spot_img
Homeຂ່າວທ້ອງຖິ່ນຊາວໜຸ່ມ-ເຍົາວະຊົນ 300 ກວ່ານ້ອງ ເຂົ້າຮ່ວມໂຄງການເມດຕາທໍາ

ຊາວໜຸ່ມ-ເຍົາວະຊົນ 300 ກວ່ານ້ອງ ເຂົ້າຮ່ວມໂຄງການເມດຕາທໍາ

Published on

ຂປລ. ບັນດາ​ຊາວ​ໜຸ່ມ​ເຍົາວະ​ຊົນ ອ້ອມ​ຂ້າງ​ແຂວງ​ສາລະ​ວັນ 300 ກວ່າ​ນ້ອງ ​ເຂົ້າ​ຮ່ວມ​​ໂຄງການ​ເມດ​ຕາ​ທຳ ​​ໃນ​ໄລຍະ​ພັກ​ໂຮງຮຽນ ເປັນ​ເວລາ 10 ວັນ ​​ເຊິ່ງຈັດ​ໂດຍ ອົງການ​ພຸດທະ​ສາສະໜາ​ ແຂວງ​ສາລະ​ວັນ ຮ່ວມ​ກັບ​ ໂຄງການ​ເມດ​ຕາ​ທຳ ​​ໃນ​ວັນ​ທີ 30 ມິຖຸນາ ຜ່ານ​ມາ ​ໃນ​ນີ້, ບັນພະຊາ​ເປັນ​ສາມະ​ເນນຢູ່ 3 ວັດຄື: ວັດ​ກາງ (​​ໄຊຍະ​ພູມ) ​ເມືອງ​ສາລະ​ວັນ ມີ 135 ນ້ອງ, ​ວັດ​ບ້ານ​ວາປີ ​ເມືອງ​ວາປີ 123 ນ້ອງ ​ແລະ ວັດ​ສີ​ບຸນ​ເຮືອງ ​ເມືອງ​ລະຄອນ​ເພັງ 66 ນ້ອງ, ​ໃນ​ນັ້ນ ​ມີໄວໜຸ່ມ​ຍິງ​ເກືອບ 100 ນ້ອງ.

ຕະຫລອດ​ໄລຍະ 10 ວັນ ​ແມ່ນ​ຈະໄດ້ສຶກສາຮໍ່າຮຽນຫລັກທໍາ 3 ເປົ້າໝາຍ ແລະ 4 ຈຸດປະສົງ, ເສີມສ້າງທັກສະຊີວິດ ປ່ຽນແປງພຶດຕິກໍາ, ສ້າງທັດສະນະຄະຕິທີ່ດີຂຶ້ນ ດ້ວຍການສຶກສາອົມຮົມທາງດ້ານຈາຣິຍະທັມ ແລະ ສ້າງຕົນເອງ ໃຫ້ເກີດປະໂຫຍດແກ່ສັງຄົມ. ທັງ​ນີ້​ ກໍເພື່ອນໍາອົານັກຮຽນ ຫັນໜ້າເຂົ້າສູ່ພະທຳ ຄໍາສອນໃນພຸດ ທະສາສະ ໜາ ແລະ ວັດທະນະທຳ ຮີດຄອງປະເພນີອັນດີງາມ, ປ້ອງກັນບໍ່ໃຫ້ເກີດມີ ການອາລະວາດຜິດຖຽງກັນ ລະຫວ່າງໝູ່ຄູ່ຮ່ວມຮຽນ, ທັງ​ເປັນ​ການປູກຈິດສຳນຶກ ໃຫ້ນັກຮຽນ ແຍກໄດ້ລະຫວ່າງ ຄວາມດີ-ຄວາມຊົ່ວ, ຮຽນຮູ້ວິຊາ ພຸດທະສາສະໜາ, ສາສະໜາ ພິທີ ແລະ ວິຊາຄວາມຮູ້ພື້ນຖານ ກ່ຽວກັບເຮສໄອວີ/ເອສ, ຢາເສບຕິດ, ສິດທິມະມຸດ ​ແລະ ຫລັກ​ທຳ​ຄຳ​ສອນອື່ນໆ.

 

ທີ່ມາ: http://kpl.gov.la/detail.aspx?id=14537

ບົດຄວາມຫຼ້າສຸດ

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...