Homeຂ່າວເຫດການລາວເປີດກົງສຸນໃຫຍ່ທີ່ກຳປູເຈຍ ສົ່ງເສີມເສດຖະກິດ ແລະ ທ່ອງທ່ຽວສອງຊາດ

ລາວເປີດກົງສຸນໃຫຍ່ທີ່ກຳປູເຈຍ ສົ່ງເສີມເສດຖະກິດ ແລະ ທ່ອງທ່ຽວສອງຊາດ

Published on

ວັນ​ທີ 30 ມິ­ຖຸ­ນາ 2016 ໄດ້​ມີ ພິ­ທີ​ເປີດ​ສະ­ຖານ​ກົງ­ສຸນ​ໃຫຍ່ແຫ່ງ ສປປ ລາວ ທີ່​ແຂວງ​ຊຽງ​ແຕງ, ຣາ​ຊະ​ອາ­ນາຈັກ​ກຳ­ປູ­ເຈຍ ໂດຍ​ເປັນ​ປະ­ທານ​ຮ່ວມຂອງ ທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ຮອງລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະ​ທ່ານ ລອງ ວິ­ຊາ​ໂລ ຮອງ​ລັດ​ຖະມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ແລະການ​ຮ່ວມ​ມື ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ກຳປູ​ເຈຍ, ຊຶ່ງ​ມີ​ບັນ­ດາ​ເຈົ້າ­ແຂວງ​ຂອງ​ບັນ ດາ​ແຂວງ​ໃກ້​ຄຽງ​ຂອງ​ລາວ ແລະ​ກຳ​ປູເຈຍ, ທ່ານ​ທູດ​ລາວ ແລະ​ທູດ​ກຳ­ປູ­ເຈຍ, ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ຈຳ­ນວນ​ໜຶ່ງ ເຂົ້າ​ຮ່ວມ.

ການ​ເປີດ​ສະ­ຖານ​ກົງ­ສຸນ​ໃຫຍ່​ຄັ້ງ ນີ້ແມ່ນ​ເປ​ັັນ​ການ​ເພີ່ມ​ທະ­ວີ​ສາຍ​ພົວ­ພັນມິດ­ຕະ­ພາບ ແລະ​ການ​ຮ່ວມ​ມື​ລະ­ຫວ່າງສອງ​ປະ­ເທດ​ໃຫ້​ນັັບ​ມື້​ນັບ​ມີ​ຄວາມ​ແໜ້ນແຟ້ນ ແລະ​ເລິກ­ເຊິ່ງ. ພ້ອມ​ກັນ​ນີ້ ກໍ​ເປັນການ​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ປະ ຊາ​ຊົນ​ລາວ ແລະ​ກຳ­ປູ­ເຈຍ ໂດຍ​ສະເພາະ​ປະ­ຊາ­ຊົນ​ທີ່­ຢູ່​ລຽບ​ຕາມ​ຊາຍ​ແດນ ໄປ­ມາ­ຫາ­ສູ່​ກັນ. ມາ​ຮອດ​ປະ­ຈຸ​ບັນ ປະລິ​ມານ​ການ​ຄ້າ​ສອງ​ຝ່າຍ ແລະ​ການ​ໄປມາ​ຫາ​ສູ່​ກັນ​ຂອງ​ນັກ​ທ່ອງ​ທ່ຽວ ກໍ​ຄື​ປະຊາ​ຊົນ​ສອງ​ຊາດ​ທີ່­ຢູ່​ເຂດ​ຊາຍ​ແດນ ລາວ-ກຳ­ປູ­ເຈຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຈຳນວນ​ຫຼາຍ.

ປີ 2015 ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ຂອງ​ສອງ​ປະ­ເທດສາ­ມາດ​ບັນ­ລຸ​ໄດ້ 24.5 ລ້ານ​ໂດ​ລາ​ສະ­ຫະ­ລັດ ແລະ​ຈຳນວນ​ຄົນ​ທີ່​ຂ້າມ​ໄປ​ທ່ຽວ ແລະ​ຄ້າ­ຂາຍຢູ່​ປະ­ເທດ​ຂອງ​ກັນ ແລະ​ກັນກໍ​ເພີ່ມ​ຂຶ້ນເປັນ 4,16 ແສນ​ເທື່ອ​ຄົນ.

ດ້ວຍ​ເຫດ​ນັ້ນ ລັດ­ຖະ­ບານ​ສອງ​ປະເທດ ຈິ່ງ​ເຫັນ​ດີ​ຮ່ວມ​ກັນ​ໃຫ້​ເປີດ​ສະ­ຖານກົງ​ສູນ​ໃຫຍ່​ຂອງ ສປປ ລາວ ແຫ່ງ​ທຳອິດ​ຂຶ້ນ​ທີ່​ແຂວງ​ຊຽງ​ແຕງ, ຣາ​ຊະ​ອານາ​ຈັກ​ກຳ­ປູ­ເຈຍ ເພື່ອ​ເປັນ​ການ​ຊຸກ­ຍູ້ສົ່ງ­ເສີມ ແລະ​ອຳ­ນວຍ​ຄວາມ​ສະ­ດວກໃຫ້​ແກ່​ການ​ພົວ­ພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະ​ກິດ, ການ​ຄ້າ, ການ​ລົງ­ທຶນ, ການທ່ອງ​ທ່ຽວ

ຂອງ​ສອງ​ປະ­ເທດ​ໃຫ້​ນັບ​ມື້​ນັບ​ຂະ­ຫຍາຍຕົວ ແລະ​ທັງ​ເປັນ​ການ​ປະ­ກອບ­ສ່ວນ​ເຂົ້າໃນ​ການ​ສ້າງ​ເປັນ​ປະ­ຊາ​ຄົມ​ອາ​ຊຽນ, ໂດຍ​ສະ­ເພາະ​ແມ່ນ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ​ໃຫ້​ມີ​ຜົນ­ສຳ­ເລັດ​ຢ່າງ​ດີ.

ສະ­ຖານ​ກົງ­ສຸນ​ໃຫຍ່​ແຫ່ງ​ນີ້ ມີ​ຂອບເຂດ​ຮັບ­ຜິດ­ຊອບ​ກວມ​ເອົາ 5 ແຂວງ ຂອງ​ຣາ​ຊະ​ອາ­ນາ­ຈັກ​ກຳ­ປູ­ເຈຍ​ເຊັ່ນ: ແຂວງ​ຊຽງ​ແຕງ, ແຂວງ​ກຼໍ​ແຈະ, ແຂວງແປຼະ​ວິ​ເຣຍ, ແຂວງ​ຣັດ​ຕະ​ນະ​ຄີ​ຣີ ແລະແຂວງ​ມົນ​ດົນ​ຄີ​ຣີ.

ການ​ເປີດ​ສະ­ຖານ​ກົງ­ສຸນ​ໃຫຍ່​ໃນຄັ້ງ​ນີ້ ນັບ​ເປັນ​ກິດ­ຈະ­ກຳ​ໜຶ່ງ​ທີ່​ສຳ­ຄັນ ໃນທ່າມ­ກາງ​ບັນ­ຍາ­ກາດ​ທີ່​ສອງ​ປະ­ເທດ​ກຳ­ລັງ​ສະ­ເຫຼີມສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດລະ­ຫວ່າງລາວ-ກຳ­ປູ­ເຈຍ ຄົບ­ຮອບ 60 ປີ (15 ມິ­ຖຸ­ນາ 1956-15 ມິ­ຖຸ­ນາ 2016).

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...