spot_img
Homeຄວາມງາມໂລຊັ່ນທາຜິວ ກັບ ນ້ຳຕານ! ພຽງເທົ່ານີ້ຜິວພັນກໍ່ຂາວຂຶ້ນໄດ້

ໂລຊັ່ນທາຜິວ ກັບ ນ້ຳຕານ! ພຽງເທົ່ານີ້ຜິວພັນກໍ່ຂາວຂຶ້ນໄດ້

Published on

ໃນຫົວຂໍ້ຂອງຄວາມງາມ ວັນນີ້ພວກເຮົາມີອີກໜຶ່ງສູດທີ່ບອກວ່າເຮັດແລ້ວໄດ້ຜົນຈິງ ແລະ ບໍ່ຕ້ອງເສຍເງິນຫຼາຍອີກ ຖ້າໃຜຢາກມີຜິວຂາວໃສຂຶ້ນໄດ້ໄວທັນໃຈລອງເອົາສູດນີ້ໄປໃຊ້ເບິ່ງຮັບຮອງວ່າໄດ້ຜົນ ເພາະມີຄົນເຮັດແລ້ວໄດ້ຜົນ ແອັດມິນເລີຍນຳມາບອກຕໍ່

ສູດໂລຊັ່ນ ກັບ ນ້ຳຕານ ເພື່ອເຮັດສູກຂັດຜິວ: ພຽງຕັກນ້ຳຕານ 2 ບ່ວງແກງ ລົງຖ້ວຍນ້ອຍ ຫຼື ພາສະນະອື່ນກໍ່ໄດ້ ຈາກນັ້ນກໍ່ບີບໂລຊັ່ນທາຜິວທີ່ທ່ານໃຊ້ເປັນປະຈຳ ລົງໃນຖ້ວຍນ້ຳຕານໃນປະລິມານທີ່ພໍດີ ຈາກນັ້ນກໍ່ຄົນທັງສອງຢ່າງນັ້ນໃຫ້ເຂົາເປັນເນື້ອດຽວກັນ ເນື້ອມັນຈະເຫຼວໆເລັກໜ້ອຍ

ວິທີໃຊ້: ເວລາອາບນ້ຳ ແມ່ນເຮົາກໍ່ເອົາມາຂັດຜິວ ເອົາມາຖູເບົາລົງຕາມແຂນ, ຂາ, ຫຼື ທົ່ວຮ່າງກາຍ… ຖູເບົາໆປະມານ 5-10 ນາທີ ຫຼື ຕາມທີ່ທ່ານພໍໃຈ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳສະອາດ ແລະ ກໍ່ອາບນ້ຳໃສ່ສະບູຕາມປົກກະຕິ ພຽງຄັ້ງທຳອິດທ່ານກໍ່ຈະຮູ້ສຶກເລີຍວ່າສີຜິວທ່ານຈະຮຸ່ງຂຶ້ນເລັກໜ້ອຍ ແລະ ຮູ້ສຶກນຸ້ມໆ ສູດນີ້ສາມາດເຮັດໄດ້ທຸກວັນໃນເວລາອາບນ້ຳ ເຮັດວັນລະຄັ້ງກໍ່ໄດ້ ຫຼື ບໍ່ມີເວລາອາທິດລະ 3 ຄັ້ງກໍ່ໄດ້ ແຕ່ຖ້າທ່ານເຮັດທຸກມື້ພາຍໃນ 1 ອາທິດ ທ່ານກໍ່ຈະໄດ້ຜົນຮັບທີ່ໜ້າພໍໃຈທັນທີ

ລອງນຳສູດນີ້ໄປເບິ່ງຮັບຮອງວ່າໄດ້ຜົນ ແຖມປະຫຍັດເງິນໃນກະເປົາອີກດ້ວຍ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...