HomeຊີວິດແລະຄວາມຮັກWedding-Sex-loveຜູ້ຊາຍເຮັດໝັນແລ້ວຈະເຮັດໃຫ້ມີເຊັກສ໌ຫຼາຍຂຶ້ນແທ້ ຫຼື ບໍ່???

ຜູ້ຊາຍເຮັດໝັນແລ້ວຈະເຮັດໃຫ້ມີເຊັກສ໌ຫຼາຍຂຶ້ນແທ້ ຫຼື ບໍ່???

Published on

ສຳລັບງານວິໄຈໃນຄັ້ງນີ້ໄດ້ສຳຫຼວດກຸ່ມຕົວຢ່າງເພດຊາຍ 5,838 ຄົນ ເຊິ່ງມີຈຳນວນຄົນທີ່ເຮັດໝັນແລ້ວທັງໝົດ 353 ຄົນ ເພື່ອຫາຄວາມຖີ່ຂອງການມີເພດສຳພັນຂອງຄົນທັງສອງກຸ່ມ ຜົນປະກົດວ່າ ກຸ່ມຂອງຜູ້ຊາຍທີ່ເຮັດໝັນແລ້ວຈະມີເຊັກສ໌ສະເລ່ຍ 6 ຄັ້ງ/ອາທິດ ສ່ວນອີກກຸ່ມຄົນທີ່ບໍ່ໄດ້ເຮັດໝັນພົບວ່າມີເຊັກສ໌ປະມານ 5 ຄັ້ງ/ອາທິດໂດຍທາງ ດຣ. ເດວິດເກົາ ໜຶ່ງໃນທີມງານວິໄຈບອກວ່າ ເຫດຜົນທີ່ເຮັດໃຫ້ກຸ່ມຜູ້ຊາຍທີ່ຜ່ານການເຮັດໝັນແລ້ວມີເຊັກສ໌ຫຼາຍຂຶ້ນ ອາດເປັນເພາະພວກເຂົາບໍ່ຕ້ອງກັງວົນກ່ຽວກັບບັນຫາການຖືພາຂອງຝ່າຍຍິງອີກຕໍ່ໄປ

ດຣ. ເດວິດ ບອກວ່າ ການເຮັດໝັນຜູ້ຊາຍຈະງ່າຍກວ່າການເຮັດໝັນໃຫ້ແມ່ຍິງ ເພາະໃຊ້ເວລາພຽງປະມານ 20 ນາທີເທົ່ານັ້ນ ໂດຍການຕັດທໍ່ອະສຸຈິເພື່ອປ້ອງກັນບໍ່ໃຫ້ຕົວອະສຸຈິຈາກອັນທະລຳລຽງໄປທີ່ທໍ່ນັ້ນເອງ ໂດຍຈະມີແຜນ້ອຍໆທີ່ບໍລິເວນຖົງອັນທະ ອາດຈະຮູ້ສຶກເຈັບປະມານ 2-3 ວັນ ລວມເຖິງພັກຟື້ນປະມານ 2 ອາທິດ ກໍ່ສາມາດກັບມາມີເພດສຳພັນໄດ້ອີກຄັ້ງ

 

ທີ່ມາ: kapook.com

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...