spot_img
Homeຂ່າວພາຍ​ໃນສຶກສາ​ອົບຮົມ​ແກ໊ງກວນ​ເມືອງ

ສຶກສາ​ອົບຮົມ​ແກ໊ງກວນ​ເມືອງ

Published on

​ໃນ​ວັນ​ທີ 12 ມິຖຸນາ​ນີ້, ຄະນະ​ຮັບຜິດຊອບ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້​ນະຄອນ ຫລວງ​ວຽງ​ຈັນ ໄດ້​ສຶກສາ​ອົບຮົມ​ໄວ​ລຸ້ນ 20 ຄົນ ທີ່​ພາກັນ​ກໍ່​ຄວາມ​ບໍ່​ສະຫງົບ ​ແລະ ບໍ່​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງ ຄົມ ດ້ວຍ​ການ​ຂັບ​ຂີ່​ລົດຈັກເປັນ​ພຶ່ງ​ເປັນ​ແພ​ສົ່ງ​ສຽງ​ດັງ​ລົບ​ກວນ​ປະຊາຊົນ​ໃນ​ຍາມ​ຄ່ຳ​ຄືນ, ຫລັງ​ຈາກ​ນັ້ນກໍ​ເຮັດ​ບົດ​ບັນທຶກ ​ແລະ ສົ່ງ​ມອບ​ຄືນ​ໃຫ້​ຜູ້​ປົກຄອງ​ນຳ​ໄປ​ສຶກສາ​ອົບຮົມ​ຕໍ່​ໄປ.

​ໃນ​ການ​ອົບຮົມ, ​ເຈົ້າໜ້າ​ທີ່​ໄດ້​ນຳ​ເອົາ​ກົດໝາຍ​ຈະລາຈອນ​ທາງບົກ ​ແລະ ລະບຽບ​ອື່ນໆ​ທີ່​ກ່ຽວ​ພັນ​ກັບ​ການ​ຂັບ​ຂີ່​ມາສະ​ເໜີ​ໃຫ້​ໄວ​ລຸ້ນທີ່​ກະທຳ​ຜິດ​ດັ່ງກ່າວ​ຮັບ​ຊາບ ​ເປັນຕົ້ນຜູ້​ຂັບ​ຂີ່​ພາຫະ ນະ​ບົນ​ທ້ອງ​ຖະໜົນ​ທຸກ​ຄົນ​ຕ້ອງ​ມີ​ເອກະສານ​ຖືກຕ້ອງ​ຄົບ​

ຖ້ວນ, ບໍ່​ຄວນ​ດັດ​ແປງ​ພາຫະນະ ​ເຮັດ​ໃຫ້​ສະພາບ​ເຕັກນິກ​ມີ​ການ​ປ່ຽນ​ແປງ ​​ເພາະ​ຈະ​ເປັນ​ໄພ​ອັນຕະ ລາຍ​ໃນ​ເວລາ​ຂັບ​ຂີ່ ​ແລະ ການ​ຂັບ​ຂີ່​ລົດ​ເປັນ​ພຶ່ງ​ເປັນ​ແພ ຕັ້ງກຸ່ມ​ແກ໊ງ​ແຂ່ງ​ລົດ​ຕາມ​ທ້ອງ​ຖະໜົນ​ແມ່ນ​ຖື​ວ່າ​ເປັນ​ການ​ກະທຳ​ທີ່​ຜິດ​ ຕໍ່​ລະບຽບ​ກົດໝາຍ​ບ້ານ​ເມືອງ. ຂະນະ​ດຽວ​ກັນ ບັນດາ​ຜູ້​ປົກຄອງ​ໄວ​ຫນຸ່ມດັ່ງກ່າວ​ກໍ​ໃຫ້​ຄຳ​ໝັ້ນ ສັນຍາ​ກັບ​ເຈົ້າໜ້າ​ທີ່​ວ່າ: ​ຈະ​ເອົາ​ໃຈ​ໃສ່​ຕິດຕາມ ​ແລະ ບອກສອນ​ລູກ​ຫລານ​ໃຫ້​ດີ​ເພື່ອ​ບໍ່​ໃຫ້​ພວກ​ເຂົາ​ກັບ​ມາ​ກະທຳ​ຜິດ​ອີກ.

 

ຂອບໃຈຂ່າວຈາກ ໜັງສືພິມ ລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...