Homeສຸຂະພາບ ແລະ ສີ່ງແວດລ້ອມນ້ຳສະໝຸນໄພ ໝາກມະຮະຂົມ ເພື່ອສຸຂະພາບ

ນ້ຳສະໝຸນໄພ ໝາກມະຮະຂົມ ເພື່ອສຸຂະພາບ

Published on

ນ້ຳ​ສະ​ໝຸນ​ໄພ “ ໝາກມະ​ຮະ​ຂົມ” ເພື່ອ​ສຸ­ຂະ­ພາບ ມີ​ສ່ວນ​ປະ­ສົມ​ດັ່ງ­ນີ້: ໝາກມະ​ຮະ​ຂົມ (ເອົາ​ໄນ​ອອກ) 3 ໜ່ວຍ ຫຼື 30 ກຣາມ, ນ້ຳ​ເຊື່ອມ 30 ກຣາມ( 2 ບ່ວງ​ແກງ) , ນ້ຳ​ສະ­ອາດ 200 ກຣາມ,

ເກືອ​ເສີມ​ໄອ​ໂອ​ດີນ 1 ກຣາມ, ນ້ຳ­ໝາກ​ນາວ 15 ກຣາມ (ເຄິ່ງ​ໜ່ວຍ), ວິ­ທີ​ປຸງ: ນຳ​ໝາກ​ມະຮະຂົມ​ລ້າງ​ນ້ຳ​ໃຫ້​ສະ­ອາດ ເອົາ​ເມັດ​ອອກ ຕັດ​ເປັນ​ຕ່ອນ​ນ້ອຍໆ ໃສ່­ເຄື່ອງ​ປັ່ນ ຕື່ມ​ນ້ຳ​ຕົ້ມ​ສຸກ ແລ້ວ​ຕອງ​ເອົາ​ແຕ່​ນ້ຳ​ເອົາ​ກາກ​ອອກ​ດ້ວຍ​ຜ້າ​ຂາວ ສ່ວນ​ນ້ຳ​ທີ່​ຕອງ​ໄດ້​ແລ້ວ​ນັ້ນ​ເອົາ​ມາ​ປະ­ສົມ​ກັບ​ນ້ຳ​ເຊື່ອມ​ຊິມ​ລົດ​ຊາດ​ຕາມ​ມັກ.

  • ຄຸນ­ຄ່າ​ທາງ​ໂພ­ຊະ​ນາ ການ: ພະ­ລັງ­ງານ 134,2 ກິ​ໂລ​ແຄ​ລໍ​ເບຍ, ວິ­ຕາ­ມິນ​ເອ 5848 ໄອ​ຢູ, ວິ­ຕາ­ມິນ​ເຊ 380 ມິນ​ລິ​ກຣາມ.
  • ລົດ​ຊາດ ແລະ​ ສັບ­ພະຄຸນ: ມີ​ລົດ​ຊາດ​ອອກ​ຂົມໆ ຊ່ວຍ​ຈະ­ເລີນ​ອາ­ຫານ, ບຳ­ລຸງຖົງ​ນ້ຳ­ບີ, ແກ້​ໄອ, ແກ້​ຮ້ອນ​ໃນ.

 

ຂຽນໂດຍ: ຣັດສະໝີ (ເສດຖະກິດ-ສັງຄົມ)

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...