວນຊົນທົ່ວປະເທດ ໄດ້ໄຂຂຶ້ນໃນວັນທີ 12 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມີບັນດາຫົວໜ້າກົມ, ຮອງກົມ ພ້ອມຜູ້ຕາງໜ້າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອພ້ອມກັນສະຫລຸບຕີລາຄາ  ຜົນການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວ ແລະ ສື່ມວນຊົນເຮົາ ໃນໄລຍະ 5 ປີຜ່ານມາ ເພື່ອຍົກໃຫ້ເຫັນດ້ານຕັ້ງໜ້າ ເພື່ອສົ່ງເສີມ ແລະ ປັບປຸງແກ້ໄຂ ບັນດາຈຸດອ່ອນຄົງຄ້າງຕ່າງໆ.

ທ່ານ ສະຫວັນຄອນ ຣາຊະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມວິຊາການດັ່ງກ່າວ ມັນມີຄວາມສຳຄັນຍິ່ງ ເພື່ອຈະເປັນບ່ອນອີງອັນສຳຄັນ ໃຫ້ແກ່ການພັດທະນາວຽກງານຖະແຫລງຂ່າວ ແລະ ສື່ມວນຊົນພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ສາມາດຕອບສະໜອງຂໍ້ມູນຂ່າວສານຕ່າງໆ ໃຫ້ແກ່ສັງຄົມໄດ້ວ່ອງໄວ ແລະ ມີຄຸນນະພາບສູງເດັ່ນຂຶ້ນ, ພ້ອມສາມາດເຊື່ອມໂຍງເຂົ້າກັບຂົງເຂດ ແລະ ສາກົນໄດ້. ດັ່ງນັ້ນ ບັນດານັກວິຊາການ ແລະ ພະນັກງານຫລັກແຫລ່ງ ໃນຂະແໜງສື່ມວນຊົນ ທີ່ເຂົ້າຮ່ວມກອງປະຊຸມນີ້ ຈະຕ້ອງໄດ້ເປັນເຈົ້າການປຶກສາຫາລື, ປະກອບຄຳຄິດຄຳເຫັນ ເຂົ້າໃນແຜນພັດທະນາດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ.

ໃນບົດລາຍງານຂອງຫົວໜ້າກົມສື່ມວນຊົນ ກໍໄດ້ຍົກໃຫ້ເຫັນວ່າ: ໃນ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຂອງຄະນະພັກ, ຄະນະນຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເຮັດໃຫ້ວຽກງານ ຖະແຫລງຂ່າວ-ສື່ມວນຊົນ ໄດ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ, ເປັນກະບອກສຽງ ອັນແຫລມຄົມຂອງພັກ-ລັດ, ສາມາດນຳເອົາແນວທາງນະໂຍບາຍ ໃນທຸກວຽກງານລົງສູ່ປະຊາຊົນ ໄດ້ຢ່າງກວ້າງຂວາງ ແລະ ສ່ອງແສງການຈັດຕັ້ງປະຕິບັດ ແຜນນະໂຍບາຍ ແລະ ລະບຽບກົດໝາຍຕ່າງໆ ຕໍ່ທັງພາຍໃນ ແລະ ຕ່າງປະເທດ ຮັບປະກັນບໍ່ມີບັນຫາ ແລະ ຄວາມຜິດພາດ, ສາມາດນຳສະເໜີຂໍ້ມູນຂ່າວສານ ໄດ້ວ່ອງໄວທັນເຫດການ, ມີເນື້ອໃນເລິກເຊິ່ງ ແລະ ຕອບສະໜອງຄວາມຕ້ອງການຂອງສັງຄົມ ໄດ້ດີຂຶ້ນ ແລະ ພ້ອມນັ້ນ ກໍມີສິ່ງທ້າທາຍຈຳນວນໜຶ່ງ ທີ່ພວກເຮົາຈະຕ້ອງໄດ້ສຸມໃສ່ຜ່ານຜ່າຄື: 1. ການໂຄສະນານຳພາຫາງສຽງ, ຕອບຂໍ້ສົນໃຈຂອງສັງຄົມ ແລະ ຕອບໂຕ້ການໂຄສະນາໃສ່ຮ້າຍປ້າຍສີ ພວກຄົນບໍ່ດີຍັງຊັກຊ້າ, ເນື້ອໃນບໍ່ເລິກເຊິ່ງກວ້າງຂວາງ, ການໃຫ້ຂໍ້ມູນຂ່າວສານຄວາມຮູ້ບັນເທີງ ເພື່ອອຸດົມການ ຮັກຊາດບ້ານເກີດເມືອງນອນ ບໍ່ທັນອຸດົມສົມບູນ, ເນື້ອໃນນຳສະເໜີຍັງມີຊ່ອງຫວ່າງ ໃຫ້ພວກບໍ່ດີເອົາໄປນຳໃຊ້, ການໂຄສະນາຍັງບໍ່ທັນສ່ອງແສງລົງຮາກຖານ, ບາງລາຍການບໍ່ໄປຕາມເປົ້າໝາຍ ແລ່ນນຳເສດຖະກິດເກີນໄປ, ດ້ານຮູບການຂາດຄວາມດຶງດູດ ຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ. 2. ການພັດທະນາພື້ນຖານ ວັດຖຸ-ເຕັກນິກ ຂອງສື່ມວນຊົນ ເຖິງແມ່ນໄດ້ຮັບການປັບປຸງ ແຕ່ກໍຍັງບໍ່ທັນຄົບຊຸດ ບໍ່ພຽງພໍກັບຄວາມຕ້ອງການ ຊັກຊ້າບໍ່ເປັນເອກະພາບ. 3. ການເຜີຍແຜ່ກົດໝາຍວ່າດ້ວຍສື່ມວນຊົນ ຍັງບໍ່ທັນທົ່ວເຖິງ, ນິຕິກຳລຸ່ມກົດໝາຍ ຍັງບໍ່ທັນຄົບຊຸດ ແລະ ຊັກຊ້າ, ການຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາການເຄື່ອນໄຫວ ຂອງສື່ມວນຊົນຍັງສຸມໃສ່ແຕ່ຢູ່ສູນກາງ. 4. ການກໍ່ສ້າງພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການສື່ມວນຊົນ ຍັງບໍ່ຕອບສະໜອງໄດ້ຄວາມຕ້ອງການຕົວຈິງ, ລະດັບຄວາມຮູ້ດ້ານການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ ຂອງບັນນາທິການ, ນັກຂ່າວ, ນັກວິຊາການສື່ມວນຊົນຍັງຈຳກັດ, ຢູ່ທ້ອງຖິ່ນຍັງຂາດນາຍຊ່າງເຕັກນິກ ຜູ້ມີຄວາມຮູ້ ແລະ ປະສົບການ ແລະ 5. ທຶນຮອນມີຈຳກັດ ເຖິງວ່າລັດມີນະໂຍບາຍໃຫ້ອົງສື່ມວນຊົນ ສ້າງລາຍຮັບກຸ້ມຕົນເອງ ແຕ່ຍັງຂາດນິຕິກຳເພື່ອຊຸກຍູ້ການນຳໃຊ້ລາຍຮັບ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...