ຜູ້ນຳ​ອິນ​ເດຍຢ້ຽມຢາມ 4 ປະ​ເທດໃນ​ອາ​ຟຣິກາ

0
1585

ທ່ານ ນະ​ເຣນທຣາ ​ໂມ​ດີ ນາຍົກລັດຖະມົນຕີຂອງອິນ​ເດຍ ກຽມ​ເດີນທາງ​ຢ້ຽມຢາມ 4 ປະ​ເທດ​ໃນ​ອາ​ຟຣິກາ ​ເລີ່​ມຕັ້ງ​ແຕ່​ວັນ​ທີ 7 ກໍລະກົດ ​ເພື່ອ​​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ການ​ລົງ​ທຶນ ​ແລະ ພະລັງງານ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຜູ້ນຳອິນ​ເດ​ຍພ້ອມ​ດ້ວຍ​ຄະນະ​ກຽມ​ເດີນທາງ​ຢ້ຽມຢາມ 4 ປະ​ເທດ​ໃນ​ອາ​ຟຣິກາ ​ໂດຍ​ຈະ​ເລີ່​ມຈາກ​ໂມ​ຊຳ​ບິ​ກ, ອາ​ຟຣິກາ​ໃຕ້, ​ແທນ​ຊາ​ນີ ​ແລະ ​ເຄນ​ຢາ ​ໂດຍ​ຕັ້ງ​ຄວາມ​ຫວັງ​ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ຊ່ວຍ​ສົ່ງ​ເສີມ​ຄວາມ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ ​ແລະ ພະລັງງານ ຊຶ່ງ​ທັງ 4 ປະ​ເທດ​ອາ​ຟຣິກາ​ເປັນ​ເພື່ອນ​ບ້ານ​ຂອງ​ອິນ​ເດຍ​ ​ແລະ ​ເປັນ​ກຸ່ມ​ປະ​ເທດ​ປະຕູ​ທາງ​ຜ່ານ​ຂອງ​ສິນຄ້າ​ສົ່ງ​ອອກ ​ແລະ ພໍ່ຄ້າ​ອິນ​ເດຍ​ໃນ​ການ​ເຂົ້າ​ສູ່​ບັນດາ​ປະ​ເທດ​​ໃນ​ທະວີບອາ​ຟຣິກາ​ທີ່​ບໍ່​ມີ​ດິນ​​ແດນ​ຕິດ​ກັບ​ທະ​ເລ.

ທ່ານ ມາຊິນ​ຮາລັດຖະມົນຕີ​ວ່າການ​ກະຊວງ​ຕ່າງປະ​ເທດ​ອິນ​ເດຍກ່າວ​​ວ່າ ພະລັງງານ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ອາຫານ ​ແລະ ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ລົງ​ນາມ​ຂໍ້​ຕົກລົງ​ດ້ານ​ການບິນ​ພົນລະ​ເມືອງ​ເພື່ອ​ເຊື່ອມ​ຕໍ່​ສາຍ​ການບິນ​ໂດຍ​ກົງ ​ເນື່ອງ​ຈາກ​ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ສາຍ​ການບິນ​ໃດ​ຂອງ​ອິນ​ເດຍບິນ​ໂດຍ​ກົງ​ສູ່​ອາ​ຟຣິກາ.

ທ່ານ ສະຣີຣາມ ຊໍ​ເລຍ  ຫົວໜ້າ​ສະ​ຖາ​ບັນ​ກິດຈະການ​ລະຫວ່າງ​ປະ​ເທດ​ໃນ​ລັດ​ຫະຍາ​ທາ​ກ່າວ​ວ່າ ບໍ່​ມີ​ການ​ແຂ່ງຂັນ​ກັນ​ລະຫວ່າງ​ອິນ​ເດຍກັບສປ ຈີນ ​ໂດຍ​ຈີນ​ມຸ່ງ​ເນັ້ນ​ການ​ລົງທຶນ​ໃນ​ໂຄງການ​ສາທາລະນະ​ປະ​ໂພ​ກຂະໜາດ​ໃຫຍ່​ເຊັ່ນ: ການ​ກໍ່ສ້າງ​ທາງ​ລົດ​ໄຟ, ​ທ່າ​ເຮືອ ​ແລະ ທາງ​ຫຼວງ​ຢູ່​ອາ​ຟຣິກາ ສ່ວນ​ອິນ​ເດຍສາມາດ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດທະນາ​ອຸດສາຫະກຳ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ​ທາງ​ດ້ານ​ສຶກສາ, ສາທາລະນະ​ສຸກ ​ແລະ ກະ​ສິກຳ.