spot_img
Homeຂ່າວພາຍ​ໃນຕວກກີແກ້ຂ່າວ ບໍ່ມີແຜນໃຫ້ຣັດເຊຍ ໃຊ້ຖານທັບອາກາດຂອງຕົນ ອ້າງສື່ມວນຊົນຕີຄວາມຜິດພາດ!

ຕວກກີແກ້ຂ່າວ ບໍ່ມີແຜນໃຫ້ຣັດເຊຍ ໃຊ້ຖານທັບອາກາດຂອງຕົນ ອ້າງສື່ມວນຊົນຕີຄວາມຜິດພາດ!

Published on

ສຳນັກຂ່າວ AFP ລາຍງານໃນວັນທີ 4 ກໍລະກົດຜ່ານມານີ້ວ່າ ກະຊວງການຕ່າງປະເທດຕວກກີ ໄດ້ອອກມາແກ້ຂ່າວ ກໍລະນີທີ່ມີການນຳສະເໜີຂ່າວວ່າ ຕວກກຕີອະນຸຍາດໃຫ້ຣັດເຊຍ ນຳໃຊ້ຖານທັບອາກາດແຫ່ງໜຶ່ງຂອງຕົນ ເພື່ອຮ່ວມປະຕິບັດການໂຈມຕີກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີນັ້ນ ບໍ່ມີມູນຄວາມຈິງ ເຖິງແມ່ນວ່າທັງສອງປະເທດ ຈະມີການຟື້ນຟູຄວາມສຳພັນທີ່ດີຂຶ້ນ ແລະ ອ້າງວ່າເປັນການຕີຄວາມໝາຍທີ່ຜິດພາດຂອງສື່ມວນຊົນ.

ທ່ານ ເມບລຸດ ຄາວາໂຊກລູ ລັດຖະມົນຕີກະຊວງການຕ່າງປະເທດຕວກກີ ໄດ້ອອກມາຊີ້ແຈງຈຸດຢືນດັ່ງກ່າວນີ້ໃໝ່ ພາຍຫລັງທີ່ທ່ານໄດ້ໃຫ້ສຳພາດກັບ ສະຖານີໂທລະພາບທີອາທີ ເມື່ອວັນອາທິດທີ 3 ກໍລະກົດຜ່ານມາວ່າ ຕວກກີອາດຍອມໃຫ້ຣັດເຊຍ ເຂົ້າມາໃຊ້ຖານທັບອິນເຊີລິກ ທາງພາກໃຕ້ຂອງປະເທດ.  ແນວໃດກໍຕາມ ທ່ານໄດ້ອອກມາຖະແຫລງ ໃນມື້ວັນຈັນທີ 4 ກໍລະກົດວ່າ ” ຂ້າພະເຈົ້າບໍ່ໄດ້ເວົ້າແບບນັ້ນ, ຂ້າພະເຈົ້າພຽງແຕ່ບອກວ່າ ກຽມພ້ອມໃຫ້ຄວາມຮ່ວມມືກັບທຸກຄົນ ໃນການຕໍ່ສູ້ກັບພວກໄອເອັສ. ”

ທັງນີ້ ຕວກກີ ແລະ ຣັດເຊຍ ຕ່າງກໍມີຈຸດຢືນທີ່ແຕກຕ່າງກັນ ໃນສົງຄາມຢູ່ຊີຣີ ໂດຍຝ່າຍຣັດເຊຍເອງ ແມ່ນປະຕິບັດການໂຈມຕີທາງອາກາດ ເພື່ອຊ່ວຍເຫລືອສະໜັບສະໜູນ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ, ສ່ວນດ້ານຕວກກີ ແມ່ນສະໜັບສະໜູນຝ່າຍຕໍ່ຕ້ານ ແລະ ຕ້ອງການໃຫ້ທ່ານອັດຊາດ ຫລຸດພົ້ນອອກຈາກຕຳແໜ່ງ.

ປັດຈຸບັນຖານທັບອາກາດອິນເຊີລິກ ເປັນຖານທັບອາກາດທີ່ລັດຖະບານຕວກກີ ໄດ້ອະນຸຍາດໃຫ້ເຮືອບິນທະຫານຂອງ ສະຫະລັດອາເມຣິກາ, ເຢຍລະມັນ, ສະຫະຣາຊະອານາຈັກ, ອາຣັບບີ ຊາອຸດິດ ແລະ ກາຕ້າ ຕ່າງກໍໃຊ້ຖານທັບດັ່ງກ່າວ ຮ່ວມກັນໃນການປະຕິບັດການໂຈມຕີທາງອາກາດ ໃສ່ກຸ່ມລັດອິດສະລາມຢູ່ປະເທດຊີຣີ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

 

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...