spot_img
Homeຂ່າວການສຶກສານາຍົກໃຈດີ ປັບເບ້ຍລ້ຽງນັກສຶກສາຂຶ້ນເປັນສາມເທົ່າ

ນາຍົກໃຈດີ ປັບເບ້ຍລ້ຽງນັກສຶກສາຂຶ້ນເປັນສາມເທົ່າ

Published on

ບັນຍາກາດການບໍລິຫານປະເທດ ຂອງທ່ານນາຍົກ ທອງລຸນ ສີສຸລິດ ນັບມື້ມີບັນຍາກາດອັນຟົດຟື້ນ ຖ້າມີໜ່່ວຍງານວິໄຈສຳຫຼວດຄວາມສຸກຂອງປະຊົນ ຄົງຈະເຫັນໄດ້ຢ່າງຈະແຈ້ງວ່າ ຄວາມສຸກຂອງປະຊາຊົນເລິ່ມຫຼາຍຂຶ້ນ ເມື່ອທ່ານ ປອ. ທອງລຸນ ສີສຸລິດ ໄດ້ເຂົ້າຮັບຕຳແໜ່ງ ນາຍົກລັດຖະມົນຕີລາວ ໃນເດືອນ ເມສາ 2016 ເປັນຕົ້ນມາ.

ການອອກດຳລັດເລກທີ 15 ວ່າດ້ວຍການຫ້າມສົ່ງໄມ້ທ່ອນອອກຕ່າງປະເທດ, ແຜນການຫັນການຈ່າຍອາກອນດ້ວຍເງິນສົດ ມາຈ່າຍຜ່ານທະນາຄານ, ການເດິນທາງລົງທ້ອງຖິ່ນ ແລະການເຄື່ອນໄຫວຢ້ຽມຢາມປະເທດເພື່ອນມິດ ລ້ວນແຕ່ສົ່ງຜົນຕໍ່ຄວາມຮູ້ສຶກຂອງປະຊາຊົນ ເຮັດໃຫ້ປະຊາຊົນຮູ້ສຶກດີ ແລະມີຄວາມເຊື່ອໝັ້ນຕໍ່ການນຳພາຂອງລັດຖະບານຊຸດປັດຈຸບັນເປັນຢ່າງຍິ່ງ.

ຫຼ້າສຸດ ທ່ານ ນາຍົກ ໄດ້ເພິ່ມຄວາມສຸກແກ່ປະຊາຊົນ ດ້ວຍການຕົກລົງປັບປຸງເບ້ຍລ້ຽງ ນັກຮຽນ-ນັກສຶກສາ ຂອງຂະແໜງການສຶກສາແລະກິລາ ຂຶ້ນເປັນ 3 ເທົ່າຂອງເບ້ຍລ້ຽງທີ່ໄດ້ຮັບໃນໄລຍະທີ່ຜ່ານມາ ໂດຍອີງຕາມສະພາບເສດຖະກິດ-ສັງຄົມຂອງປະເທດເຮົາ ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ຖືກອະນຸມັດ ວັນທີ 24 ມິຖຸນາ 2016 ທີ່ຜ່ານມາ.
ໃນນັ້ນ:
– ນັກຮຽນຊັ້ນຕົ້ນ ຈາກ 60,000 ກີບ/ເດືອນ ຂຶ້ນມາເປັນ 200,000 ກີບ/ເດືອນ
– ນັກຮຽນຊັ້ນກາງ ຈາກ 60,000 ກີບ/ເດືອນ ຂຶ້ນມາເປັນ 200,000 ກີບ/ເດືອນ
– ນັກຮຽນຊັ້ນສູງ ຈາກ 70,000 ກີບ/ເດືອນ ຂຶ້ນມາເປັນ 200,000 ກີບ/ເດືອນ
– ນັກສຶກສາປະລິນຍາຕີ ຈາກ 70,000 ກີບ/ເດືອນ ຂຶ້ນມາເປັນ 200,000 ກີບ/ເດືອນ

ຈາກການປັບອັດຕາເບ້ຍລ້ຽງຂຶ້ນຄືດັ່ງກ່າວ ເຊິ່ງຖ້າທຽບໃສ່ສະພາບເສດຖະກິດ-ສັງຄົມແລ້ວ ອາດຈະຍັງບໍ່ພຽງພໍ ແຕ່ກໍສາມາດແບ່ງເບົາພາລະຂອງນັກຮຽນ-ນັກສຶກສາ ທີ່ມາຈາກທ້ອງຖິ່ນຫ່າງໄກສອກຫຼີກໄດ້ຫຼາຍສົມຄວນ ໂດຍສະເພາະແມ່ນຜູ້ທີ່ມາຈາກຄອບຄົວທີ່ມີຖານະທາງດ້ານການເງິນບໍ່ຄ່ອຍດີ.

13501747_802004926567651_6624863155351539056_n

ຄລິກທີ່ນີ້ມີຫຼາຍແນວໃຫ້ອ່ານwww.laopost.com

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...