spot_img
Homeຄົມຄິດຄົມຄົນຊີວິດທີ່ຫນັກອຶ້ງ

ຊີວິດທີ່ຫນັກອຶ້ງ

Published on

ເປັນຫຍັງຊີວິດເຮົາທຸກມື້ນີ້ຄືເມື່ອຍຢ່າງຫນັກ? ທີ່ເຮົາເປັນແນວນັ້ນຍ້ອນເຮົາປຽບທຽບ ທຸກມື້ນີ້ເຮົາສາມາດທຽບໂຕເອງກັບຄົນອື່ນໄດ້ໂດຍທີ່ບໍ່ຕ້ອງໄປໃສເລີຍ ພຽງແຕ່ກົ້ມເບີ່ງມືຖື ເຮົາກໍ່ຈະເຫັນແຕ່ລະຄົນກິນອາຫານຫລູ, ໄປທ່ຽວຕ່າງປະເທດ,ນັ່ງຊັ້ນພິເສດ,ກິນທ່ຽວລະດັບເສດຖີ,ລົດຄັນແພງໆທີ່ໂພດໃຫ້ຄົນອື່ນໆເຫັນທັງຫມົດທີ່ກ່າວມາຊ່ວຍໃຫ້ເຮົາຮູ້ສຶກນ້ອຍເນື້ອຕຳ່ໃຈ ວ່າເປັນຫຍັງເຮົາຈຶງບໍ່ມີແບບນັ້ນແນ່ ດັ່ງນັ້ນ “ ຂ້ອຍຕ້ອງເຮັດຄືເຂົາແນ່ ເຮັດແລ້ວຕ້ອງຖ່າຍຮູບແລ້ວໂພສດຕໍ່” ນີ້ແລະຄືການແຂ່ງຂັນຂອງຄົນໃນຍຸກນີ້ທີ່ສຸດຍອດເມື່ອຍ ມັນເປັນຍຸກຂອງຄົນທີ່ຣົດນິຍົມສູງ ເພາະສັງຄົມກົດດັນ ແຕ່ລາຍຮັບຕຳ່ ມີແຕ່ເມື່ອຍ ເພາະເຮົາຕ້ອງສ້າງຫນີ້ມາຕອບຣົດນິຍົມເຫຼົ່ານີ້ ສຸດທ້າຍເປັນຫນີ້ຄືສີ່ງທີ່ເຮັດໃຫ້ເຫັນພາດທີ່ສຸດ ໂດຍສະເພາະຫນີ້ທີ່ບໍ່ກໍ່ໃຫ້ເກີດປະໂຫຍດ

ທາງແກ້ຄື
1. ຫາຈຸດຢືນຂອງຕົນເອງ ບໍ່ຕາມກະແສ
2. ປ່ຽນຈາກໂພສດການໃຊ້ເງິນ ລອງປ່ຽນເປັນໂພສດຫນັງສືທີ່ຫນ້າອ່ານຄວາມຮູ້ທີ່ເຮົາຄົ້ນພົບຄວາມຄິດດີໆທີ່ຫນ້າຈະເປັນປະໂຫຍດຕໍ່ຜູ້ອື່ນ
3. ຢ່າແຊຣເລື່ອງຮ້າຍໆ ໃຫ້ແຊຣເລື່ອງດີໆ
4. ຖ້າເຮັດແລ້ວຊີວິດຍັງບໍ່ດີຂື້ນໃຫ້ເຮັດຕໍ່ໄປດຽວຊີວິດເຮົາຈະດີຂື້ນຈົນຫນ້າແປກໃຈ

ເຮົາຍອມຮັບໃນທີ່ເຮົາເປັນສິ່ງໃນສິ່ງທີ່ເຮົາເປັນໃນສິ່ງທີ່ເຮົາມີ ເພາະການກະທຳໃນອາດີດ ການປ່ຽນໃນປະຈຸບັນທັງວິທີຄິດ ແລະ ລົງມືທຳ ຈະຊ່ວຍປ່ຽນອານາຄົດທັງຫມົດຂອງເຮົາໃຫ້ດີຂື້ນ ນີ້ແຫລະທີ່ເຂົາເວົ້າວ່າ ໂຊກດີ

ທີ່ມາ: ເຟສບຸກ ນັກທຸລະກິດມືໃຫມ່ entrepreneur

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...