spot_img
Homeຂ່າວເຫດການລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດສະວິດ ເຂົ້າປຶກສາຫາລືຫລາຍບັນຫາ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດສະວິດ ເຂົ້າປຶກສາຫາລືຫລາຍບັນຫາ

Published on

ຂປລ. ​ວັນທີ 7 ກໍລະກົດ 2016 ນີ້ ທີ່ກະຊວງ ການຕ່າງປະເທດ ທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານໄອໂວ ຊີເບີ (IVOsieber) ​ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມແຫ່ງປະເທດສະວິດ ປະຈໍາ ສປປ ລາວ ມີສໍານັກງານ ຕັ້ງຢູ່ບາງກອກ ຣາຊະອານາຈັກໄທ ​​ເພື່ອຮ່ວມກັນ ປຶກສາຫາລື ຫລາຍບັນຫາ ທີ່ມີຄວາມສົນໃຈ.

ໃນ​​ໂອກາດດັ່ງກ່າວ, ທ່ານ ສະເຫລີໄຊ ກົມມະສິດໄດ້ສະແດງ ຄວາມຍິນດີຕ້ອນຮັບ ທ່ານທູດ ​​ໂດຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວແລະ ປະເທດສະວິດ ໃນໄລຍະຜ່ານມາປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນແລະ ກັນ ກ່ຽວກັບບັນຫາ ທີ່ສອງຝ່າຍ ໃຫ້ຄວາມສົນໃຈ,ໂດຍສະພາະ ແມ່ນການສະໝັກ ເປັນຄູ່ຮ່ວມເຈລະຈາ ຂະແໜງການອາຊຽນ ຂອງສະວິດແລະ ການເປັນປະທານ ອາຊຽນຂອງ ສປປ ລາວໃນປີ 2016.ໃນຂະນະດຽວກັນກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການຊ່ວຍເຫລືອ​ ​ແລະ ການພົວພັນ ຂອງປະເທດສະວິດ ໃນໄລຍະຜ່ານມາ ໄດ້ກວມເອົາ 3 ຂົງເຂດ ຄື: ຂົງເຂດກະສິກໍາແລະ ຄໍ້າປະກັນ ດ້ານສະບຽງອາຫານ, ຂົງເຂດການປົກຄອງທ້ອງຖິ່ນແລະ ການມີສ່ວນຮ່ວມ ຂອງປະຊາຊົນແລະ ຂົງເຂດອາຊີວະສຶກສາ, ການສ້າງວຽກເຮັດງານທໍາແລະ ການຝຶກອົບຮົມເຊິ່ງເປັນການ ປະກອບສ່ວນເຂົ້າໃນ ການສ້າງສາ ພັດທະນາປະເທດ ພ້ອມກັນນັ້ນ ຍັງໄດ້ຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງສະວິດແກ່ ສປປ ລາວ ທັງໃນ ຂອບສອງຝ່າຍແລະ ຫລາຍຝ່າຍ ​​ເປັນຕົ້ນແມ່ນ ຂະແໜງການສຶກສາ, ກະສິກໍາ, ການເກັບກູ້ລະເບີດ ບໍ່ທັນແຕກແລະ ການພັດທະນາຊົນນະບົດ ​​ເຊິ່ງເປັນການປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນລາວ ບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນ.

ນອກ​ນີ້, ທັງສອງຝ່າຍ ໄດ້ມີການແລກປ່ຽນ ຄໍາຄິດຄໍາເຫັນ ກ່ຽວກັບຄວາມອາດສາມາດ ໃນການເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ດີຂຶ້ນແລະ ສະແດງຄວາມຫວັງວ່າ ສາຍພົວພັນມິດຕະພາບແລະ ການຮ່ວມມື ລະຫວ່າງ ສອງປະເທດ ຈະສືບຕໍ່ແໜ້ນແຟ້ນ ຂະຫຍາຍຕົວ ຍີ່ງໆຂຶ້ນ.

 

ແຫລ່ງຂ່າວ:

 

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...