spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ອະນຸຍາດ ຈຶ່ງສາມາດຈອດໄດ້

ເຈົ້າໜ້າທີ່ອະນຸຍາດ ຈຶ່ງສາມາດຈອດໄດ້

Published on

ເມື່ອວັນທີ 9 ກໍລະກົດ 2016 ທີ່ຜ່ານມາ ເພຈຂ່າວອອນໄລນ໌ໜອງຄາຍໄດ້ສະເໜີຂ່າວວ່າ ມີປະຊາຊົນແລະຜູ້ພິການຈາກຈັງຫວັດໜອງຄາຍ ຮ້ອງຮຽນໄປຍັງສື່ມວນຊົນຈຳນວນຫຼາຍວ່າ ບ່ອນຈອດລົດສຳລັບຄົນພິການ ຄົນຖືພາ ລົດມີເດັກນ້ອຍ ໃນຫ້າງສັບພະສິນຄ້າຊື່ດັ່ງແຫ່ງໜຶ່ງໃນຈັງຫວັດໜອງຄາຍຍ ເປັນຫຍັງຈຶ່ງໃຫ້ລົດທີ່ບໍ່ແມ່ນຄົນພິການ ຄົນຖືືພາ ລົດມີເດັກນ້ອຍ ເຂົ້າໄປຈອດ?

ກໍລະນີດັ່ງກ່າວນັ້ນ, ເຈົ້າໜ້າທີ່ຜູ້ບໍ່ປະສົງອອກນາມ ຂອງຫ້າງສັບພະສິນຄ້າແຫ່ງໜຶ່ງ ທີ່ກຳລັງຕົກເປັນຂ່າວໄດ້ແຈ້ງວ່າ ການອະນຸຍາດຈອດດັ່ງທີ່ເຫັນໃນຂ່າວນັ້ນ ແມ່ນເປັນການພິຈາລະນາຂອງເຈົ້າໜ້າທີ່ ຜູ້ອຳນວຍຄວາມສະດວກໃນການຈອດລົດ ໂດຍອີງຕາມສະພາບຕົວຈິງ ເຊັ່ນ ລົດແຕ່ລະຄັນທີ່ສາມາດເຂົ້າຈອດໄດ້ນັ້ນ ລ້ວນແຕ່ມີເດັກນ້ອຍ, ຜູ້ເຖົ້າ ຫຼືຄົນຖືພາ ນັ່ງມານຳ ເພາະສ່ວນຫຼາຍລູກຄ້າທີ່ມາທ່ຽວຫ້າງສັບພະສິນຄ້າແຫ່ງນີ້ຈະມາເປັນຄອບຄົວ.

ໃນຂະນະທີ່ ເຈົ້າໜ້າທີ່ຄົນເກົ່າກໍໄດ້ກ່າວວ່າ ກໍຫາກມີບາງກໍລະນີທີ່ເຮົາໄດ້ອະນຸຍາດໃຫ້ ລົດທີ່ບໍ່ມີເງື່ອນໄຂເຂົ້າຈອດ ສາມາດເຂົ້າຈອດໄດ້ ເຊັ່ນ ກໍລະນີທີ່ບ່ອນຈອດທົ່ວໄປເຕັມແລ້ວ ແຕ່ບ່ອນຈອດສຳລັບຄົນ ພິການ, ຜູ້ເຖົ້າ, ເດັກນ້ອຍ ແລະຄົນຖືພາ ຍັງເຫຼືອຫຼາຍຊ່ອງ ເຊິ່ງເລື່ອງນີ້ກໍຂຶ້ນກັບດຸນພິນິດແລະການຕັດສິນໃຈຂອງເຈົ້າໜ້າທີ່ເບິ່ງແຍງຈັດສັນລົດໃນສະຖານທີ່ດັ່ງກ່າວ.

ແນວໃດກໍຕາມ, ຈາກພາບຂ່າວດັ່ງກ່າວນັ້ນ ປະຊາຊົນຮູ້ສຶກບໍ່ສະບາຍໃຈທີ່ບ່ອນຈອດພິເສດ ໄດ້ກາຍເປັນບ່ອນຈອດຂອງຄົນທົ່ວໄປ ເພາະການຈອດແບບນີ້ຖືວ່າຂາດມາລະຍາດ. ແຕ່ທັງນີ້ທັງນັ້ນ ກໍຕ້ອງເບິ່ງສະພາບຄວາມເປັນຈິງຕື່ມອີກເຊັ່ນກັນ.

13599957_625664247601892_410864976178921465_n

ບົດຄວາມຫຼ້າສຸດ

ຂາຍໄດ້ແທ້ບໍ່? ລູກອັນທະຂ້າງລະ 175.000ໂດລາ (ປະມານ 3,6ຕື້ກີບ) ຊື້ໄປເຮັດຫຍັງ ແລະ ຜົນທີ່ຕາມມາຖ້າບໍ່ມີມັນ

ຈາກກະແສໃນໂລກອອນລາຍກ່ຽວກັບການຂາຍລູກອັນທະ ລາຄາຂ້າງລະ 175.000 ໂດລາ ຫຼື ປະມານ 3,6 ຕື້ກີບ. ເຮັດຫຼາຍຄົນແຕກຕື່ນ ໂດຍສະເພາະທ່ານຊາຍ ແລະ ມີຄວາມສົນໃຈກ່ຽວກັບກະແສດັ່ງກ່າວ ເພື່ອຢາກຮູ້ວ່າສາມາດຂາຍໄດ້ແທ້ບໍ, ລາຄາສູງເເທ້ບໍ່...

ປະຊາຊົນຟິລິປິນອອກມາຕັ້ງກຸ່ມປະທ້ວງລັດຖະບານທີ່ສໍ້ໂກງ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 21/09/2025 ທີ່ຜ່ານມາ ໄດ້ມີເຫດປະທ້ວງທີ່ ນະຄອນຫຼວງມະນີລາ ປະເທດຟິລິປິນ. ເຫດການດັ່ງກ່າວມີຜູ້ປະທ້ວງຫຼາຍກວ່າ 50.000 ຄົນ ແລະ 1 ໃນນັ້ນແມ່ນ Catreona...

ພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025

ສົກສຶກສາ 2024-2025 ນັກສຶກສາ ມຊ ໄດ້ໃບປະກາດແດງ 64 ຄົນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດ ໃຫ້ນັກສຶກສາທີ່ສຳ ເລັດການສຶກສາ ປະຈໍາສົກສຶກສາ 2024-2025 ມີທັງໝົດ 3.352...

ປະສານສຽງແຕກຍິງທົດລອງ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

ປະສານສຽງແຕກ ຄັ້ງທີ I ການຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025" ໜັງສືພິມກອງທັບລາຍງານວ່າ: ​ວັນທີ 20 ກັນຍາ 2025, ທີ່ ສະໜາມຫັດແອບວິທະຍາຄານ ນາຍທະຫານບົກ ກົມມະດໍາ...