spot_img
Homeຂ່າວການພັດທະນາເຊັນສັນຍາ ສະໜອງທຶນໃຫ້ໂຄງການຍ່ອຍ 4 ໂຄງການ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜູ້ຮັບທຶນ

ເຊັນສັນຍາ ສະໜອງທຶນໃຫ້ໂຄງການຍ່ອຍ 4 ໂຄງການ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ຜູ້ຮັບທຶນ

Published on

ວັນທີ 21 ມີຖຸນາ 2016 ທີ່ຫ້ອງປະຊຸມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທີເຊັນສັນຍາສະໜອງທຶນໃຫ້ໂຄງການຍ່ອຍ 4 ໂຄງການ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມແລະຜູ້ຮັບທຶນ
ເປັນກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ບຸນມີ ພຸດທະວົງ, ຮອງລັດຖະມົນຕີ ກຊສ ມີຜູ້ຕາງໜ້າ ກົມຄຸ້ມແຜນການ ແລະ ການຮ່ວມມື, ກົມຄຸ້ມຄອງຊັບພະຍາກອນປ່າໄມ້, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍລິຄຳໄຊ ແລະ ຕາງໜ້າບັນດາພະແນກຕ່າງໆອ້ອມຂ້າງ ລວມທັງໝົດປະມານ 20 ທ່ານ.

ໃຫ້ກຽດລົງນາມເຊັນສັນຍາໂດຍ ທ່ານ ຄຳປະດິດ ຄໍາມູນເຮືອງ, ຜູ້ອຳນວຍການ ກອງທຶນປົກປັກຮັກສາສິ່ງແວດ ລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ໂຄງການຍ່ອຍ 4 ໂຄງການດັ່ງນີ້:
1. ໂຄງການ ສ້າງຄວາມເຂັ້ມແຂງໃຫ້ກົມແຜນການ ແລະ ການຮ່ວມມື, ກຊສ ໃນການວາງແຜນ ແລະ ປະສານງານໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ” ລວມມູນຄ່າການຊ່ວຍເຫຼືອທັງໝົດ 498,000 ໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດໂຄງການ: ວັນທີ່ 01 ກໍລະກົດ 2015 – 31 ມີຖຸນາ 2020. ຈຸດປະສົງຂອງໂຄງການ ເພື່ອຈັດຕັ້ງປະຕິບັດ ແຜນການ 5 ປີ (2016-2020) ຂອງ ກຊສ ແລະ ປັບປຸງຄວາມສາມາດ ໃນການວາງແຜນ, ການຕິດຕາມກວດກາ ແລະ ການປະສານງານ ຂອງ ກົມແຜນການ ແລະ ການຮ່ວມມື.
2. ໂຄງການ ເສີມສ້າງຄວາມເຂັ້ມແຂງດ້ານສະຖາບັນເພື່ອຄຸ້ມຄອງປ່າສະຫງວນ ແລະ ປ່າປ້ອງກັນ, ອະນຸລັກສັດປ່າ ແລະ ເຮັດການທົບທວນກຳນົດເຂດແດນ 3 ປະເພດປ່າໄມ້ຄືນໃໝ່” ລວມມູນຄ່າການຊ່ວຍເຫຼືອທັງໝົດ 900,000 ໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດໂຄງການ: ວັນທີ 21 ມີຖຸນາ 2016 – 30 ມີຖຸນາ 2018. ຈຸດປະສົງ ເພື່ອທົບທວນ ແລະ ກໍານົດເຂດແດນ 3 ປະເພດປ່າຄືນໃໝ່ ຕາມຄວາມເໝາະສົມ ເພື່ອພັດທະນາ ແລະ ສະເໜີ ແຜນແມ່ບົດ ພື້ນທີ່ 3 ປະເພດປ່າໄມ້.
3. ໂຄງການຄວາມສາມາດດ້ານການສຶກສາການປົກປ້ອງສັງຄົມໃຫ້ແກ່ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ” ລວມມູນຄ່າການຊ່ວຍເຫຼືອທັງໝົດ 740,000 ໂດລາສະຫະລັດ ໄລຍະຈັດຕັ້ງປະຕິບັດໂຄງການ: ວັນທີ 01 ກໍລະກົດ 2016-30 ທັນວາ 2020. ຈຸດປະສົງ ເພື່ອພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະວິທະຍາສາດ ສັງຄົມ ມະຫາວິທະຍາໄລແຫ່ງຊາດ ໃນການປັບປຸງຫລັກສູດຝຶກອົບຮົມ ແລະ ການຄົ້ນຄ້ວາກ່ຽວກັບນະໂຍບາຍການປົກປ້ອງສັງຄົມ, ການປະເມີນຜົນກະທົບຕໍ່ສັງຄົມ ແລະ ການຄຸ້ມຄອງການຍົກຍ້າຍຈັດສັນ.
4. ໂຄງການຄຸ້ມຄອງປ່າສະຫງວນຫ້ວຍງົວ” ລວມມູນຄ່າການຊ່ວຍເຫຼືອທັງໝົດ 79,997 ໂດລາສະຫະລັດ, ໄລຍະຈັດຕັ້ງປະຕິບັດໂຄງການ: ວັນທີ 21 ມີຖຸນາ 2016 – 21 ມີຖຸນາ 2019. ຈຸດປະສົງເພື່ອສ້າງຄວາມເປັນເຈົ້າການຂອງຊຸມຊົນບ້ານອ້ອມຂ້າງປ່າສະຫງວນຫ້ວຍງົວໃນການສະກັດກັ້ນການທໍາລາຍປ່າສະຫງວນຫ້ວຍງົວ ລວມທງການຟື້ນຟູປ່າສະຫງວນຫ້ວຍງົວ ໃຫ້ດີຂື້ນ.

 

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...