Home​ຂ່າວບັນເທິງຮູບເງົາ "The Secret Life of Pets" ລົ້ມແຊ້ມເກົ່າ Finding Dory ລາຍໄດ້ເປີດໂຕຫລາຍກວ່າ ຮ້ອຍລ້ານໂດລາ

ຮູບເງົາ “The Secret Life of Pets” ລົ້ມແຊ້ມເກົ່າ Finding Dory ລາຍໄດ້ເປີດໂຕຫລາຍກວ່າ ຮ້ອຍລ້ານໂດລາ

Published on

The-Secret-Life-of-Pets-trailer

ທ້າຍອາທິດທີ່ຜ່ານມາ ຮູບເງົາທີ່ມີລາຍໄດ້ເປັນອັນດັບໜຶ່ງນັ້ນ ແມ່ນໜັງກ່ຽວກັບ ອັນດັບທີ່ໜຶ່ງ ກໍແມ່ນ The Secret Life of Pets ນັ້ນແຫລະ!.

ອັນດັບທີ່ 5: ຕົກເປັນຂອງ The Purge: Election Year ຮູບເງົາທີ່ຕໍ່ຍອດມາຈາກ The Purge ພາກກ່ອນທີ່ເລົ່າເລື່ອງການຂ້າຟັນກັນຂອງປະຊາຊົນ ໃນວັນທີ່ກົດໝາຍນັ້ນໄດ້ເປີດໂອກາດໃຫ້ປະຊາຊົນປົດປ່ອຍສັນຊາດຕະຍານໂຫດໄດ້ປີລະເທື່ອ. The Purge: Election Year ພາກໃໝ່ນີ້ ນອກຈາກຈະມີອົງປະກອບຕາມສູດຂອງຮູບເງົາແອກຊັນແລ້ວ ຍັງໄດ້ລົດຊາດເລື່ອງລາວກ່ຽວກັບການເມືອງນຳອີກ ພໍດີຖືກກັບຊ່ວງທີ່ມີການເລືອກຕັ້ງປະທານາທິບໍດີສະຫະລັດອະເມລິກາ.

ຕົວຢ່າງ : https://www.youtube.com/watch?v=RXMp9fBomJw

ອັນດັບທີ່ 4 : ເປັນຮູບເງົາທີ່ຫາກໍເຂົ້າສາຍໃໝ່ໆ ເອົາອົກເອົາໃຈໄວລຸ່ນ วัยรุ่น Mike and Dave Need Wedding Dates ເປັນເລື່ອງລາວຂອງສອງພີ່ນ້ອງຄູ່ແສບ ມັກກວນຕີນ ທີ່ຕ້ອງຫາຄູ່ຄວງເພື່ອໄປດອງນ້ອງສາວຢູ່ທີ່ລັດຮາວາຍ. ຮູບເງົາຕະຫລົກເລື່ອງນີ້ ໄດ້ເອົານັກສະແດງ Zac Efron ແລະ และ Adam Devine ມາສົມທົບຄູ່ກັນ ປ່ອຍມຸກແຮງໆໃສ່ກັນ ກອບໂກຍລາຍໄດ້ໄປເກືອບ 17 ລ້ານໂດລາ (ສຳລັບທ້າຍອາທິດໃນທະວີບອະເມລິກາເໜືອ)

ຕົວຢ່າງ : https://www.youtube.com/watch?v=33MtR-g4Jcg

ອັນດັບທີ່ 3 : ຮູບເງົາເງົາແຊ້ມເກົ່າໃນອາທິດກ່ອນ Finding Dory ເຖິງວ່າຈະເສຍບັນລັງໄປແລ້ວ ແຕ່ກໍບໍ່ເສຍໃຈ ເພາະກອບໂກຍລາຍໄດ້ໃນທະວີບອະເມລິກາເໜືອໄປແລ້ວ 420 ລ້ານໂດລາ. ຮູບເງົາເລື່ອງນີ້ ເປັນພາກຕໍ່ຈາກ Finding Nemo ເມື່ອ 13 ປີກ່ອນ ເປັນການເລົ່າເລື່ອງລາວຂອງປາຂີ້ລືມ Dory ຜູ້ທີ່ພັດພາກຈາກຄອບຄົວ ແລະໄດ້ເພື່ອນທີ່ຊ່ອຍອອກຕາມຫາພໍ່ແມ່ຂອງຕົນ.

