spot_img
Homeຂ່າວການພັດທະນາສຶກ​ສາ​ເຂດ​ການ​ຄ້າ ແລະ​ ບໍ­ລິ­ການຈຸດ ​ຈະ​ສ້າງ​ຂົວ​ມິດ­ຕະ­ພາບ​ແຫ່ງ​ທີ 5

ສຶກ​ສາ​ເຂດ​ການ​ຄ້າ ແລະ​ ບໍ­ລິ­ການຈຸດ ​ຈະ​ສ້າງ​ຂົວ​ມິດ­ຕະ­ພາບ​ແຫ່ງ​ທີ 5

Published on

ວັນ​ທີ 22 ມິ­ຖຸ­ນາ​ຜ່ານ​ມາ ພະ​ແນກ​ແຜນ­ການ-ການ​ລົງ­ທຶນ ແຂວງ​ບໍ​ລິ​ຄຳ​ໄຊ​ສົມ­ທົບ​ກັບ​ບໍ​ລິ ສັດ​ທີ​ເຄ​ກຼຸບ (TK GROUP) ຈຳ­ກັດ​ຜູ້​ດຽວ ໄດ້​ຈັດ​ພິ­ທີ​ເຊັນ​ບົດບັນ­ທຶກ​ຄວາມ​ເຂົ້າ­ໃຈ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ພັດ­ທະ­ນາ​ເຂດການ​ຄ້າ ແລະ​ບໍ­ລິ­ການ​ຢູ່​ເຂດ​ບ້ານກ້ວຍ​ອຸ­ດົມ ເມືອງ​ປາກ​ຊັນ, ຊຶ່ງ ນອນ​ຢູ່​ໃນ​ເຂດ​ໂຄງ­ການ​ພັດ​ທະນາ​ເສດ­ຖະ­ກິດ​ສົ້ນ​ຂົວ​ຂ້າມ​ນ້ຳ ຂອງ​ແຫ່ງ​ທີ 5  ທີ່​ແຂວງ​ບໍ​ລິ​ຄຳ​ໄຊ ໂດຍ​ການ​ເຊັນ​ສັນ­ຍາ​ໃນ​ຄັ້ງ​ນີ້ ຕາງ­ໜ້າໃຫ້​ແຂວງ​ບໍ​ລິ​ຄຳ​ໄຊ​ເຊັນ ໂດຍ​ທ່ານ ສົນ​ທອງ ວີ​ບຸນ​ກວ້າງ ຮອງ​ຫົວ­ໜ້າ​ພະແນກ​ແຜນ­ການ-ການ​ລົງ­ທຶນ​ແຂວງ ແລະ​ບໍ­ລິ­ສັດ​ເຊັນ ໂດຍ​ທ່ານ ທັດ​ນະ­ຄອນ ທຳ​ມະ​ວົງ ປະ­ທານ​ບໍ­ລິ­ສັດ​ທີ​ເຄ​ກຼຸບ (TK GROUP) ຈຳ­ກັດ​ຜູ້​ດຽວ, ໂດຍ​ມີ​ຫົວ­ຫນ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ, ຫົວ­ໜ້າ​ພະ​ແນກ​ຊັບ​ພະຍາ​ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມແຂວງ ແລະ​ທີ່​ປຶກ­ສາ​ຂອງ​ບໍ­ລິ­ສັດ​ເຊັນຮ່ວມ​ເປັນ​ສັກ­ຂີ​ພະ­ຍານ ໂດຍ​ຊ້ອງ​ໜ້າ ທ່ານ ບຸນ​ເສັງ ປະ​ທຳ​ມະ​ວົງ ຮອງ​ເຈົ້າແຂວງ-ແຂວງ​ບໍ​ລິ​ຄຳ​ໄຊ, ຫົວ­ໜ້າ​ພະແນກ​ການ​ທີ່​ກ່ຽວ­ຂ້ອງ, ພະ­ນັກ­ງານ, ວິ­ຊາ​ການ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ສຳ​ຫຼວດ​ສຶກ​ສາ​ຄວາມເປັນ​ໄປ​ໄດ້​ພັດ­ທະ­ນາ​ເຂດ​ການ​ຄ້າ ແລະ ບໍ­ລິ­ການຢູ່​ເຂດ​ບ້ານ​ກ້ວຍ​ອຸ­ດົມ ເມືອງປາກ​ຊັນ, ຊຶ່ງ​ຢູ່​ໃນ​ເຂດ​ໂຄງ­ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ສົ້ນ​ຂົວ​ຂ້າມ​ນ້ຳ­ຂອງ​ແຫ່ງ​ທີ່ 5  ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ແມ່ນ​ນອນ​ຢູ່​ໃນ 6 ຈຸດ​ຂອງ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ ສັງ­ຄົມ​ຂອງ​ແຂວງ, ຊຶ່ງ​ເຂດ​ນີ້​ແຂວງໄດ້​ກຳ­ນົດ​ແຜນ​ພັດ­ທະ­ນາ​ໄວ້​ເປັນ 3 ໂຊນ ຄື: ໂຊນ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ, ໂຊນຂົນ­ສົ່ງ​ຜ່ານ​ແດນ​ແລະ​ໂຊນ​ການ​ຄ້າ-ບໍ­ລິ­ການ​ຜ່ານ​ມາ​ແຂວງ​ແມ່ນ​ໄດ້​ເຊັນ MOU ໂຊນ​ການ​ຂົນ­ສົ່ງ​ຜ່ານ​ແດນ​ແລ້ວ ຢູ່​ໃນ​ຂັ້ນ​ຕອນ​ໄລ່​ລຽງ​ຄ່າ​ຊົດ​ເຊີຍ ປະ­ຈຸ ບັນ​ກໍ່​ໄດ້​ເຊັນ MOU ໂຊນ​ການ​ຄ້າ-ບໍ ລິ​ການ ສະ­ນັ້ນ​ກໍ່​ຖື​ວ່າ​ຍັງ​ແຕ່​ໂຊນ​ອຸດ​ສາຫະ​ກຳ​ປຸງ​ແຕ່ງ​ທີ່​ຈະ​ໄດ້​ສືບ­ຕໍ່​ໃນ​ການຊອກ​ຫາ​ຜູ້​ລົງ­ທຶນ​ເຂົ້າ​ມາ​ພັດ­ທະ­ນາ.

