spot_img
Homeຂ່າວພາຍ​ໃນວາງສະແດງສິນຄ້າ ລາວ-ໄທ ເພີ່ມມູນຄ່າການຄ້າສອງປະເທດ

ວາງສະແດງສິນຄ້າ ລາວ-ໄທ ເພີ່ມມູນຄ່າການຄ້າສອງປະເທດ

Published on

ເມື່ອ​ວັນ​ທີ 29 ມີ​ຖຸ​ນາ​ຜ່ານ​ມາ​ສຳ­ນັກງານ​ສົ່ງ­ເສີມ​ການ​ຄ້າ​ລະ­ຫວ່າງ​ປະ­ເທດ ໂດຍໄດ້ມອບ​ໝາຍ​ຈາກ​ກົມ​ສົ່ງເສີມ​ການ​ຄ້າ​ລະ­ຫວ່າງປະ­ເທດ, ກະ­ຊວງ​ພາ­ນິດ​ແຫ່ງ​ລາ­ຊະ​ອາ­ນາ­ຈັກໄທ​ຮ່ວມ​ກັບ​ກົມ​ສົ່ງ­ເສີມ ແລະ​ພັດ­ທະ­ນາ​ສິນ­ຄ້າ, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຫ່ງ ສປປ ລາວຮ່ວມ​ກັນ​ເປີດ​ງານ​ວາງ­ສະ­ແດງ​ສິນ­ຄ້າ Top Thai Brands 2016, ທີ່​ສູນ​ການ​ຄ້າລາວ-ໄອ​ເຕັກ (ຕຶກ​ໃໝ່)ຊັ້ນ 7 ນະ­ຄອນ­ຫຼວງວຽງ​ຈັນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມຈິດ ອິນ​ທະ​ມິດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ​ສາຫະ​ກຳ ແລະ​ການ​ຄ້າ, ທ່ານ ນົບ​ພະ​ດົນ ເທບ​ພິທັກ ​ເອກ​ອັກ­ຄະ­ລາ­ຊະ­ທູດ​ໄທ​ປະ­ຈຳ​ລາວ, ພ້ອມດ້ວຍ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທັງ​ສອງ​ປະ­ເທດ​ລາວ-ໄທ ແລະ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ພິ­ມົນ ປົງ​ກອງ​ແກ້ວ ເອກ​ອັກ​ຄະລາ­ຊະ­ທູດ​ທີ່​ປືກ​ສາ (ຝ່າຍ​ການ​ຄ້າ) ແຫ່ງ​ລາຊະ​ອາ­ນາ­ຈັກ​ໄທ​ປະ­ຈຳ ສປປ ລາວ ກ່າວ​ວ່າ: ຈຸດ­ປະ­ສົງ​ຫຼັກ​ຂອງ​ການ​ຈັດ​ງານ​ຄັ້ງ​ນີ້​ກໍ​ເພື່ອ​ສົ່ງ­ເສີມ​ດ້ານ​ການ​ຄ້າ ແລະ​ການ​ລົງ­ທຶນ​ຂອງ​ສອງປະ­ເທດ, ໃນ​ນັ້ນ ກໍ​ເພື່ອ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ລາວ-ໄທ ຊຶ່ງ​ງານ​ວາງ­ສະ­ແດງ​ສິນ­ຄ້າ ໃນ​ເທື່ອ​ນີ້​ແມ່ນ​ຈັດ​ຂຶ້ນ​ພາຍ​ໃຕ້​ຮູບ​ແບບ​ການ​ຈັດງານ​ໃໝ່ ໂດຍ​ຮ່ວມ​ມື​ກັບ​ພັນ­ທະ​ມິດ​ພາກ​ທຸ­ລະກິດ​ຈາກ​ສະ­ພາ​ຫໍ​ການ​ຄ້າ​ໄທ, ສະ­ພາ​ອຸດ​ສາ​ຫະກຳ​ແຫ່ງ​ປະ­ເທດ​ໄທ ແລະ​ສະ­ພາ​ຜູ້​ສົ່ງ​ອອກ​ສິນ­ຄ້າ ທາງ​ເຮືອ​ໃນ​ການ​ຄັດ​ເລືອກ​ເອົາ​ນັກ­ທຸ­ລະ­ກິດເຂົ້າ​ຮ່ວມ​ງານ​ຫຼາຍ​ກວ່າ 3 ຮ້ອຍ​ຫ້ອງ​ວາງ​ສະແດງ ແລະ​ນຳ​ສະ­ເໜີ​ສິນ­ຄ້າ ແລະ​ເສີມ​ສ້າງ​ພາບພົດ​ຂອງ​ສິນ­ຄ້າ​ທີ່​ມີ​ຄຸນ​ນະ​ພາບ, ມີ​ມາດ­ຖານ ແລະມີ​ເຄື່ອງ­ໝາຍ​ການ​ຄ້າ​ຂອງ​ທັງ​ສອງ​ປະ­ເທດ ເປັນ​ທີ່​ຍອມ­ຮັບ​ໃຫ້​ເປັນ​ທີ່​ນິ­ຍົມ ແລະ​ຍອມ­ຮັບ ຂອງ​ຜູ້​ບໍ­ລິ­ໂພກ ແລະ​ພ້ອມ​ດຽວ​ກັນ​ນັ້ນ​ກໍ​ເພື່ອ ກະ​ຕຸ້ນ​ໃຫ້​ນັກ­ທຸ­ລະ­ກິດ​ທັງ​ສອງ​ປະ­ເທດ​ຮ່ວມ​ມືເຊິ່ງ​ກັນ ແລະ​ກັນພາຍ​ໃຕ້​ບັນ­ຍາ­ກາດ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ທີ່​ມີ​ຄວາມ​ສ້າງ­ສັນ.