Finding Dory ເຂົ້າມາຢູ່ໃນທຳນຽບຮູບເງົາໄດ້ 4 ອາທິດແລ້ວ ໄດ້ຄ່າບັດເຂົ້າຊົມໄປ 423 ລ້ານໂດລາ ເຊິ່ງພ້ອມທີ່ຈະໂຄ່ນລົ້ມຮູບເງົາ Shrek 2 ທີ່ທຳລາຍໄດ້ 437ລ້ານໂດລາ ເຊິ່ງເປັນຮູບເງົາອະນິເມຊັນ ທີ່ກອບໂກຍລາຍໄດ້ສູງທີ່ສຸດໃນປະຫວັດສາດທະວີບອະເມລິກາເໜືອ.

ຕົວຢ່າງ : https://www.youtube.com/watch?v=CBa4r_aKtYI

ອັນດັບທີ່ 2 : ເປັນຮູບເງົາທີ່ໃຊ້ເຕັກນິກໃນການເຄື່ອນທີ່ໄວນ ເກາະກິ່ງໄມ້ໄປພຸ້ນໄປພີ້ ຈົນເຮັດໃຫ້ The Legend of Tarzan ຮັກສາບັນລັງອັນດັບສອງໄວ້ຢ່າງໜຽວແໜ້ນ. ຮູບເງົາ “The Legend of Tarzan” ເປັນຮູບເງົາດາມ່າພະຈົນໄພຍ້ອນຍຸກ ໄປໃນປາຍສະຕະວັດທີ 19 ໃນຊ່ວງເວລາທີ່ປະເທດຄອງໂກຍັງຕົກເປັນອະນານິຄົມຂອງແບນຊິກ.

ໃນຕອນນີ້ ທາຊານເປີດໂຕມາແບບໃໝ່ ມາດເຂັ້ມຂຸ້ນ ເປັນຂຸນນາງອັງກິດ ເພາະວ່າຈາກປ່າມາດົນນານ ແຕ່ບໍ່ທັນທໍ່ໃດ ກໍຖືກຫລອກໃຫ້ກັບໄປອະຟຣິກາອີກຄັ້ງ ໂດຍຄົນປະເທດແບນຊິກ ທີ່ຕ້ອງການໃຊ້ໃຫ້ທາຊານເປັນຄົນແລກປ່ຽນຜົນປະໂຫຍດ.

ອັນດັບທີ່ 1 : ຮູບເງົາທີ່ກອບໂກຍເງິນສູງທີ່ສຸດໃນອາທິດທີ່ຜ່ານມາ ຄື The Secret Life of Pets  ເປັນກາຕູນອະນິເມຊັນ ກ່ຽວກັບພວກສັດລ້ຽງໃນເມືອງໃຫຍ່ ທີ່ມີທ້າວເອກເປັນໝາ ໄດ້ນຳເອົາສະເໜ່ ແລະພຶດຕິກຳຂອງສັດລ້ຽງມາສ້າງສຽງຫົວຂວັນໃຫ້ກັບຄົນທີ່ເບິ່ງ. ທ້າວເອກໃນເລື່ອງ Max ໄດ້ໝູ່ໃໝ່ ທີ່ເຂົ້າກັນບໍ່ຄ່ອຍໄດ້ ແຕ່ກໍຕ້ອງຮ່ວມຫົວຈົມທ້າຍ ຫລັງຈາກທີ່ກະຕ່າຍນັກເລງເຈົ້າຖິ່ນຈັບໄປທັງຄູ່.

ຫລັງຈາກນັ້ນ ການພະຈົນໄພຂອງພວກສັດລ້ຽງເພື່ອຊ່ອຍ Max ຈຶ່ງເລີ່ມຂຶ້ນ ຈະເປັນແນວໃດນັ້ນຂໍໃຫ້ທຸກຄົນຕິດຕາມກັນເບິ່ງ ວ່າຈະສົມກັບລາຍໄດ້ທີ່ກອບໂກຍໄປແລ້ວ 104 ລ້ານໂດລາຫລືບໍ່?

ຕົວຢ່າງ : https://www.youtube.com/watch?v=1UXWIVAIimU

 

 (ໂດຍBox Office Mojo)

ຂໍ້ມູນຈາກ :

unnamed

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...