spot_img
Homeຂ່າວພາຍ​ໃນເປີດສູນການຄ້າຊຸມຊົນ ເຄເອັນເຄ ແລະປ້ຳນ້ຳມັນ ປຕທ ສາຂານາໄຊ

ເປີດສູນການຄ້າຊຸມຊົນ ເຄເອັນເຄ ແລະປ້ຳນ້ຳມັນ ປຕທ ສາຂານາໄຊ

Published on

ບໍ່ດົນຜ່ານມານີ້ ສູນການຄ້າຊຸມຊົນ ເຄເອັນເຄ ແລະປໍ້ານໍ້າມັນ ປຕທ ສາຂານາໄຊ ນະຄອນ ຫຼວງວຽຈັນ ໄດ້ເປີດຢ່າງເປັນທາງ ການ ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດຮອງເຈົ້າຄອງນະຄອນຫຼວງ; ທ່ານ ນິສິດ ພົງວຸດທະປຣະພັນ ຜູ້ອຳນວຍການໃຫຍ່ບໍລິສັດ ປຕທ ປະຈຳລາວ; ທ່ານ ກອງຟ້າ ພູມມະ ສັກ ປະທານ ແລະທີ່ປຶກສາກຸ່ມບໍລິ ສັດ ເອໄອເອຟ ແລະ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ເຈົ້າຂອງ ປໍ້າ ປຕທ ສາຂານາໄຊ ພ້ອມດ້ວຍ ບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມ.

ທ່ານ ນາງ ກິ່ງໂພເງິນ ພູມມະ ສັກ ກ່າວວ່າ: ງານຄັ້ງນີ້ມີ 2 ຈຸດ ປະສົງຄື 1 ແມ່ນການເປີດນໍາໃຊ້ປໍ້າ ນ້ຳມັນ ສາຂາ ປຕທ ທີ່ໄດ້ຮັບຄວາມ ເຊື່ອຖື ແລະໄວ້ວາງໃຈຈາກສັງຄົມ ຢ່າງກວ້າງຂວາງບໍ່ວ່າຈະເປັນ ທາງດ້ານປະລິມານຄຸນນະພາບ ແລະການບໍລິການ ແລະກໍຈະເປັນ ການເປີດສູນການຄ້າຊຸມຊົນເຄເອັນ ເຄ ເພື່ອຕອບສະໜອງຄວາມຕ້ອງ ການຫຼາກຫຼາຍຮູບແບບ ແລະຄົບວົງຈອນຂອງການບໍລິການໃຫ້ກັບຜູ້ ຄົນໃນຂົງເຂດພື້ນທີ່.

ສຳລັບສູນການຄ້າຊຸມຊົນ ເຄເອັນເຄ ແຫ່ງນີ້ ລວມມີ 10 ກວ່າຮ້ານຄື: Jiffy Mini Mart, ST Bank, ປີ້ງໄກ່ເຊໂນ, X-Sixe Outlet, Idea, ໝ້ຽງເຈົ້າເກົ່າ, Amazon Cafe, ຕໍາມົ່ວ, LK Chicken & Sweet, Vientiane Fusion, Hotpot Buffet, Lady M by K ແລະ Classy Education.

ສຳລັບຮ້ານ Jiffy Mini Mart ເປັນຮ້ານສະດວກຊື້ທີ່ມີເຄື່ອງອຸປະໂພກ ແລະບໍລິໂພກໃຫ້ເລືອກຊື້ຫຼາຍຢ່າງທີ່ທຸກທ່ານສາມາດແວ່ຊື້ ບໍ່ວ່າຈະເປັນນໍ້າ ເຂົ້າໝົມ ແລະສິນຄ້າດີໆຫຼາຍຢ່າງຕິດລົດຂອງ ທ່ານກັບບ້ານໄດ້ ນອກນັ້ນຍັງ ມີຮ້ານອາ ຫານອີກສະຕາຍ ເຊັ່ນ ຮ້ານ Vientiane Fusion ເປັນຮ້ານອາຫານ Style ຢູໂລ (European Style) ທີ່ມາພ້ອມລາຍ ການຫຼັກທີ່ທາງຮ້ານພູມໃຈນໍາສະເໜີ ເຊັ່ນ ສະເຕັກແກະ ຊອດພິກໄທດຳ, ສະ ປາເກັດຕີ້ ຄາໂປນາລ່າ ແລະອີກຫຼາກ ຫຼາຍ.

Hot pot ບຸບເຟ່ ທີ່ເປັນຮ້ານອາ ຫານທີ່ມີທັງ ສຸກີ້ ຊາບູ ບຸບເຟ່ ແລະອາ ຫານຈານຮ້ອນ ຫຼື ແບລນທີ່ໂດ່ງດັງ ຈາກທາງຝັ່ງປະເທດເພື່ອນບ້ານ ທີ່ມີສາ ຂາຫຼາຍກວ່າ 50 ສາຂາ ໃນປະເທດໄທ ທີ່ຕື່ມເຕັມເວລາດີໆໃຫ້ກັບຄອບຄົວໃນ ການຮັບປະທານອາຫານສຸຂະພາບ ພ້ອມ ກັບຫ້ອງພິເສດສຳລັບຈັດງານລ້ຽງ ແລະອາຫານຫຼາກຫຼາຍແບບ.

ຫ້ອງການ Classy Education ເປັນສູນການສຶກສາ ພ້ອມເປັນປຶກສາ ແລະແນາະນຳຄົນທີ່ຢາກໄປສຶກສາຢູ່ ຕ່າງປະເທດ ຫຼື ຈະເສັງເອົາທຶນໄປຮຽນ ຕ່າງປະເທດ ແລະ ຍັງມີຮ້ານ Amazon Cafe ຊຶ່ງໃຜທີ່ມັກລົດຊາດຂອງກາເຟ ແລະເຄື່ອງດື່ມທີ່ເປັນເອກະລັກຂອງເພິ່ນ ກໍສາມາດເຂົ້າມາຊີມກັນໄດ້, ຮ້ານ LK Chicken & Sweet ທີ່ມີລາຍການໄກ່ ທອດກອບໆຮ້ອນໆພ້ອມເຄື່ອງດື່ມສູດ ພິເສດ ຂອງທາງຮ້ານທີ່ຮັບຮອງເລື່ອງ ລົດຊາດວ່າຖືກປາກທຸກເພດທຸກໄວແນ່ນອນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...