spot_img
Homeຂ່າວການສຶກສາກະຊວງສຶກສາຯລະບຸ ອັດຕາການເຂົ້າຮຽນຊັ້ນປະຖົມ ແລະ ມັດຖະຍົມ ເພີ່ມຂື້ນເປັນລຳດັບ!

ກະຊວງສຶກສາຯລະບຸ ອັດຕາການເຂົ້າຮຽນຊັ້ນປະຖົມ ແລະ ມັດຖະຍົມ ເພີ່ມຂື້ນເປັນລຳດັບ!

Published on

ທ່ານຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃນກອງປະຊຸມ ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວປະເທດ 2016 ເປີດຂື້ນເມື່ອມໍ່ໆມານີ້ວ່າ: ການພັດທະນາວຽກງານການສຶກສາຂອງປະເທດເຮົາ ໃນໄລຍະຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ, ໂດຍສະເພາະແມ່ນສົກປີຜ່ານມານີ້, ໄດ້ເຮັດໃຫ້ອັດຕາການເຂົ້າຮຽນ ຂອງເດັກອາຍຸ 3–4 ປີ ເພີ່ມຂື້ນຈາກ 43% ໃນປີ 2015 ມາເປັນ 49% ໃນປີ 2016  ແລະ ອັດຕາການເຂົ້າຮຽນ ຂອງເດັກອາຍຸ 5 ປີ ເພີ່ມຈາກ 66% ມາເປັນ 70,8% , ອັດຕາການເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາ ເພີ່ມຈາກ 97,2% ເປັນ 97,9% , ອັດຕາການຄ້າງຫ້ອງ ແລະ ປະລະການຮຽນຊັ້ນປະຖົມ ຫຼຸດລົງຈາກ 5,8%  ເປັນ 4,8 %  ແລະ ຈາກ 5,2% ມາເປັນ 4,9% ຕາມລຳດັບ, ຂະນະທີ່ອັດຕາການເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ກໍເພີ່ມຂື້ນເຊັ່ນດຽວກັນ ຈາກ 78% ເປັນ 82,2% ແລະ ຈາກ 45,8 % ເປັນ 47,8% ຕາມລຳດັບ.

ທ່ານຫົວໜ້າກົມກ່າວວ່າ: ສຳລັບແຜນການພັດທະນາການສຶກສາໃນຊຸມປີຕໍ່ໜ້າ ທາງຂະແໜງສຶກສາ ແລະ ກິລາ ຈະສຸມໃສ່ວຽກງານພັດທະນາ ມາດຕະຖານການສຶກສາກ່ອນໄວຮຽນ, ສ້າງ ແລະ ຝຶກອົບຮົມຄູສຶກສາ ນິເທດການສຶກສາກ່ອນໄວຮຽນ, ຈັດພິມ ແລະ ສະໜອງປື້ມຄູ່ມືຄູໃຫ້ພຽງພໍ ແລະ ທົ່ວເຖິງ, ເຜີຍແຜ່ ແລະ ແນະນຳການນຳໃຊ້ຫຼັກສູດຊັ້ນອະນຸບານ 1, 2 ແລະ 3 ພ້ອມທັງຈະເລີ່ມຈັດຕັ້ງປະຕິບັດ ກຸ່ມພັດທະນາເດັກໃນຊຸມຊົນ, ອົບຮົມຈັດການຮຽນ-ການສອນ ໃຫ້ກຸ່ມພັດທະນາເດັກໃຫ້ແກ່ຄູຂັ້ນແຂວງ , ເມືອງມີຄວາມເຂັ້ມແຂງ ,ສືບຕໍ່ຕິດຕາມຊຸກຍູ້ຊ່ວຍເຫຼືອ ການຈັດຕັ້ງປະຕິບັດວຽກງານສຶກສາກ່ອນໄວຮຽນ, ສ້າງຄວາມອາດສາມາດຂັ້ນຊຸມຊົນ ກ່ຽວກັບວຽກງານປຸກລະດົມສຸຂະອະນາໄມ, ໂພຊະນາການ ແລະ ຄວາມບົກຜ່ອງພິການຂອງເດັກ, ພ້ອມທັງຕິດຕາມໃນເຂດປະຕິບັດໂຄງການຮ່ວມມື ກັບທະນາຄານໂລກ ແລະ ພັດທະນາປື້ມຄູ່ມືແນະນຳກວດສຸຂະພາບ, ເຄື່ອງມືຕິດຕາມ ປື້ມບັນທຶກສຸຂະພາບຂອງເດັກ ແລະ ວຽກງານອື່ນໆໃຫ້ມີປະສິດທິຜົນດີຂື້ນກວ່າເກົ່າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...