spot_img
Homeຄົມຄິດຄົມຄົນຍອມຮັບ "ຄວາມຜິດຫວັງ" ໃຫ້ເປັນ ເພື່ອວັນຂ້າງໜ້າທີ່ດີກວ່າ

ຍອມຮັບ “ຄວາມຜິດຫວັງ” ໃຫ້ເປັນ ເພື່ອວັນຂ້າງໜ້າທີ່ດີກວ່າ

Published on

ຊີວິດຂອງຄົນເຮົາຕ້ອງພົບກັບເລື່ອງຜິດຫັວງ, ສົມຫວັງ, ມີດີໃຈ, ເສຍໃຈ, ຕົກໃຈ, ຕື່ນເຕັ້ນ… ສິ່ງເຫຼົ່ານີ້ເລື່ອງທຳມະຊາດຂອງມະນຸດ ເຊິ່ງແຕ່ລະຄົນກໍ່ຈະພົບພໍ້ເຫດການຕ່າງໆບໍ່ຄືກັນ ແລະ ຊ່ວງເວລາກໍ່ແຕກຕ່າງກັນໄປ ແຕ່ຖ້າຫາກກຳລັງຕົກຢູ່ໃນພາວະຄວາມຜິດຫວັງ, ຄວາມເສຍໃຈ ບໍ່ວ່າຈະຜິດຫວັງກັບເລື່ອງວຽກ, ເລືອງຮຽນ, ເລື່ອງຄວາມຮັກ, ເລື່ອງການເງິນ…ກໍ່ຕ້ອງຮູ້ວິທີຮັບມືກັບມັນໃຫ້ໄດ້ ເພາະທຸກເລື່ອງລາວມັນມີຜ່ານມາ ແລະ ກໍ່ຈະຜ່ານໄປໃນທີ່ສຸດ ວັນນີ້ເຮົາລອງມາອ່ານວິທີ ຍອມຮັບ “ຄວາມຜິດຫວັງ” ໃຫ້ເປັນ ເພື່ອວັນຂ້າງໜ້າທີ່ດີກວ່າ
 
1. ຖ້າຢາກຮ້ອງໄຫ້?.. ກໍ່ຮ້ອງໄຫ້ອອກມາໃຫ້ມັນເຕັມທີ່ໂລດ ເພາະການໄຫ້ກໍ່ແມ່ນການລະບາຍຄວາມຮູ້ສຶກທີ່ເຈັບປວດອອກມາໄດ້ອີກວິທີໜຶ່ງ
 
2. ເສຍໃຈໄດ້…ແຕ່ຢ່າໃຫ້ເສຍຄົນ ການເສຍໃຈນັ້ນກໍ່ເຮັດໃຫ້ເຮົາຮູ້ວ່າເຮົາກໍ່ມີຫົວໃຈ, ມີຄວາມຮູ້ສຶກເໝືອນກັບຄົນອື່ນ ແຕ່ຕ້ອງຮູ້ຈັກຄວບຄຸມ ຮູ້ຈັກຄວາມພໍດີ ຢ່າຄິດວ່າຕົວເອງບໍ່ມີຄຸນຄ່າ ແລະ ຢ່າທຳຮ້າຍຕົວເອງ ດ້ວຍການກະທຳໃນຮູບແບບໃດກໍ່ຕາມ ທ່ານຈົ່ງຮັກຕົວເອງໃຫ້ຫຼາຍ
 
3. ຢ່າເກັບກົດ ຫຼື ແບກຄວາມທຸກໄວ້ພຽງລຳພັງ ຖ້າວັນນີ້ທ່ານຮູ້ສຶກໝົດແຮງ, ຮູ້ສຶກທໍ້ແທ້ ໃຫ້ທ່ານຖອຍໄປຕັ້ງຫຼັກກ່ອນ ຖອຍກັບໄປຫາຄອບຄົວ ໄປຫາພໍ່ແມ່ ຫຼື ເພື່ອນທີ່ດີທີ່ສຸດ ບາງເລື່ອງທີ່ສາມາດລະບາຍອອກໄປໄດ້ກໍ່ລະບາຍອອກໄປ ເພາະເກັບໄວ້ຫຼາຍກໍ່ເຮັດໃຫ້ທ່ານອຶດອັດໃຈລ້າໆ
 
4. ປະຕິບັດກັບຕົວເອງໃໝ່ ພະຍາຍາມປັບປຸງຕົວເອງໃຫ້ເປັນຄົນໃໝ່ ເພື່ອຕ້ອນຮັບວັນໃໝ່ດີກວ່າເກົ່າ
 
5. ປັບປ່ຽນຄວາມສົນໄປຫາສິ່ງໃໝ່ໆ ທ່ານຄວນປ່ອຍສິ່ງເກົ່າໆອອກໄປ ແລ້ວຄິດເລື່ອງໃໝ່ໆ ໄປສະຖານທີ່ໃໝ່ໆ ເຮັດກິດຈະກຳໃໝ່ໆທີ່ບໍ່ເຄີຍເຮັດ ໃຫ້ເວລາກັບຕົວເອງ ແລ້ວບໍ່ດົນທ່ານຈະລືມເລື່ອງລາວເກົ່າໆໄປໄດ້
 
6. ໃຫ້ຄິດວ່າສິ່ງທີ່ພົບນີ້ຄືອີກໜຶ່ງປະສົບການ ຄວາມຜິດຫວັງມັນບໍ່ແມ່ນສິ່ງທີ່ຊົ່ວຮ້າຍສະເໝີໄປ ເພາະມັນຈະເປັນເໝືອນບົດຮຽນອີກບົດຮຽນໜຶ່ງທີ່ສອນໃຫ້ເຮົາຮູ້ຈັກຄິດຫຼາຍຂຶ້ນກວ່າເກົ່າ
ຮຽບຮຽງໂດຍ: ແອັດມິນ ປັອກເລັກ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...