Homeຂ່າວການພັດທະນາຕົ້ນສິງຫານີ້ ລັດຈະເລີ່ມເຂັ້ມງວດກວດຄຸນນະພາບນ້ຳມັນເຊື້ອໄຟທົ່ວປະເທດ

ຕົ້ນສິງຫານີ້ ລັດຈະເລີ່ມເຂັ້ມງວດກວດຄຸນນະພາບນ້ຳມັນເຊື້ອໄຟທົ່ວປະເທດ

Published on

ແນໃສ່ປະກອບສ່ວນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ຂອງ ສປປ ລາວ ໃຫ້ປາກົດຜົນເປັນຈິງ, ທັງນີ້ ເພື່ອຕອບສະໜອງການສະເໜີຂອງພໍ່ ແມ່ພີ່ນ້ອງປະຊາຊົນລາວ ກ່ຽວກັບຄຸນ ນະພາບນໍ້າມັນເຊື້ອໄຟຕໍ່າທີ່ຈໍາໜ່າຍແລະນໍາໃຊ້ຢູ່ລາວ, ໃນວັນທີ 1 ສິງ ຫາ 2016 ເປັນຕົ້ນໄປ, ສູນຢັ້ງຢືນມາດ ຕະຖານ ແລະກວດກາຄຸນນະພາບແຫ່ງ ຊາດ ຂອງກົມມາດຕະຖານ ແລະວັດ ແທກທີ່ຂຶ້ນກັບກະຊວງວິທະຍາສາດ ແລະເຕັກໂນໂລຊີ ຈະໄດ້ເລີ່ມດໍາເນີນ ການກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ, ບໍລິການຈໍາໜ່າຍຢູ່ໃນທົ່ວປະເທດ.

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະເຕັກໂນ ໂລຊີ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນໃນ ວັນທີ 29 ມິຖຸນາ 2016 ໃຫ້ຮູ້ວ່າ: ໃນ ຊຸມປີຜ່ານມານີ້ ສັງຄົມໄດ້ມີຄວາມຮຽກ ຮ້ອງຕ້ອງການໃຫ້ເອົາໃຈໃສ່ເຖິງຄຸນນະພາບນໍ້າມັນເຊື້ອໄຟທີ່ນໍາໃຊ້ຢູ່ໃນປະເທດເຮົາ, ເປັນຕົ້ນແມ່ນພໍ່ແມ່ພີ່ນ້ອງປະຊາຊົນລາວທີ່ເປັນຜູ້ຊົມໃຊ້ໄດ້ມີໜັງສືສະເໜີ ຫຼື ແຈ້ງສາຍດ່ວນຕໍ່ສະພາແຫ່ງຊາດ, ບັນດາຜູ້ປະກອບ ການນໍາເຂົ້າພາຫະນະກໍໄດ້ມີໜັງສືສະເໜີເຖິງກະຊວງວິທະຍາສາດ ແລະເຕັກໂນໂລຊີ, ສື່ ມວນຊົນຈໍານວນໜຶ່ງນັບທັງສື່ອອນລາຍກໍ ໄດ້ສົ່ງຂ່າວກ່ຽວກັບການຈໍາໜ່າຍ ແລະນໍາ ໃຊ້ນໍ້າມັນຄຸນນະພາບຕໍ່າ ແລະບໍ່ໄດ້ມາດຖານ ຢູ່ ສປປ ລາວ.

ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງສັງຄົມໃນການແກ້ໄຂບັນ ດາປາກົດການຫຍໍ້ທໍ້ ແລະປົກປ້ອງຜູ້ຊົມ ໃຊ້ນໍ້າມັນເຊື້ອໄຟຢູ່ ສປປ ລາວ ໃຫ້ຮັບ ປະກັນຄຸນນະພາບ ແລະຖືກຕ້ອງຕາມ ມາດຕະຖານສາກົນນັ້ນ, ເລີ່ມແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນໄປສູນຢັ້ງຢືນ ມາດຕະຖານ ແລະກວດກາຄຸນນະພາບແຫ່ງຊາດຂອງກົມມາດຕະຖານ ແລະວັດແທກທີ່ຂຶ້ນກັບກະຊວງວິທະຍາສາດ ແລະເຕັກໂນໂລຊີ ຈະໄດ້ເລີ່ມດໍາເນີນ ການກວດກາຄຸນນະພາບນໍ້າມັນເຊື້ອໄຟ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ປຸງແຕ່ງ, ບໍລິການຈໍາໜ່າຍຢູ່ໃນທົ່ວປະເທດຕາມ ກົດໝາຍຂອງ ສປປ ລາວ ກໍານົດໄວ້ ຊຶ່ງ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ແມ່ນເປັນການປະກອບສ່ວນຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VIII (2016- 2020) ຂອງ ສປປ ລາວ ໃຫ້ປາກົດ ຜົນເປັນຈິງ.

ແນວໃດກໍດີ ການກວດກາດັ່ງກ່າວ ຈະໄດ້ດໍາເນີນເລີ່ມຈາກການກວດກາ ເອກະສານຢັ້ງຢືນຄຸນນະພາບນໍ້າມັນ ເຊື້ອໄຟທີ່ນຳເຂົ້າ, ເກັບຕົວຢ່າງຈາກລົດ ບັນທຸກນໍ້າມັນເພື່ອກວດຄຸນນະພາບ ເບື້ອງຕົ້ນຢູ່ແຕ່ລະດ່ານນໍາເຂົ້າ, ຫຼັງຈາກ ນັ້ນຈະໄດ້ມີການກວດຄຸນນະພາບລະ ອຽດຢູ່ຫ້ອງທົດລອງຂອງສູນກວດກາມາດຕະຖານ, ພ້ອມກັນນັ້ນກໍຍັງຈະໄດ້ ດໍາເນີນການກວດກາຄຸນນະພາບນໍ້າມັນ ຢູ່ຕາມແຕ່ລະປໍ້າເປັນແຕ່ລະໄລຍະອີກດ້ວຍ, ນອກນັ້ນ ສູນກວດກາດັ່ງກ່າວ ຍັງໄດ້ກະກຽມລົດກວດສອບເຄື່ອນທີ່ ແລະມີສາຍດ່ວນເພື່ອຮັບການແຈ້ງຂໍ້ມູນ ຈາກປະຊາຊົນຜູ້ຊົມໃຊ້ ຫຼື ຜູ້ປະກອບ ການທີ່ມີຂ່າວກ່ຽວກັບບັນຫານໍ້າມັນເຊື້ອ ໄຟອີກດ້ວຍ.

ທ່ານ ບໍ່ວຽງຄຳ ວົງດາລາ ກ່າວຕື່ມ ອີກວ່າ: ໃນນາມອົງການທີ່ຄຸ້ມຄອງ ແລະກວດກາຄຸນນະພາບ ແລະມາດຕະ ຖານດັ່ງກ່າວ ພວກເຮົາຈະດໍາເນີນວຽກ ງານດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມຮັບ ຜິດຊອບສູງ, ສະນັ້ນ ຈິ່ງຮຽກຮ້ອງມາ ຍັງບັນດາກະຊວງ, ອົງການທີ່ກ່ຽວ ຂ້ອງ, ຕະຫຼອດເຖິງບັນດາຜູ້ປະກອບ ການ, ບໍລິສັດຫ້າງຮ້ານ ແລະຜູ້ຊົມໃຊ້ໃນ ຂອບເຂດທົ່ວປະເທດຈົ່ງໃຫ້ການຮ່ວມມື ແລະຊຸກຍູ້ການປະຕິບັດວຽກງານດັ່ງ ກ່າວໃຫ້ໄດ້ຮັບຜົນດີ ເພື່ອປະກອບສ່ວນ ສ້າງສາ ແລະພັດທະນາເສດຖະກິດ-ສັງ ຄົມຂອງປະເທດເຮົາ, ເຮັດໃຫ້ປະເທດ ຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງຄົມສາມັກຄີປອງດອງ, ປະ ຊາທິປະໄຕ, ຍຸຕິທໍາ ແລະສີວິໄລ.

ທີ່ມາ: logo

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...