spot_img
Homeຄົມຄິດຄົມຄົນ7 ນິໄສທີ່ຄ້າຍກັນຂອງຄົນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ

7 ນິໄສທີ່ຄ້າຍກັນຂອງຄົນທີ່ປະສົບຜົນສຳເລັດທີ່ສຸດໃນໂລກ

Published on

ວັນນີ້ເຮົາມາເບິ່ງກັນວ່າ ຄົນທີ່ມີຄວາມສຳເລັດໃນຊີວິດນັ້ນເຂົາມີນິໃສແບບໃດ ເຮົາມາອ່ານກັນເລີຍ

1. ເປັນນັກຕັ້ງເປົ້າຫມາຍ
ເຂົາຕັ້ງເປົ້າຫມາຍກັບສີ່ງທີ່ເຂົາຕ້ອງການດ້ວຍຄວາມມຸ່ງຫມັ້ນທີ່ຈະເຮັດໃຫ້ມັນສຳເລັດ ພາຍໃນເວລາທີ່ກຳນົດ ມີເຫດຜົນໃຫ້ໂຕເອງໃຫ້ຫລາຍພໍໃນການຕັ້ງເປົ້າຫມາຍວ່າເປັນຫຍັງເຂົາຈືງຕ້ອງການມັນ ການຕັ້ງເປົ້າຫມາຍເປັນການສ້າງພາບຄວາມສຳເລັດລ່ວງຫນ້າ ເຮັດໃຫ້ເຂົາເຫັນແລະຮູ້ສຶກເຖິງຄວາມສຳເລັດຕັ້ງແຕ່ເລີ່ມຕົ້ນເພື່ອເປັນແຮງພະລັງຜັກດັນຢ່າງມະຫາສານໃນການເຮັດສິ່ງຕ່າງໆໃຫ້ສຳເລັດ ໄວຂຶ້ນ

2. ໂຟກັດເທື່ອລະຢ່າງ
ຄົນທີ່ປະສົບຜົນສຳເລັດເປັນຄືກັບແສງເລເຊີ ທີ່ລວມເອົາພະລັງທັງຫມົດສຸມຢູ່ຈຸດດຽວ ຍິງໄປຈຸດໆຫນຶ່ືງ ຈົນຈຸດນັ້ນລະລາຍ ຄົນທີິ່ປະສົບຜົນສຳເລັດ ເຂົາໂຟກັດໄປທີ່ເປົ້າຫມາຍອັນທ້າທາຍ ແລະຈະທຸ້ມເທພະຍາຍາມຫມົດຄວາມສາມາດ ບໍ່ຍອມແພ້ຈົນກວ່າຈະສຳເລັດ

3. ໃຫ້ຄວາມສຳຄັນກັບເວລາ
ເຂົາໃຊ້ເວລາຢ່າງມີປະສິດຕິພາບ ຄິດເຖີງຄຸນຄ່າທີ່ຈະສ້າງຂື້ນໃຫ້ກັບຕົນເອງແລະຄົນອື່ນ ເຂົາຕ້ອງການໃຊ້ເວລາໃຫ້ເກີດປະໂຫຍດສູງສຸດ ຄຸ້ມຄ່າທີ່ສຸດ

4. ໃຊ້ຈ່າຍຫນ້ອຍກວ່າທີ່ຫາມາ
“ຢ່າທ້ອນເງີນທີ່ເຫລືອຈາກການໃຊ້ຈ່າຍ ແຕ່ຕ້ອງໃຊ້ຈ່າຍຂາກເງີນທີ່ເຫລືອທ້ອນ” Warren Buffet ກ່າວໄວ້

5. ຮຽນຮູ້ແລະພັດທະນາໂຕເອງສະເຫມີ
ເຈົ້າສາມາດເພີ່ມຄູນຄ່າຂອງເຈົ້າທີ່ມີຕໍ່ຄົນອື່ນດ້ວຍການເລີ່ມຕົ້ນຮຽນສີ່ງໃຫມ່ໆແລະຫາປະສົບການໃຫມ່ໆໃຫ້ແກ່ຕົນເອງທຸກໆມື້ ການເຮັດວຽກຫນັກພຽງຢ່າງດຽວບໍ່ສາມາດໃຫ້ເຈົ້າປະສົບຜົນສຳເລັດໄດ້

6. ບໍ່ຍອມແພ້
ຄົນທີ່ປະສົບຜົນສຳເລັດລ້ວນແຕ່ຜ່ານຄວາມລົ້ມເຫລວມາແລ້ວຫລາຍຢ່າງນັບບໍ່ຖ້ວນ ແຕ່ເຂົາກໍ່ສາມາດຢືນຂື້ນໄດ້ສະເຫມີ ເມື່ອເຈົ້າບໍ່ຍອມແພ້ເຈົ້າສາມາດຮຽນຮູ້ ພັດທະນາໂຕເອງໄດ້ຈາກທຸກຄວາມຜິດພາດແລະຄວາມລົ້ມແຫລວ

7. ໃຈກວ້າງແລະມີນ້ຳໃຈ
ເຂົາບໍ່ພຽງແຕ່ສ້່າງຄູນຄ່າໃຫ້ກັບຕົນເອງ ເຂົາມຸ່ງເນັ້ນທີ່ຈະສ້າງຄຸນຄ່າໃຫ້ກັບຜູ້ອື່ນເປັນຫລັກນຳ ດ້ວຍຄວາມເຊື່ອທີ່ວ່າ ຍິ່ງໃຫ້ ຍິ່ງໄດ້

 

ຂໍ້ຄວາມຈາກ: ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...