spot_img
Homeຂ່າວຕ່າງປະເທດມືລະເບີດຂ້າຕົວຕາຍຂີ່ລົດຈັກພຸ່ງຕຳສະຖານີຕຳຫຼວດອິນໂດເນເຊຍ

ມືລະເບີດຂ້າຕົວຕາຍຂີ່ລົດຈັກພຸ່ງຕຳສະຖານີຕຳຫຼວດອິນໂດເນເຊຍ

Published on

ເຈົ້າໜ້າທີ່ອິນໂດເນເຊຍ ກ່າວວ່າ ມີລະເບີດຂ້າຕົວຕາຍຂີລົດຈັກພຸ່ງເຂົ້າໃສ່ສະຖານີຕຳຫຼວດໃນເມືອງໂຊໂລຂອງອິນໂດເນເຊຍ ມື້ນີ້ ເຮັດໃຫ້ເຈົ້າໜ້າທີ່ໄດ້ຮັບບາດເຈັບ 1 ຄົນ.

ໂຄສົກສຳນັກງານຕຳຫຼວດແຫ່ງຊາດ ຖະແຫຼງທາງສະຖານີໂທລະພາບເມໂທຣທີວີວ່າ ຄົນຮ້າຍຂີ່ລົດຈັກເຂົ້າໄປສະໜາມໜ້າສະຖານີຕຳຫຼວດເທິງເກາະຊວາ ເມື່ອເວລາ 7:35 ໂມງ ຊຶ່ງເປັນເວລາດຽວກັນກັບບ້ານເຮົາ ແລະ ລະເບີດຕົວເອງ ຈາກຂໍ້ມູນເບື້ອງຕົ້ນລະບຸວ່າ ຜູ້ກໍ່ເຫດເສຍຊີວິດ ແລະ ຕຳຫລວດໄດ້ຮັບບາດເຈັບ 1 ຄົນ ກ່ອນໜ້ານີ້ ມີລະເບີດຂ້າຕົວຕາຍກໍ່ເຫດໂຈມຕີໃນນະຄອນຫລວງຈາກກາຕາ ເມື່ອເດືອນມັງກອນທີ່ຜ່ານມາ ເຮັດໃຫ້ພົນລະເຮືອນ 4 ຄົນ ແລະ ຜູ້ກໍ່ເຫດ 4 ຄົນ ເສຍຊີວິດ ນັບເປັນເຫດໂຈມຕີຄັ້ງໃຫຍ່ໃນຮອບ 7 ປີຂອງອິນໂດເນເຊຍ ເຖິງວ່າທີ່ຜ່ານມາທາງການພະຍາຍາມປາບປາມເຄືອຂ່າຍຕິດອາວຸດຢ່າງເຂັ້ມງວດ ແຕ່ມີຊາວອິນໂດເນເຊຍຫຼາຍຮ້ອຍຄົນເດີນທາງໄປຕາເວັບອອກກາງ ເພື່ອຮ່ວມຮົບກັບກຸ່ມຕິດອາວຸດ ເຮັດໃຫ້ວິຕົກກັນວ່າຈະມີເຄືອຂ່າຍຫົວຮຸນແຮງກັບມາກໍ່ເຫດອີກ.

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...