spot_img
Homeຂ່າວຕ່າງປະເທດດິນເຈື່ອນຢູ່ແຂວງຊິນຈຽງຂອງຈີນ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 35 ຄົນ!

ດິນເຈື່ອນຢູ່ແຂວງຊິນຈຽງຂອງຈີນ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 35 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ອີງຕາມການເປີດເຜີຍຂອງ ເຈົ້າໜ້າທີ່ກູ້ໄພຈີນ ເມື່ອວັນອາທິດທີ 10 ກໍລະກົດ 2016 ຜ່ານມານີ້ ໄດ້ລະບຸວ່າ ຈາກເຫດການຝົນຕົກໜັກ ແລະ ເກີດເຫດດິນເຈື່ອນ ໃນເຂດພື້ນທີ່ຮ່ອມພູ ແລ້ວທັບຖົມເຮືອນຊານຂອງປະຊາຊົນ ຢູ່ແຂວງຊິນຈຽງ ທາງພາກຕາເວັນຕົກສຽງເໜືອ ຂອງປະເທດຈີນ ໄດ້ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 35 ຄົນ ຊຶ່ງປັດຈຸບັນ ເຈົ້າໜ້າທີ່ກູ້ໄພຂອງຈີນ ກຳລັງເລັ່ງເຂົ້າປະຕິບັດການຄົ້ນຫາ ແລະ ໃຫ້ຄວາມຊ່ວຍເຫລືອ ແກ່ຜູ້ປະສົບເຄາະຮ້າຍດັ່ງກ່າວແລ້ວ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...