Homeປະເພນີ-ວັດທະນະທຳການສ້າງຄ້ອງບັ້ງຂອງຊົນຊາດລາວ ເພື່ອແຫ່ຂໍຝົນ

ການສ້າງຄ້ອງບັ້ງຂອງຊົນຊາດລາວ ເພື່ອແຫ່ຂໍຝົນ

Published on

ນີ້ແມ່ນ­ຮູບຄ້ອງ­ບັ້ງ ທີ່ເຮັດດ້ວຍ­ທອງ­ສໍາ­ລິດ ມີອາຍຸປະ­ມານ 3000 ປີ ຜ່ານ­ມາແລ້ວ ບັນພະ­ບຸຣຸດ­ລາວ ປະ­ດິດສ້າງຄ້ອງ­ບັ້ງ­ນີ້­ມາ
ເພື່ອຕີຂໍຝົນ ໂດຍ­ຈັດເປັນຂະ­ບວນແຫ່ ມີຄົນ­ຈໍານວນຫລາຍເຂົ້າ­ຮ່ວມ ພາກັນກະ­ໂດດໂລດເຕັ້ນໃຫ້­ຄືກັບ­ກົບໃນເວລາ­ຝົນ­ຕົກ ເມື່ອ
ຄົນ­ຕີຄ້ອງ­ບັ້ງ­ມີສຽງ­ດັງ­ຂຶ້ນໄປເຖິງເມືອງແຖນ ພະ­ຍາແຖນໄດ້ຫລິງ­ສອ່ງ­ລົງ­ມາ ໄດ້ເຫັນ­ຄົນ­ຈໍານວນຫລາຍກະ­ໂດດໂລດເຕັ້ນ ກໍຄຶດວ່າ
ແມ່ນ­ກົບຮ້ອງເພື່ອຂໍຝົນ ຈາກ­ນັ້ນ ພະ­ຍາແຖນ­ກໍແຕ່ງ­ຝົນໃຫ້­ຕົກ­ລົງ­ມາ ຕາມ­ທີ່­ໝູ່­ຄົນຮ້ອງ­ຂໍ (ອັນ­ນີ້ແມ່ນ­ຄວາມເຊື່ອຂອງ­ຄົນ­ລາວບູຮານ)

32964_CavePaintinginYunnan
ອັນ­ນີ້ ແມ່ນ­ຮູບແຕ້ມ­ທີ່ໜ້າ­ຜາ­ລາຍ ຢູ່­ພູຫົວ ແຂວງ­ກ­ວາງ­ຊີສປ ຈີນ, ເປັນ­ຮູບ­ຄົນ­ຈໍານວນຫລາຍ­ພວມປະ­ກອບ­ພິທີແຫ່ຄ້ອງ­ບັ້ງ
ເພື່ອຂໍຝົນ ຕາມ­ຄວາມເຊື່ອຂອງເຂົາເຈົ້າ ໃນ­ປາງອະ­ດີດ.

32964_FrogdanceatKhanchanaburyA1aa
ນີ້ແມ່ນ­ຮູບແຕ້ມ ທີ່ຖ້ໍາ­ຕາດວງ ອໍາເພີເມືອງ ຈັງ­ຫວັດ­ການຈະ­ນະ­ບຸຣີ ເປັນ­ຮູບ­ຄົນແຫ່ຄ້ອງ­ບັ້ງເພື່ອຂໍຝົນ­ຈາກພະ­ຍາແຖນ ຮູບແຕ້ມ­ນີ້­ມີອາຍຸປະ­ມານ 3000 ປີ ຜ່ານ­ມາແລ້ວ ສະ­ແດງໃຫ້ເຫັນວ່າ­ຄົນ­ລາວບູຮານ ໄດ້­ອາໄສຢູ່ໃນ­ດິນແດນແຫ່ງ­ນີ້­ມາ
ເປັນເວລາຍາວນານ ຫລາຍ­ພັນ­ປີແລ້ວ ເພາະ­ວ່າ­ຄ້ອງ­ບັ້ງແມ່ນ­ຄົນ­ລາວເປັນ­ຜູ້­ຄົ້ນ­ຄິດປະ­ດິດສ້າງ­ຂຶ້ນ­ມາ ຕາມ­ຄວາມເຊື່ອຂອງ­ຕົນ
ກ່ຽວກັບພະ­ຍາແຖນ ເມືອງຟ້າເມືອງແຖນ ເມືອງ­ຄົນ.

 

ຂໍ້ມູນຈາກ: www.bailane.com

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...