spot_img
Home​ຂ່າວທ່ອງທ່ຽວຫໍພະແກ້ວ ແຫຼ່ງຂໍ້ມູນທີ່ສຳຄັນ

ຫໍພະແກ້ວ ແຫຼ່ງຂໍ້ມູນທີ່ສຳຄັນ

Published on

ຂຽນໂດຍ: ຊຽງກະເລັນ ບ້ານນາແຕ່ສະໄໝເປັນນັກສຶກສາ ມາແຕ່ບ້ານນອກໃໝ່ໆ ຊຽງກະເລັນເຄີຍເຂົ້າໄປທ່ຽວຊົມຫໍພະແກ້ວ ແຕ່ຕອນນັ້ນບໍ່ໃຫ້ເບິ່ງລາຍລະອຽດ ເຫັນພຽງອາຄານທີ່ມີລັກສະນະເປັນຫໍທີ່ໃຫຍ່ ກັບພະພຸດທະຮູບຈຳນວນຫຼວງຫຼາຍ. ຈາກມື້ນັ້ນຈົນມາຮອດມື້ນີ້ເວລາຜ່ານໄປສິບກວ່າປີ ຊຽງກະເລັນ ຂີ່ົລົດກາຍຫໍພະແກ້ວທຸກໆ ມື້ ຍົກເວັ້ນວັນເສົາ-ອາທິດ ເຫັນນັກທ່ອງທ່ຽວຕ່າງປະເທດແວ່ຊົມໃນແຕ່ລະວັນເປັນຈຳນວນຫຼວງຫຼາຍ ເດັ່ນກວ່າໝູ່ກໍແມ່ນນັກທ່ອງທ່ຽວຈາກປະເທດເພື່ອນບ້ານທີ່ເວົ້າພາສາດຽວກັນ, ຮອງລົງມາກໍຈະແມ່ນນັກທ່ອງທ່ຽວຈາກຍີ່ປຸ່ນ, ເກົາຫຼີ ແລະເອີຣົບ.

10157285_487399774694836_8482177831615469445_n

10298682_487399871361493_3977268118498151334_n

ຫໍພະແກ້ວ ຕັ້ງຢູ່ກົງກັນຂ້າມກັບວັດສີສະເກດ ນະຄອນຫຼວງວຽງຈັນ ເຊິ່ງແຕ່ກ່ອນເຄີຍເປັນວັດທີ່ສຳຄັນໃຊ້ໃນການປະຕິບັດພິທີກຳຕ່າງໆຂອງ ບ້ານເມືອງໃນອະດີດຕະການ. ວັດນີ້ ສ້າງຂຶ້ນໃນປີ 1565 ສຳລັບເປັນບ່ອນປະດິດສະຖານ ພະແກ້ວມໍຣະກົດ, ໂດຍພະເຈົ້າໄຊເຊດຖາທິຣາດໃນເວລາທີ່ໄດ້ຕັດສິນໃຈຍົກຍ້າຍນະຄອນຫຼວງເດີມຂອງປະເທດ ຈາກຫຼວງພຣະບາງມາຕັ້ງຢູ່ວຽງຈັນ, ພາຍຫຼັງການສິ້ນພຣະຊົນຂອງ ພະເຈົ້າໂພທິສະຣາດ ຜູ້ເປັນບິດາ.ປັດຈຸບັນວັດນີ້ກາຍເປັນຫໍພິພິດຕະພັນ. ສ່ວນອົງພະແກ້ວມໍຣະກົດແມ່ນຖືກອັງເຊີນໄປປະດິດສະຖານຢູ່ທີ່ວັດພະສີຣັດຕະນະສາດສະດາຣາມ ຫຼື ວັດພະແກ້ວ ທີ່ ບາງກອກ ປະເທດໄທ.

10252064_487400008028146_2579662656386212177_n

10277386_487399971361483_3187698822526711945_n

10308230_487399791361501_2558879482777944648_n

ທ່ານຜູ້ອ່ານທີ່ຮັກແພງ ຖ້າເຮົາອ່ານຈາກຂໍ້ມູນ ຫຼືເຫັນແຕ່ຮູບນັ້ນ ຫໍພະແກ້ວກໍບໍ່ເປັນທີ່ໜ້າສົນໃຈປານໃດດອກ ແຕ່ຖ້າທ່ານໃຊ້ເວລາປະມານ 1 ຊົ່ວໂມງ ໃນການທ່ຽວຊົມ ສຳຜັດດ້ວຍຕາ ແລ້ວພິຈາລະນາຄັກໆດ້ວຍໃຈ ທ່ານຈະເຫັນຫຼາຍກວ່າຮູບຊົງອາຄານທີ່ງົດງາມແລະພະພຸດທະຮູບຈຳນວນຫຼາຍ. ສິ່ງທັງຫຼາຍທີ່ນັກອ່ານບໍ່ເຄີຍໄດ້ສຳຜັດນັ້ນ ລວມມີລວດລາຍ, ພະພຸດທະຮູບປາງຕ່າງໆ ທີ່ມີຫຼາຍຂະໜາດ, ຮູບປັ້ນ, ຮູບຫຼໍ່, ຮູບຄວັດ, ຮາວທຽນ, ແທ່ນຕັ້ງ, ຕູ້ຄຳພີ, ສິລາຈາລຶກຕ່າງໆ ຫຼາຍກວ່າ 50 ແຜ່ນ ແລະສິ່ງອື່ນໆ ອີກ ຈາກທົ່ວປະເທດ ທີ່ລ້ວນແຕ່ສະທ້ອນເຖິງປະຫວັດສາດ, ວັນນະຄະດີ, ສິລະປະ ທີ່ຊົງຄຸນຄ່າອັນມະຫາສານ ປຽບດັ່ງຄັງສາງຂອງມູນມໍລະດົກ ເປັນສະຖານທີ່ສົມຄວນແກ່ການທັດສະນະສຶກສາຂອງ ເດັກນ້ອຍ, ນັກຮຽນ, ນັກສຶກສາ, ປັນຍາຊົນ ແລະນັກຄົ້ນຄວ້າ ໄດ້ເປັນຢ່າງດີ.

10250256_487399711361509_6436483934100527638_n

10260019_487399734694840_4629722952303462472_n

ຖ້າທ່ານຜູ້ອ່ານມີເວລາຢາກໃຫ້ພາຄອບຄົວ, ລູກຫຼານ, ພະນັກງານໃນອົງກອນຂອງຕົນ, ນັກຮຽນ, ນັກສຶກສາ ຂອງຕົນໄປທ່ຽວຊົມ ແລະທັດສະນະສຶກສາຫໍພະແກ້ວແດ່ ແລ້ວທ່ານຈະຮູ້ສຶກໄດ້ເຖິງ ຄວາມສຸກ, ຄວາມສະຫງົບ, ໄດ້ພັກຜ່ອນໄປກັບ ສິລະປະ ແລະປະຫວັດສາດ ທີ່ທ່ານເຫັນດ້ວຍຕາ ແລະພິຈາລະນາດ້ວຍໃຈ ຂອງທ່ານຢ່າງອະທິບາຍບໍ່ຖືກແນ່ນອນ.

1609703_487399894694824_7588986556968898099_n

10308903_487399921361488_3769458791054961883_n

1379756885-86-o

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...