Homeນານາສາລະ3 ວິທີກຳຈັດມົດໃນເຮືອນ! ງ່າຍກວ່າທີ່ທ່ານຄິດ

3 ວິທີກຳຈັດມົດໃນເຮືອນ! ງ່າຍກວ່າທີ່ທ່ານຄິດ

Published on

‘ມົດ’ ເປັນສັດຕູຊະນິດໜຶ່ງທີ່ສ້າງຄວາມລຳຄານໃຈໃຫ້ກັບພວກເຮົາທີ່ສຸດໂດຍສະເພາະເວລາທີ່ພວກມັນມາຕອມອາຫານ ຖ້າຈະຂ້າມັນຍົກຄົວກໍ່ເຮັດໄດ້ລຳບາກ ເພາະຈັ່ງໃດກໍ່ຂ້າບໍ່ໝົດ ເມື່ອໜ້າມັນກໍພາກັນຍົກທັບກັບມາອີກຄັ້ງ ວັນນີ້ພສກເຮົາເລີຍມີ 3 ວິທີກຳຈັດມົດມາຝາກກັນ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານເບິ່ງເລີຍ

1. ໃຊ້ນ້ຳສົມສາຍຊູປະສົມກັບນ້ຳລ້າ!

ມົດຊັງ ‘ນ້ຳສົ້ມສາຍຊູ‘ ທີ່ສຸດ! ພຽງແຕ່ປະສົມນ້ຳສົ້ມສາຍຊູເຂົ້າກັບນ້ຳລ້າໃນປະລິມານ 1ຕໍ່1 ນຳໄປຖອກໃສ່ຕຸກສະເປເປົ່າ ແລ້ວນຳໄປສີດບໍລິເວນມົດສັນຈອນ ພຽງເທົ່ານີ້ມົດກໍ່ຈະບໍ່ກັບມາແລ້ວ

2. ນ້ຳໝາກນາວໄລ່ມົດ

ນຳໝາກນາວ 1ສ່ວນ ຕໍ່ນ້ຳລ້າ 3 ສ່ວນ ປະສົມເຂົ້າກັນ ແລ້ວເທລົງໃສຕຸກສະເປເປົ່າ ຈາກນັ້ນກໍ່ນຳໄປສີກບໍລິເວນທາງທີ່ມົດມັກທຽວ ນີ້ກໍ່ເປັນອີກວິທີທີ່ຊ່ວຍກຳຈັດມົດໄດ້

3.ແປ້ງເດັກ

ໂຮຍແປ້ງເດັກໃນບໍລິເວນການສັນຈອນຂອງມົດເປັນປະຈຳ ເຮັດປະມານ 2-3 ຄັ້ງຕິດຕໍ່ກັນ ມົດກໍ່ຈະຍ້າຍໜີອອກຈາກເຮືອນທ່ານທັນທີ

 

ທີ່ມາ: http://www.infinitydesign.in.th/

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...