ທ່ານ ນາງ ພິ­ມົນ ປົງ​ກອງ​ແກ້ວ ກ່າວ​ຕື່ມ​ວ່າ: ນອກ­ຈາກ​ການ­ສະ­ແດງ ແລະ​ຈຳ­ໜ່າຍ​ສິນ­ຄ້າ ແລ້ວ​ພາຍ​ໃນ​ງານ​ຍັງ​ມີ​ກິດ­ຈະ­ກຳ​ຕ່າງໆ​ເຊັ່ນ: ການ­ສະ­ແດງ​ຜົນ­ງານ​ໂຄງ­ການ​ພະ​ຣາດ​ດຳ​ຣິ ໃນ​ໂອ­ກາດ​ມະ­ຫາ​ມຸງ­ຄຸນ​ຖະ­ເຫຼີງ​ຖະ​ຫວັນ​ລາຊະ​ສົມ­ບັດ ຄົບ­ຮອບ 70 ປີ​ຂອງ​ພະ​ບາດ​ສົມ​ເດພະ​ເຈົ້າ​ມະ­ຫາ​ຊີ­ວິດ​ແຫ່ງ​ລາ­ຊະ​ອາ­ນາ­ຈັກ​ໄທ, ນອກ​ນັ້ນ ກໍ​ມີ​ການ​ສາ­ທິດ​ປຸງ​ແຕ່ງ­ອາ­ຫານ, ການສາ­ທິດ​ນວດ​ແຜນ​ບູ­ຮານ ແລະ​ສະ​ປາ ຊຶ່ງ​ໃນ​ນີ້ ກໍ​ຍັງ​ມີ​ການ​ຝຶກ​ອາ­ຊີບ​ໄລ­ຍະ​ສັ້ນ, ການ­ສະ­ແດງຄອນ­ເສີດ, ການ​ຈັບ​ສະ­ຫຼາກ ແລະ​ແຈກ​ລາ­ງວັນ ປີ້​ຍົນ​ໄປ-ກັບ (ນະ­ຄອນ­ຫຼວງ​ວຽງ​ຈັນ-ບາງ­ກອກ-ນະ­ຄອນ­ຫຼວງ​ວຽງ​ຈັນ) ແລະ​ກິດ­ຈະ­ກຳອື່ນໆ, ສ່ວນ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ດັ່ງ ກ່າວ​ແມ່ນ​ເລີ່ມ​ແຕ່​ວັນ​ທີ 29 ມິ­ຖຸ­ນາ-3 ກໍ­ລະ­ກົດ 2016.

ທີ່ມາ: logo

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...