spot_img
Homeຂ່າວການພັດທະນາທ່ານນາຍົກຕີລາຄາສູງຕໍ່ອາສາສະໝັກຍີ່ປຸ່ນທີ່ມາຊ່ວຍເຫຼືອ ແລະ ເຮັດວຽກ ຢູ່ ລາວ

ທ່ານນາຍົກຕີລາຄາສູງຕໍ່ອາສາສະໝັກຍີ່ປຸ່ນທີ່ມາຊ່ວຍເຫຼືອ ແລະ ເຮັດວຽກ ຢູ່ ລາວ

Published on

ໃນວັນທີ22ມິຖຸນາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງອາສາສະໝັກຈາກປະເທດຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ ຢູ່ ສປປ ລາວ ເຊິ່ງນຳພາເຂົ້າຢ້ຽມຂໍ່ານັບໂດຍແມ່ນ ທ່ານ ທາເກຊິ ຮິກິຮະລະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ, ທ່ານ ຢູຊູເກະ ມູລະກະມິ ຫົວໜ້າອົງການຮ່ວມມືສາກົນຍີ່ປຸ່ນ(ໄຈກາ) ປະຈໍາລາວ, ພ້ອມດ້ວຍ ອາສາສະໝັກ ຍີ່ປຸ່ນ ຫຼາຍກວ່າ 40 ທ່ານ.

778

ໃນໂອກາດດຽວກັນນີ້, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍ, ກ່າວຂອບຂອບໃຈ ແລະຕີລາຄາສູງຕໍ່ອາສາສະໝັກທີ່ມາຊ່ວຍເຫຼືອ ແລະ ເຮັດວຽກ ຢູ່ສປປ ລາວ ໃນຂະແໜງການ ແລະ ທ້ອງຖິ່ນຕ່າງໆ ຊຶ່ງການຊ່ວຍເຫຼືອດັ່ງກ່າວ ຖືວ່າເປັນການຊ່ວຍເຫຼືອທີ່ສຳຄັນ ທາງດ້ານວິຊາການ ໂດຍໄດ້ເນັ້ນໜັກຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີທາງກົງ ໃຫ້ແກ່ຂະແໜງການ ແລະ ທ້ອງຖິ່ນ ອັນເປັນການປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມ ຂອງສປປ ລາວມີການເຕີບໂຕຢ່າງຕໍ່ເນື່ອງ, ປະເທດໄດ້ຮັບການພັດທະນາເປັນກ້າວໆ.ພ້ອມທັງສະແດງຄວາມເຊື່ອໝັ້ນວ່າອາສາສະໝັກທັງໝົດທີ່ມາປະຕິບັດວຽກງານຢູ່ໃນສປປລາວຈະສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆແລະເຮັດສຳເລັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນເປັນຢ່າງດີ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...