spot_img
Homeປະຊາສຳພັນແອ​ເອ​ເຊຍ ເລີ່ມ​ບິນວຽງ​ຈັນ-ບາງ­ກອກ 2,80 ແສນ​ກີບ​ຕໍ່​ຖ້ຽວ

ແອ​ເອ​ເຊຍ ເລີ່ມ​ບິນວຽງ​ຈັນ-ບາງ­ກອກ 2,80 ແສນ​ກີບ​ຕໍ່​ຖ້ຽວ

Published on

ເມື່ອວັນທີ 1 ກໍ­ລະ­ກົດຜ່ານມານີ້ ທີ່ໂຮງ­ແຮມດອນຈັນພາເລດ ໄທແອເອ ເຊຍສາຍການ­ບິນລາ­ຄາປະ­ຢັດທີ່ສຸດໃນໂລກເປີດເສັ້ນບິນຢ່າງເປັນທາງການນະ­ຄອນ­ຫຼວງວຽງຈັນ-ບາງ­ກອກ ແລະມອບໂປຣໂມເຊິນບິນປະ­ຢັດລາ­ຄາລວມ ເລີ່ມຕົ້ນທີ່ 35 ໂດລາ ຫຼື ປະ­ມານ 2,80 ແສນກີບ ຕໍ່ຄົນຕໍ່ຖ້ຽວບິນ ໂດຍການເຂົ້າ ຮ່ວມຂອງ ທ່ານ ວັນ­ເພັງ ຈັນ­ທະພອນຮອງກົມການ­ບິນພົນລະເຮືອນ ສປປ ລາວ, ທ່ານ ທັດສະພົນ ແບເລເວວ ປະ­ທານເຈົ້າໜ້າ­ທີ່ບໍ­ລິ­ຫານສາຍການ­ບິນໄທແອ ເອເຊຍ ພ້ອມດ້ວຍບັນ­ດາພາກ­ສ່ວນທີ່ ກ່ຽວ­ຂ້ອງ ແລະສື່ມວນຊົນເຂົ້າຮ່ວມຢ່າງຫຼວງ­ຫຼາຍ.

ທ່ານ ທັດສະພົນ ແບເລເວວ ກ່າວວ່າ: ໄທແອເອເຊຍ ຮູ້ສືກຍິນດີຢ່າງຍິ່ງທີ່ໄດ້ບິນເຊື່ອມຕໍ່ຈາກນະ­ຄອນ­ຫຼວງວຽງຈັນສູ່ບາງ­ກອກ ເປັນຄັ້ງທຳອິດ ແລະໄດ້ຮັບການຕ້ອນ­ຮັບຢ່າງອົບອຸ່ນຈາກຊາວລາວ ຊຶ່ງຄາດວ່າ­ການເປີດເສັ້ນ­ທາງບິນຂອງ ແອເອເຊຍ ໃນຄັ້ງນີ້ຈະຊ່ວຍກະຕຸ້ນທັງພາກການ­ທ່ອງ­ທ່ຽວ ແລະການຄ້າ-ການລົງ­ທຶນລະ­ຫວ່າງກັນໄດ້ເປັນຢ່າງດີເນື່ອງຈາກທັງປະ­ເທດລາວ ແລະໄທ  ເປັນພັນ­ທະມິດ ແລະຄອບ­ຄົວອາຊຽນທີ່ໃກ້ຊິດທີ່ສຸດ, ວັນທະ­ນະທຳຄ້າຍ­ຄືກັນ ສະ­ນັ້ນ ການເປີດຖ້ຽວບິນຄັ້ງນີ້ຈະເພີ່ມໂອ­ກາດ ໃໝ່ໆໄດ້ຢ່າງແນ່­ນອນ.

ພວກເຮົາໄດ້ຈັດໂປຣໂມເຊິນຖ້ຽວບິນ ຄັ້ງທຳອິດ ວຽງຈັນ-ບາງ­ກອກ ໃນລາ­ຄາສຸດກຸ້ມເລີ່ມຕົ້ນພຽງແຕ່ 35 ໂດລາ ຫຼື ປະ­ມານ 280.000 ກີບ ຕໍ່ຖ້ຽວບິນຈອງ ໄດ້ຕັ້ງ­ແຕ່ມື້ເປີດຫາວັນທີ 3 ກໍ­ລະ­ກົດ ສາ­ມາດເດີນ­ທາງໄດ້ຕັ້ງ­ແຕ່ມື້­ນີ້ເຖິງ 30 ພະ­ຈິກ 2016 ຊຶ່ງເຊື່ອວ່າຈະຖືກໃຈທັງຊາວລາວ ແລະຊາວໄທ ເພາະ­ວ່າເສັ້ນ­ທາງບິນກົງໃນຄັ້ງນີ້ຈະສາ­ມາດຕອບໂຈດເລື່ອງການປະ­ຢັດເວ­ລາ ແລະຄ່າເດີນ­ທາງໄປພ້ອມໆກັນ ແລະເຮົາຈະເດີນໜ້າປະ­ຊາ­ສຳ­ພັນການເປີດເສັ້ນ­ທາງໃໝ່ຢ່າງເຕັມ­ທີ່ຕໍ່ໄປ ເພື່ອໃຫ້ຄົນໄທ ແລະຄົນຕ່າງຊາດບິນເຂົ້າມາທ່ຽວ ແລະເຮັດທຸ­ລະກິດການຄ້າ-ການລົງ­ທຶນໃນປະ ເທດລາວ ຊຶ່ງເຮົາຮູ້ສືກຍິນດີຢ່າງຍິ່ງທີ່ ຈະມີໂອ­ກາດເປັນສ່ວນນ້ອຍໆທີ່ຈະຊຸກ ດັນ, ກະຕຸ້ນເສດ­ຖະ­ກິດ ແລະຄວາມສຳ­ຄັນອັນແໜ້ນແຟ້ນສຳ­ລັບສອງປະ­ເທດ.

ປະ­ຈຸບັນ ກຸ່ມສາຍການ­ບິນແອເອເຊຍ ໄດ້ໃຫ້ບໍ­ລິ­ການຊາວລາວ 3 ເສັ້ນ­ທາງບິນຄື: ນະ­ຄອນ­ຫຼວງວຽງຈັນ-ກົວລາລຳເປີ (ແອເອເຊຍ ມາເລເຊຍ ຖ້ຽວບິນ AK) ຈຳ­ນວນ 3 ຖ້ຽວບິນຕໍ່ອາ­ທິດ ແລະໄທ ແອເອເຊຍ (ຖ້ຽວບິນ FD) ຖ້ຽວບິນ ຫຼວງພະບາງ-ບາງ­ກອກ ຈຳ­ນວນມື້ລະ 1 ຖ້ຽວບິນ (ເລີ່ມ ບິນແຕ່ 24 ມີ­ນາ) ແລະເສັ້ນ­ທາງ ນະ­ຄອນ­ຫຼວງວຽງຈັນ-ບາງ­ກອກ ມື້ລະ 1 ຖ້ຽວບິນ ທັງນີ້ຖືເປັນການເສີມເຄືອຂ່າຍບິນເຊື່ອມໂຍງອາຊຽນທີ່ແຂງແກ່ນຂຶ້ນ ແລະອຳ­ນວຍຄວາມສະ­ດວກໃນການເດີນ­ທາງສຳ­ລັບຊາວລາວ ແລະໄທ.

ຂ່າວ: ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...