spot_img
Homeຂ່າວຕ່າງປະເທດມຽນມາເນລະເທດ ນັກທ່ອງທ່ຽວຊາວແອັດສະປາຍ ສັກລາຍຮູບພະພຸດທະເຈົ້າໃສ່ຂາ!

ມຽນມາເນລະເທດ ນັກທ່ອງທ່ຽວຊາວແອັດສະປາຍ ສັກລາຍຮູບພະພຸດທະເຈົ້າໃສ່ຂາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດຜ່ານມານີ້ວ່າ ນັກທ່ອງທ່ຽວຊາວແອັດສະປາຍຄົນໜຶ່ງ ໄດ້ຖືກເຈົ້າໜ້າທີ່ມຽນມາ ເນລະເທດອອກຈາກປະເທດ ເນື່ອງຈາກມີຮອຍສັກລາຍຮູບພະພຸດທະເຈົ້າຢູ່ຂາ ຊຶ່ງສ້າງຄວາມບໍ່ພໍໃຈໃຫ້ແກ່ພະສົງທີ່ພົບເຫັນ ໂດຍພະສົງໃນເມືອງພຸກາມ ເມືອງທ່ອງທ່ຽວຊື່ດັງ ທາງພາກກາງຂອງມຽນມາ ໄດ້ເຫັນລາຍສັກດັ່ງກ່າວຢູ່ຂາເບື້ອງຂວາຂອງເຂົາ ເນື່ອງຈາກຜູ້ກ່ຽວນຸ່ງໂສ້ງຂາຂັ້ນ ແລະ ຈາກນັ້ນ ຈຶ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕຳຫລວດ ເພື່ອຄວບຄຸມຕົວໄວ້ ແລະ ເນລະເທດອອກໄປຍັງບາງກອກ ປະເທດໄທ ໃນວັນທີ 11 ກໍລະກົດ 2016 ຜ່ານມານີ້.

ທັງນີ້ ການໃຊ້ຮູບພາບຂອງພະພຸດທະເຈົ້າໃນມຽນມາ ອາດເຮັດໃຫ້ຊາວຕ່າງປະເທດ ຕ້ອງພົບກັບບັນຫາໄດ້ ເຊັ່ນກໍລະນີໜຶ່ງໃນປີກາຍນີ້ ມີແຮງງານຊາວນິວຊີແລນຄົນໜຶ່ງ ຊຶ່ງເຮັດວຽກເປັນຜູ້ຈັດການຮ້ານກິນດື່ມຢູ່ມຽນມາ ໄດ້ຖືກສານຕັດສິນ ຕັດອິດສະຫລະພາບ 10 ເດືອນ ໃນໂທດຖານດູໝິ່ນສາສະໜາ ຈາກການທີ່ຜູ້ກ່ຽວ ໃຊ້ຮູບພະພຸດທະເຈົ້າ ໃນການສົ່ງເສີມການຂາຍຂອງຕົນ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...