spot_img
Homeຂ່າວພາຍ​ໃນລັດຖະບານ ໄດ້ອອກດໍາລັດ ສະບັບ ເລກທີ 174/ລບ, ລົງວັນທີ 23/05/2014, ວ່າດ້ວຍ ກອງທຶນ ການພັດທະນາ ວິທະຍາສາດ ແລະ...

ລັດຖະບານ ໄດ້ອອກດໍາລັດ ສະບັບ ເລກທີ 174/ລບ, ລົງວັນທີ 23/05/2014, ວ່າດ້ວຍ ກອງທຶນ ການພັດທະນາ ວິທະຍາສາດ ແລະ ເທັກໂນໂລຊີ.

Published on

 

​  ລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍ ກອງທຶນ ການພັດທະນາ ວິທະຍາສາດ ແລະ ເທັກໂນໂລຊີ

( ທ່ານ ນາຍົກລັດຖະມົນຕີ ພ້ອມຄະນະລົງຢ້ຽມຢາມ ການລ້ຽງງົວພັນ ຂອງບໍລິສັດ ລາວອຸດສາຫະກຳ-ກະສິກຳ ຈຳກັດ  ຢູ່ ບ້ານ ເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ )


ກອງທຶນ ວິທະຍາສາດ ແລະ ເຕັກໂນໂລຊີ ຂຽນຫຍໍ້ ດ້ວຍຕົວອັກສອນ ກທວຕ ແມ່ນ ການຈັດຕັ້ງໜຶ່ງ ທີ່ເປັນເຈົ້າຕົນເອງ ດ້ານການເງິນ, ສ້າງຕັ້ງຂຶ້ນ ເພື່ອລະດົມ ແລະ ນໍາໃຊ້ທຶນ ເຂົ້າໃນວຽກງານ ຄົ້ນຄ້ວາ ແລະ ພັດທະນາ ເຂົ້າໃນການຜະລິດ, ຊຸກຍູ້ ສົ່ງເສີມ ການເຄື່ອນໄຫວ ວິທະຍາສາດ, ພັດທະນາ ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງບັນດາ ນັກຮຽນ, ນັກສຶກສາ, ນັກວິທະຍາສາດ ໜຸ່ມ ແລະ ຜູ້ທີ່ມີ ພອນສະຫວັນ, ແກ້ໄຂບັນຫາ ທີ່ຈໍາເປັນ ແລະ ຮີບດ່ວນ ໃນການ ນໍາໃຊ້ ກອງທຶນ ໃຫ້ຖືກ ຕາມເປົ້າໝາຍ ແລະ ມີປະສິດທິຜົນສູງ.
ຈຸດປະສົງ ດໍາລັດ ສະບັບນີ້ ກໍານົດຫຼັກການ, ລະບຽບການ ກ່ຽວກັບ ການສ້າງຕັ້ງ, ການຄຸ້ມຄອງ ບໍລິຫານ, ການນໍາໃຊ້ ແລະ ການກວດກາ ກອງທຶນ ພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອລະດົມທຶນ, ສະໜອງທຶນ ໃຫ້ແກ່ການ ຄຸ້ມຄອງ ແລະ ຊຸກຍູ້ ສົ່ງເສີມ ການຄົ້ນຄ້ວາ ວິທະຍາສາດ, ການພັດທະນາ ເຕັກໂນໂລຊີ ແລະ ນະວັດຕະກໍາ ແນໃສ່ ໃຫ້ມີແຫຼ່ງທຶນ ທີ່ເໝາະສົມ ແລະ ໝັ້ນຄົງ ສໍາລັບ ການຄົ້ນຄ້ວາ ແລະ ພັດທະນາ, ການຖ່າຍທອດ ເຕັກໂນໂລຊີ, ການບໍລິການ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ມີ ປະສິດທິຜົນສູງ ປະກອບສ່ວນ ເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ. ດໍາລັດ ດັ່ງກ່າວ ປະກອບດ້ວຍ 3 ໝວດ 25 ມາດຕາ.   

ຂໍ້ມູນຈາກ: ຫ້ອງວ່າການລັດຖະບານ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...