ການ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປໄດ້​ໃນ​ການ​ພັດ­ທະ­ນາ​ໂຊນ​ການ​ຄ້າ-ບໍລິ​ການຂອງ​ບໍ­ລິ­ສັດ​ທີ​ເຄ​ກຼຸບ (TK GROUP) ຈຳ­ກັດ​ຜູ້​ດຽວ ແມ່ນ​ຕັ້ງ​ຢູ່ເຂດ​ບ້ານ​ກ້ວຍ​ອຸ­ດົມ ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ຫ່າງ​ຈາກ​ນະ­ຄອນຫຼວງ​ວຽງ​ຈັນ 140 ກິ­ໂລ­ແມັດ ແລະ ຫ່າງ​ຈາກ​ເທ­ສະ​ບານ​ແຂວງ​ປະ­ມານ 13 ກິ­ໂລ­ແມັດ, ມີ​ຂອບ​ເຂດ​ເນື້ອ­ທີ່​ປະ­ມານ 74 ເຮັກ­ຕາ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ກິດ​ຈະ ການ​ຕ່າງໆ​ເຊັ່ນ: ລະ­ບົບ​ສາງ​ເກັບ​ສິນ­ຄ້າ ແລະ​ການ​ຂົນ­ສົ່ງ​ສິນ­ຄ້າ, ຮ້ານ​ຄ້າ​ປອດພາ­ສີ, ການ​ເກັບ​ຄ່າ​ທຳ­ນຽມ, ການ​ໃຊ້ບໍ­ລິ­ການ​ຂ້າມ​ດ່ານ​ໂດຍ​ບຸກ­ຄົນ ແລະ ພາ­ຫະ­ນະ, ໂຮງ­ແຮມ, ຮ້ານ​ອາ­ຫານ ແລະ​ການ​ບໍ­ລິ­ການ​ອື່ນໆ​ທີ່​ສອດ­ຄ່ອງຕາມ​ແຜນ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາຂອງ​ແຂວງ ແລະ​ຖືກ­ຕ້ອງ​ຕາມ​ລະ­ບຽບກົດ­ໝາຍ​ຂອງ ສປປ ລາວ.

ບໍ­ລິ­ສັດ ທີ​ເຄ​ກຼຸບ (TK GROUP) ຈຳ­ກັດ​ຜູ້​ດຽວ ເປັນ​ຜູ້​ລົງ­ທຶນ​ໃນ​ການ​ລົງສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ທາງ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ, ຂຽນ​ບົດ​ວິ­ພາກ​ເສດ­ຖະ­ກິດ ແລະ​ຄິດ­ໄລ່​ຜົນ​ຕອບ​ແທນ​ທາງ​ດ້ານ​ເສດຖະ​ກິດ ຖ້າ​ມີ​ຄວາມ​ເປັນ​ໄປ​ໄດ້​ບໍ­ລິ­ສັດດັ່ງ­ກ່າວ ​ຈະ​ສືບ­ຕໍ່​ລົງ​ທືນ​ພັດ­ທະ­ນາ​ໃນການ​ກໍ່­ສ້າງ​ຕໍ່​ໄປ ໂດຍ​ໄລ­ຍະ​ໃນ​ການ​ຈັດຕັ້ງ​ປະ­ຕິ­ບັດ (MOU) ແມ່ນ 180 ວັນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...